ບັນດານັກສຶກສາລາວ ກຽມພ້ອມຕ້ອນຮັບ ແລະ ແນະນຳວັດທະນະທຳລາວ ສູ່ນັກສຶກສາ ຫວຽດນາມ |
ນັ້ນແມ່ນຄໍາແບ່ງປັນຂອງເພື່ອນ ເລງອກແອວງ - ຮອງຄະນະເນື້ອໃນຂອງງານບຸນ LaoSao Fest. ແອວງ ໄດ້ພ້ອມກັບເພື່ອນທັງ ຫວຽດນາມ ແລະ ລາວ ຫຼາຍໃຊ້ເວລາ 2 ເດືອນເພື່ອກະກຽມໃຫ້ແກ່ງານບຸນດັ່ງກ່າວ.
“ຍ້ອນຄວາມເອກອ້າງທະນົງໃຈ, ຄວາມເຊື່ອໝັ້ນ ແລະ ສະຕິຄວາມຮັບຜິດຊອບຂອງຕົນໃນການຮັກສາ, ເພີ່ມພູນຄູນສ້າງສາຍພົວພັນ ຫວຽດນາມ - ລາວ ໃຫ້ “ຂຽວສົດງົດງາມ, ໝັ້ນຄົງທະນົງແກ່ນໄປຊົ່ວກາລະນານ” ນັ້ນ ໄດ້ສ້າງກຳລັງໜູນອັນໃຫຍ່ຫຼວງເພື່ອໃຫ້ພວກນ້ອງຈັດງານບຸນນີ້. ພວກນ້ອງໄດ້ພ້ອມກັນອອກແນວຄວາມຄິດ, ພ້ອມກັນກະກຽມ ແລະ ປະຕິບັດງານແລກປ່ຽນວັດທະນະທຳນັກສຶກສາ ຫວຽດນາມ - ລາວ ດ້ວຍຊື່ເອີ້ນທີ່ມີຄວາມໝາຍວ່າ: LaoSao Fest”
“ໃນເບື້ອງຕົ້ນພວກນ້ອງພົບກັບຄວາມຫຍຸ້ງຍາກຫຼາຍຢ່າງ, ແຕ່ຄວາມຫຍຸ້ງຍາກເຫຼົ່ານັ້ນກໍໄດ້ຮັບການແກ້ໄຂຢ່າງວ່ອງໄວເມື່ອມີການເຂົ້າຮ່ວມຂອງບັນດານັກສຶກສາລາວ. ສຸດທ້າຍພວກນ້ອງກໍສາມາດເລືອກໄດ້ບັນດາຊຸດອາພອນທີ່ສະແດງໃຫ້ເຫັນສີສັນທີ່ເປັນເອກະລັກສະເພາະຂອງສອງຊາດ ເພື່ອສະແດງໃນລາຍການ “ແພໄໝ - ສາຍສຳພັນສອງຊາດ”.
ປັ້ນຕໍ່ແຮ - ການລະຫຼີ້ນພື້ນເມືອງຂອງ ຫວຽດນາມ ກໍໄດ້ນຳມາແນະນຳໃຫ້ແກ່ນັກສຶກສາລາວໃນງານບຸນ |
ການກະກຽມຢ່າງລອບຄອບຖີ່ຖ້ວນຂອງພວກເພື່ອນນັກສຶກສາສອງປະເທດໄດ້ເຮັດໃຫ້ເດີ່ນສະຖາບັນການຕ່າງປະເທດມີຄວາມຄຶກຄື້ນມ່ວນຊື່ນ ແລະ ອົບອຸ່ນກວ່າແຕ່ລະມື້. ທຸງຊາດຂອງ ຫວຽດນາມ ແລະລາວ ປິວສະບັດ, ບັນດາຮ້ານວາງສະແດງເພື່ອໃຫ້ນັກສຶກສາເຮັດອາຊີບພື້ນເມືອງຕົວຈິງ; ບັນດາເຍື່ອງອາຫານຂອງທັງສາມພາກເໜືອ, ກາງ, ໃຕ້ ເຊັ່ນ: ເຂົ້າໜົມ ແບງບໍ່; ເຂົ້າໜົມ ແບງນ້ຳ, ເຂົ້າໜົມ ແບງຄອດ… ຂອງ ຫວຽດນາມ; ຕຳໝາກຮຸ່ງ, ລາບ, ເຂົ້າໜຽວລາວ ໄດ້ດຶງດູດ ນັກສຶກສາທັງ ຫວຽດນາມ ແລະ ລາວ ນັບຮ້ອຍຄົນທີ່ພວມຮ່ຳຮຽນຢູ່ ຮ່າໂນ້ຍເຂົ້າຮ່ວມ. ພວກເພື່ອນມີຄວາມຈັບອົກຈັບໃຈຫຼາຍເມື່ອໄດ້ເຂົ້າຮ່ວມການເຮັດພາບ ດົງໂຮ່, ປັ້ນຕໍ່ແຮ ຫຼື ຊອກຮູ້ກ່ຽວກັບຄວາມໝາຍຂອງເສັ້ນຝ້າຍແຕ່ລະເສັ້ນໃນພິທີມັດແຂນ, ບາສີສູ່ຂວັນຂອງຄົນລາວ.
“ນ້ອງມາຈາກມະຫາວິທະຍາໄລຊົນລະປະທານ. ນ້ອງຮູ້ສຶກວ່າ ງານບຸນມື້ນີ້ເປັນເອກະລັກສະເພາະ ແລະ ມີຄວາມໝາຍຄວາມສຳຄັນທີ່ສຸດຕໍ່ໄມຕີຈິດມິດຕະພາບຂອງສອງຊາດ. ພາຍຫຼັງໄດ້ຮັບຟັງການແນະນຳຈາກເພື່ອນລາວ, ນ້ອງເຫັນວ່າ ວັດທະນະທຳລາວ ຈັບອົກຈັບໃຈຫຼາຍ ແລະ ພິທີມັດແຂນ ກໍ່ມີຄວາມໝາຍສຳຄັນທີ່ສຸດໃນຊີວິດທາງດ້ານວັດທະນະທຳຂອງລາວ”.
“ມື້ນີ້, ນ້ອງຮູ້ສຶກມ່ວນ ແລະ ມີຄວາມໝາຍທີ່ສຸດ. ພວກອ້າຍເອື້ອຍໄດ້ແບ່ງປັນໃຫ້ນ້ອງເຂົ້າໃຈກ່ຽວກັບຄວາມໝາຍຂອງເສັ້ນຝ້າຍໃນພິທີມັດແຂນ, ເຊັ່ນ: ເສັ້ນສີບົວແມ່ນມີຄວາມໂຊກດີໃນການຮ່ຳຮຽນ, ສີຂາວ ແມ່ນມີຄວາມໂຊກດີໃນຊີວິດ…”
ບົດເພງມິດຕະພາບລາວ - ຫວຽດນາມ ໄດ້ຮັບການສະແດງດ້ວຍດົນຕີພື້ນເມືອງຂອງ ຫວຽດນາມ |
ທ່ານນາງ ຄຳເພົາ ເອີນທະວັນ ເອກອັກຄະລັດຖະທູດຜູ້ມີອຳນາດເຕັມແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ ໄດ້ຕີລາຄາສູງຕໍ່ຈິດໃຈຂອງນັກສຶກສາສອງປະເທດ ເມື່ອຮັບຊົມລາຍການສະແດງຊຸດອາພອນປະຈຳຊາດ - ແພໄໝ - ສາຍສໍາພັນສອງຊາດ; ງານວາງສະແດງພາບຖ່າຍ “ໄມຕີຈິດມິດຕະພາບ ຫວຽດນາມ - ລາວ” ແລະ ອາຫານການກິນ. ທ່ານນາງ ຄຳເພົາ ເອີນທະວັນ ເອກອັກຄະລັດຖະທູດຜູ້ມີອຳນາດເຕັມແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມແບ່ງປັນວ່າ:
ທ່ານນາງ ຄຳເພົາ ເອີນທະວັນ ເອກອັກຄະລັດຖະທູດຜູ້ມີອຳນາດເຕັມແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ ໄດ້ທຳຄວາມລຶ້ງເຄີຍກັບສິລະປະເຮັດພາບ ດົງໂຮ່ ໃນງານບຸນ
|




