logo

ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລມ ໃຫ້​ການ​ຕ້ອນ​ຮັບ​ທ່ານ Jamieson Greer ຜູ້​ຕາງ​ໜ້າການ​ຄ້າ ອາ​ເມ​ລິ​ກາ

2026/2/20 | 07:35:53
(VOVWORLD) - ທີ່ການຕ້ອນຮັບ, ທ່ານເລຂາທິການໃຫຍ່ໂຕເລິມ ຕີລາຄາສູງບັນດາຜົນສຳເລັດໃນການຮ່ວມມືລະຫວ່າງສອງປະເທດ ບົນບັນດາຂົງເຂດການເມືອງເສດຖະກິດ - ການຄ້າ, ການປ້ອງກັນຊາດ - ປ້ອງກັນຄວາມສະຫງົບ, ການພົວພັນແລກປ່ຽນປະຊາຊົນ ແລະ ປາດຖະໜາຢາກສອງຝ່າຍພ້ອມກັນຊຸກຍູ້ການພົວພັນໃຫ້ນັບມື້ນັບພັດທະນາກວ່າ.
ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໂຕເລິມ ໃຫ້ການຕ້ອນຮັບທ່ານເອກອັກຄະລັດຖະທູດ Jamieson Greer ຜູ້ຕາງໜ້າການຄ້າ ອາເມລິກາ (ພາບ: TTXVN)

ເນື່ອງໃນໂອກາດ ເຂົ້າຮ່ວມກອງປະຊຸມໄຂສະພາສັນຕິພາບ ກ່ຽວກັບເຂດກາຊາ ຢູ່ ອາເມລິກາ, ວັນທີ 19 ກຸມພາ, ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໂຕເລິມ ໄດ້ໃຫ້ການຕ້ອນຮັບທ່ານເອກອັກຄະລັດຖະທູດ Jamieson Greer ຜູ້ຕາງໜ້າການຄ້າ ອາເມລິກາ.

ທີ່ການຕ້ອນຮັບ, ທ່ານເລຂາທິການໃຫຍ່ໂຕເລິມ ຕີລາຄາສູງບັນດາຜົນສຳເລັດໃນການຮ່ວມມືລະຫວ່າງສອງປະເທດ ບົນບັນດາຂົງເຂດການເມືອງເສດຖະກິດ - ການຄ້າ, ການປ້ອງກັນຊາດ - ປ້ອງກັນຄວາມສະຫງົບ, ການພົວພັນແລກປ່ຽນປະຊາຊົນ ແລະ ປາດຖະໜາຢາກສອງຝ່າຍພ້ອມກັນຊຸກຍູ້ການພົວພັນໃຫ້ນັບມື້ນັບພັດທະນາກວ່າ. ພ້ອມກັນສະແດງຄວາມຊົມເຊີຍຕໍ່ບັນດາຜົນສຳເລັດຢ່າງຕັ້ງໜ້າທີ່ບັນລຸໄດ້ໃນວິວັດການເຈລະຈາສັນຍາການຄ້າປະສົມ. ທ່ານເລຂາທິການໃຫຍ່ໃຫ້ຮູ້ວ່າ ບັນດາອົງການຂອງ ຫວຽດນາມ ຈະສືບຕໍ່ປະສານສົມທົບກັບຝ່າຍອາເມລິກາ ເພື່ອໃຫ້ສອງຝ່າຍອາດສາມາດບັນລຸໄດ້ຂໍ້ຕົກລົງໂດຍໄວ.

ສ່ວນທ່ານ ເອກອັກຄະລັດຖະທູດ Jamieson Greer ຜູ້ຕາງໜ້າການຄ້າ ອາເມລິກາ ເນັ້ນໜັກວ່າ, ຫວຽດນາມແມ່ນໜຶ່ງໃນບັນດາຄູ່ຮ່ວມມືທາງດ້ານການຄ້າ ສຳຄັນຂອງອາເມລິກາ, ການເພີ່ມທະວີການຊຸກຍູ້ຮ່ວມມືດ້ານເສດຖະກິດ - ການຄ້າສອງຝ່າຍ ຈະປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພັດທະນາສັງລວມການພົວພັນ ລະຫວ່າງສອງປະເທດ.

TAG
VOV/VOVworld/ອາ​ເມ​ລິ​ກາ/ຫວຽດ​ນາມ/ເຂດ​ກາ​ຊາ/ສັນ​ຕິ​ພາບ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ