logo

ທ່ານເລ​ຂາ​ທິ​ການ​ໃຫຍ່​ໂຕ​ເລິມ ໂອ​້​ລົມ​ທາງ​ໂທ​ລະ​ສັບ​ກັບ​ບັນ​ດາ​ສະ​ມາ​ຊິ​ກ​ສະ​ພາ​ສູງ ອາ​ເມ​ລິ​ກາ

2026/2/19 | 08:36:09
(VOVWORLD) -         ວັນທີ 18 ກຸມພາ, ຕາມເວລາທ້ອງຖິ່ນ, ໃນໄລຍະເຂົ້າຮ່ວມກອງປະຊຸມໄຂສະພາສັນຕິພາບເຂດ ກາຊາ ຢູ່ນະຄອນຫຼວງ ວໍຊິງຕັນ ດີຊີ (ອາເມລິກາ) ຕາມຄຳເຊື້ອເຊີນຂອງທ່ານ Donald Trump ປະທານາທິບໍດີ ອາເມລິກາ, ປະທານສະພາສັນຕິພາບ, ປະທານສະພາສັນຕິພາບເຂດ ກາຊາ, ທ່ານເລຂາທິການໃຫຍ່ ໂຕເລິມ ໄດ້ໂອ້ລົມທາງໂທລະສັບກັບທ່ານ Steve Daines ສະມາຊິກສະພາສູງ ພັກສາທາລະນະ - ລັດ Montanam), ສະມາຊິກກຳມາທິການການພົວພັນຕ່າງປະເທດ ແລະ ທ່ານ Bill Hagerty ສະມາຊິກສະພາສູງ (ພັກສາທາລະນະ - ລັດ Tennessee).
ບັນຍາກາດການໂອ້ລົມສົນທະນາທາງໂທລະສັບ(ພາບ: TTXVN)

ໃນການໂອ້ລົມສົນທະນາກັບບັນດາສະມາຊິກສະພາສູງ ອາເມລິກາ, ທ່ານເລຂາທິການໃຫຍ່ ໂຕເລິມ ຕີລາຄາສູງການປະກອບສ່ວນຂອງບັນດາສະມາຊິກສະພາສູງໃນການປັບປຸງ ແລະ ພັດທະນາສາຍພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງ ຫວຽດນາມ ແລະ ອາເມລິກາ, ໃນນັ້ນ ມີການຊຸກຍູ້ສະພາສູງ ອາເມລິກາ ຮັບຮອງເອົາ ມະຕິວ່າດ້ວຍການ “ສະເຫຼີມສະຫຼອງ 30 ປີແຫ່ງວັນສ້າງຕັ້ງສາຍພົວພັນການຕ່າງປະເທດລະຫວ່າງ ອາເມລິກາ ແລະ ຫວຽດນາມ” ເມື່ອເດືອນທັນວາ 2025, ສະແດງການສະໜັບສະໜູນຂອງສະພາສູງ - ສະພາຕ່ຳ ອາເມລິກາ ທີ່ມີຕໍ່ ຫວຽດນາມ ແລະ ສາຍພົວພັນ ຫວຽດນາມ - ອາເມລິກາ. ໃນໄລຍະຈະມາເຖິງ, ທ່ານເລຂາທິການໃຫຍ່ ສະເໜີໃຫ້ສອງຝ່າຍຕ້ອງເສີມຂະຫຍາຍພື້ນຖານສາຍພົວພັນທີ່ໄດ້ຮັບການສ້າງຕັ້ງໃນໄລຍະກວ່າ 30 ປີຜ່ານມາ, ໃນນັ້ນ ມີການແລກປ່ຽນຄະນະ ແລະ ການຮ່ວມມືລັດຖະສະພາ; ພ້ອມທັງສະເໜີໃຫ້ສອງຝ່າຍຮັກສາສາຍພົວພັນທາງດ້ານເສດຖະກິດ - ການຄ້າ  - ການລົງທຶນຕາມທິດມີສະຖຽນລະພາບ, ຍືນຍົງ ແລະ ສະພາແຫ່ງຊາດ ອາເມລິກາ ສືບຕໍ່ເອົາໃຈໃສ່ເຖິງແຫຼ່ງກຳລັງໜູນຊ່ວຍ ຫວຽດນາມ ແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ.

        ສ່ວນບັນດາສະມາຊິກສະພາສູງ ອາເມລິກາ ຢັ້ງຢືນວ່າ ຈະສະໜັບສະໜູນການຊຸກຍູ້ສາຍພົວພັນ ຫວຽດນາມ - ອາເມລິກາ ໃຫ້ນັບມື້ນັບແທດຈິງ, ມີປະສິດທິຜົນກວ່າເກົ່າຢ່າງແຮງ ພ້ອມທັງຫວັງວ່າ ສອງປະເທດຈະບັນລຸໄດ້ຂໍ້ຕົກລົງການຄ້າສົມທົບໂດຍໄວ.

ວັນຫຽວ

 

TAG
VOV/VOVworld/ສະມາຊິກສະພາສູງ ອາເມລິກາ/“ສະເຫຼີມສະຫຼອງ 30 ປີແຫ່ງວັນສ້າງຕັ້ງສາຍພົວພັນການຕ່າງປະເທດລະຫວ່າງ ອາເມລິກາ ແລະ ຫວຽດນາມ”/ສາຍພົວພັນ ຫວຽດນາມ - ອາເມລິກາ.

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ