logo

ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ ໃຫ້​ການ​ຕ້ອນ​ຮັບ​ທ່ານ​ Kurt Campbell ອະ​ດີດ ຮອງລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ອາ​ເມ​ລິ​ກາ

2026/2/21 | 08:00:25
(VOVWORLD) - ຫວຽດນາມ ໃຫ້ຄຳໝັ້ນສັນຍາສືບຕໍ່ປັບປຸງສະພາບແວດລ້ອມແຫ່ງການລົງທຶນ, ຮັກສາສະຖຽນລະພາບດ້ານການເມືອງ - ສັງຄົມ, ຍົກສູງຄຸນນະພາບລະບອບລະບຽບການ ແລະ ສ້າງເງື່ອນໄຂສະດວກທີ່ສຸດເພື່ອໃຫ້ບັນດາວິສາຫະກິດ ສາກົນພັດທະນາຍາວນານ, ມີປະສິດທິຜົນ ແລະ ຍືນຍົງ.
, ທ່ານເລຂາທິການໃຫຍ່ ໂຕເລິມນ ໃຫ້ການຕ້ອນຮັບທ່ານ Kurt M. Campbell ອະດີດ ຮອງລັດຖະມົນຕີການຕ່າງປະເທດ ອາເມລິກາ (ພາບ: TTXVN)

ຕອນບ່າຍວັນທີ 20 ກຸມພາ, ຕາມເວລາທ້ອງຖິ່ນ, ຢູ່ ວໍຊິງຕັນ, ອາເມລິກາ, ກ່າວຄຳເຫັນທີ່ການຕ້ອນຮັບທ່ານ Kurt M. Campbell ອະດີດ ຮອງລັດຖະມົນຕີການຕ່າງປະເທດ ອາເມລິກາ, ທ່ານເລຂາທິການໃຫຍ່ ໂຕເລິມ ສະເໜີທ່ານ Kurt Campbell ສືບຕໍ່ເສີມຂະຫຍາຍບົດບາດແມ່ນຂົວເຊື່ອມຕໍ່ຢ່າງມີຄວາມໄວ້ເນື້ອເຊື່ອໃຈ ລະຫວ່າງ ຫວຽດນາມ ແລະ ອາເມລິກາ, ປະຊາຄົມ ວິສາຫະກິດ ແລະ ບັນດາຄູ່ຮ່ວມມືສາກົນ, ສະໜອງບັນດາການວິໄຈຍຸດທະສາດກ່ຽວກັບທ່າອ່ຽງເສດຖະກິດ, ເຕັກໂນໂລຢີ ແລະ ນະໂຍບາຍທົ່ວໂລກ, ເພີ່ມທະວີການເຊື່ອມຕໍ່ວິສາຫະກິດ ອາເມລິກາ ແລະ ບັນດານັກລົງທຶນຍຸດທະສາດ ກັບບັນດາກະຊວງ, ຂະແໜງການ, ທ້ອງຖິ່ນຫວຽດນາມ.

ທ່ານເລຂາທິການໃຫຍ່ ເນັ້ນໜັກວ່າ ຜົນສຳເລັດຂອງບັນດານັກລົງທຶນແມ່ນຜົນສຳເລັດຂອງ ຫວຽດນາມ, ຢັ້ງຢືນວ່າ ຫວຽດນາມ ໃຫ້ຄຳໝັ້ນສັນຍາສືບຕໍ່ປັບປຸງສະພາບແວດລ້ອມແຫ່ງການລົງທຶນ, ຮັກສາສະຖຽນລະພາບດ້ານການເມືອງ - ສັງຄົມ, ຍົກສູງຄຸນນະພາບລະບອບລະບຽບການ ແລະ ສ້າງເງື່ອນໄຂສະດວກທີ່ສຸດເພື່ອໃຫ້ບັນດາວິສາຫະກິດ ສາກົນພັດທະນາຍາວນານ, ມີປະສິດທິຜົນ ແລະ ຍືນຍົງ.

ທ່ານ Kurt Campbell ໃຫ້ຮູ້ວ່າປະຊາຄົມວິສາຫະກິດ ແລະ ຄູ່ຮ່ວມມືອາເມລິກາ ຕີລາຄາສູງສະພາບແວດລ້ອມແຫ່ງການລົງທຶນຂອງ ຫວຽດນາມ, ຖືຫວຽດນາມ ແມ່ນຈຸດນັດພົບຍຸດທະສາດໃນລະບົບສະໜອງ ແລະ ນະວັດຕະກຳ ທົ່ວໂລກ, ຢັ້ງຢືນພ້ອມແລ້ວທີ່ຈະສືບຕໍ່ຮ່ວມເດີນທາງ, ໜູນຊ່ວຍຊຸກຍູ້ການຮ່ວມມືດ້ານເສດຖະກິດ, ການລົງທຶນ ແລະ ເຊື່ອມຕໍ່ວິສາຫະກິດລະຫວ່າງສອງປະເທດ.

TAG
VOV/VOVworld/ຫວຽດ​ນາມ/ອາ​ເມ​ລິ​ກາ/ການ​ລົງ​ທຶນ/ນັກ​ລົງ​ທຶນ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ