logo

ນັກ​ຊ່ຽວ​ຊານ​ສ.ເກົາຫຼີ ຕັ້ງ​ຄວາມ​​ຫວັງ​ກ່ຽວ​ກັບ​ບາດ​ລ້ຽວພັດ​ທະ​ນາ​ຂອງ ຫວຽດ​ນາມ

2026/1/11 | 09:52:48
(VOVWORLD) - ຕາມທ່ານສາດສະດາຈານແລ້ວ, ການກຳນົດທິດຍຸດທະສາດສຳຄັນທີ່ສຸດເຊິ່ງກອງປະຊຸມໃຫຍ່ XIV ຕ້ອງກຳນົດແມ່ນການຫັນປ່ຽນກ່ຽວກັບຄຸນນະພາບຂອງຮູບແບບການເຕີບໂຕ. 
ພາບປະກອບ: TTXVN

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກກອມມູນິດ ຫວຽດນາມ ໄດ້ຮັບຄວາມຄາດຫວັງຈະກຳນົດວິໄສທັດພັດທະນາທີ່ມີລັກສະນະບາດລ້ຽວໃຫ້ແກ່ໄລຍະຮອດປີ 2030 ແລະ ໄກກວ່ານັ້ນແມ່ນປີ 2045. ນີ້ແມ່ນຂໍ້ສັງເກດຂອງທ່ານ ສາດສະດາຈານ, ປ.ອ ວັນນະຄະດີ Park Yeon Gwan, ພະແນກພາສາຫວຽດ, ມະຫາວິທະຍາໄລ ພາສາຕ່າງປະເທດ Hankuk (HUFS)  ເມື່ອຕອບສຳພາດຕໍ່ນັກຂ່າວສຳນັກຂ່າວສານ ຫວຽດນາມ ຢູ່ ເຊີອູນ.

ຕາມທ່ານສາດສະດາຈານແລ້ວ, ການກຳນົດທິດຍຸດທະສາດສຳຄັນທີ່ສຸດເຊິ່ງກອງປະຊຸມໃຫຍ່ XIV ຕ້ອງກຳນົດແມ່ນການຫັນປ່ຽນກ່ຽວກັບຄຸນນະພາບຂອງຮູບແບບການເຕີບໂຕ. ຫວຽດນາມ ຕ້ອງຄ່ອຍຫຼຸດພົ້ນອອກຈາກການພັດທະນາສວ່ນຫຼາຍອີງຕາມການດຶງດູດເງິນລົງທຶນໂດຍກົງຈາກຕ່າງປະເທດ ແລະ ການສົ່ງອອກ, ມາເປັນຮູບແບບຖືສະມັດຕະພາບ, ເຕັກໂນໂລຢີ ແລະ ຄວາມສາມາດພາຍໃນຂອງວິສາຫະກິດພາຍໃນປະເທດເປັນໃຈກາງ, ຜ່ານນັ້ນ ຍົກຖານະບົດບາດໃນລະບົບມູນຄ່າພາກພື້ນ ແລະ ທົ່ວໂລກ.

TAG
VOV/VOVworld/ກອງປະຊຸມໃຫຍ່ XIV/ຫວຽດ​ນາມ/ສ.ເກົາຫຼີ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ