Chhoeung Lyna ມີໃນໂຕທັງສອງສາຍເລືອດ ຫວຽດ ແລະ ກຳປູເຈຍ |
“ຂະແໜງສາທາລະນະສຸກຂອງ ຫວຽດນາມ ມີການພັດທະນາຫຼາຍ. ສະນັ້ນ ຂ້າພະເຈົ້າຈຶ່ງຢາກມາຮຽນຢູ່ ຫວຽດນາມ. ອີກຢ່າງ ພໍ່ຂອງຂ້າພະເຈົ້າກໍແມ່ນຄົນ ຫວຽດ ສະນັ້ນ ຂ້າພະເຈົ້າກໍຢາກມາຮ່ຳຮຽນຢູ່ບ້ານເກີດເມືອງນອນຂອງພໍ່ແດ່”.
ແຝງໃນຄວາມສວຍງາມຂອງຜູ້ຍິງນັ້ນ, Lyna ແມ່ນນາງສາວທີ່ເຂັ້ມແຂງ ແລະ ມີຄວາມເມົາມົວກັບວິຊາມວຍ Taekwondo ຢ່າງແຮງ. ສອງຂົງເຂດເບິ່ງຄືວ່າມີຄວາມແຕກຕ່າງກັນແນວນັ້ນ ແຕ່ຍາມໃດກໍໄປຄຽງຄູ່ກັນກັບເສັ້ນທາງແຫ່ງການເຕີບໃຫຍ່ຂອງນາງສາວຄົນນີ້. Lyna ໃຫ້ຮູ້ວ່າ:
“ເຫດຜົນທີ່ຂ້າພະເຈົ້າເລືອກຝຶກແອບວິຊາມວຍ Taekwondo ນີ້ ແມ່ນຍ້ອນຄວາມຮັກມັກແທ້ໆຂອງຂ້າພະເຈົ້າ ແລະ ຂ້າພະເຈົ້າກໍຢາກມຸ່ງໝັ້ນຝຶກຊ້ອມວິຊານີ້ ເໝືອນດັ່ງພໍ່ຂອງຕົນ. ຍ້ອນວ່າ, ພໍ່ຂອງຂ້າພະເຈົ້າກໍແມ່ນນັກກິລາມວຍ Taekwondo, ທຸກຄົນມັກເວົ້າວ່າ ເປັນຜູ້ຍິງບໍ່ຄວນຕີມວຍ, ຂ້າພະເຈົ້າຈະແມ່ນຜູ້ທີ່ພິສູດໃຫ້ທຸກຄົນເຫັນວ່າ ຜູ້ຍິງກໍເຮັດໄດ້ດີ ບໍ່ນ້ອຍໜ້າກວ່າຜູ້ຊາຍ”.
Lyna ມີຄວາມເມົາມົວກັບວິຊາມວຍ Taekwondo ຢ່າງແຮງ |
“ປັດຈຸບັນ, Lyna ພ້ອມກັບບັນດາອ້າຍເອື້ອຍ ພວມແມ່ນເສົາຫຼັກຂອງທິມສະໂມສອນ Taekwondo ມະຫາວິທະຍາໄລ ຫງວຽນເຕິດແທັ່ງ ເພື່ອເຂົ້າຮ່ວມການແຂ່ງຂັນຕ່າງໆຂອງນັກສຶກສາພາຍໃນປະເທດ. ພິເສດ, ສິ່ງທີ່ໜ້າສົນໃຈທີ່ສຸດແມ່ນປີ 2015, ໃນງານມະຫາກຳກິລານັກສຶກສາທົ່ວປະເທດ ທີ່ຈັດຂຶ້ນຢູ່ບັກນິງ, Lyna ກໍຄວ້າໄດ້ລາງວັນຫຼຽນເງິນສຳລັບວິຊາມວຍມາດຕະຖານ”.
ໃນງານມະຫາກຳກິລາ Seagame 23 Lyna ຄວ້າໄດ້ລາງວັນຫຼຽນທອງ ປະເພດກິລາ Taekwondo ມາໃຫ້ ກຳປູເຈຍ |
“ພວກເຮົາທຸກຄົນຕ່າງກໍຮູ້ວ່າ ປີ 2023 ນີ້ ກຳປູເຈຍ ຈະເປັນປະເທດເຈົ້າພາບຈັດງານມະຫາກຳກິລາ Seagame. ນີ້ກໍແມ່ນຄັ້ງທຳອິດໃນປະຫວັດສາດຂອງປະເທດ ກຳປູເຈຍ. ຂ້າພະເຈົ້າຈະສືບຕໍ່ມານະພະຍາຍາມຫຼາຍກວ່າອີກ ເພື່ອສາມາດໄດ້ເຂົ້າແຂ່ງຂັນໃນງານມະຫາກຳກິລາອາຊີຕາເວັນອອກສ່ຽງໃຕ້ 2023 ທີ່ຈະມາເຖິງນີ້”.
ໂດຍຫຼໍ່ລ້ຽງຄວາມໄຝ່ຝັນທັງສອງໃນເວລາດຽວກັນ, ຍາມໃດ Lyna ກໍມານະພະຍາຍາມຮຽນຮູ້ ແລະ ສະແຫວງຫາຄວາມຮູ້ໃໝ່ໆໃນຂະແໜງການຢາ ແລະ ຝຶກແອບເຕັກນິກ, ທັກສະຕ່າງໆໃນການຕີມວຍ ເພື່ອພິຊິດຄວາມໄຝ່ຝັນຂອງຄົນ. ຄວາມເມົາມົວ ແລະ ຄວາມສຸດຈິດສຸດໃຈຂອງ Lyna ເໝືອນດັ່ງພະລັງຊີວິດ ແລະ ແຜ່ກະຈາຍແຫຼ່ງກຳລັງທີ່ຕັ້ງໜ້າມາໃຫ້ເພື່ອນໜຸ່ມຫຼາຍຄົນ, ພິເສດ ແມ່ນສຳລັບນັກສຶກສາ ກຳປູເຈຍ ທີ່ກ້າໄຝ່ຝັນ ແລະ ກ້າປະຕິບັດຕາມຄວາມຝັນຂອງຕົນ. ນີ້ກໍແມ່ນສາຍເຫດທີ່ເຮັດໃຫ້ນາງສາວຄົນນີ້ ຍາມໃດກໍໄດ້ຮັບຄວາມຮັກແພງຈາກໝູ່ຄູ.
ປີ 2022, Lyna ຈະຮຽນຈົບມະຫາວິທະຍາໄລ ຫງວຽນເຕິດແທັ່ງ, ຂະແໜງການຢາ. ພາຍຫຼັງຮຽນຈົບ, Lyna ຈະສືບຕໍ່ຢູ່ ຫວຽດນາມ ເພື່ອເຮັດວຽກ ແລະ ຝຶກແອບປະເພດກິລາມວຍຕື່ມອີກ ສອງ - ສາມປີ ເພື່ອຮຽນຮູ້ບົດຮຽນຕົວຈິງ ກອ່ນທີ່ຈະກັບເມືອປະເທດ./.




