ນັກສຶກສາລາວ ສະແດງສິລະປະໃນລາຍການພົບປະແລກປ່ຽນມິດຕະພາບ ສະບາຍດີປີໃໝ່ (ພາບ: nghean24h.vn) |
ວັນທີ 28 ບຸນເຕັດ-ກົງກັບວັນທີ 30 ມັງກອນ 2022 ແມ່ນຊຸມວັນສຸດທ້າຍຂອງປີເກົ່າປີສະຫລູ, ກຽມຕ້ອນຮັບປີໃໝ່ປີຂານ 2022. ນີ້ກໍແມ່ນຈຸດເວລາທີ່ທຸກໆຄອບຄົວ ຫວຽດນາມ ໄດ້ປັດກວດມ້ຽນມັດເຮືອນຊານ, ຈັດແຈງປະດັບປະດານເຮືອນຊານບ້ານຊ່ອງ, ຫໍ່ເຂົ້າຕົ້ມ, ສະມາຊິກທຸກຄົນໃນຄົວຄອບກໍກັບມາເຕົ້າໂຮມກັນເພື່ອກຽມຕ້ອນຮັບປີໃໝ່. ສຳລັບນັກສຶກສາລາວ ຈຳນວນ 430 ຄົນ ທີ່ພວມຮຽນຢູ່ ເງະອານ ຄື ມະຫາວິທະຍາໄລ ວິງ, ມະຫາວິທະຍາໄລແພດສາດ ວິງ, ມະຫາວິທະຍາໄລອຸດສາຫະກຳ ວິງ ແລະ ມະຫາວິທະຍາໄລສ້າງຄູເຕັກນິກ ວິງ, ແຂວງ ເງະອານ ພັດບໍ່ໄດ້ກັບບ້ານ ຍ້ອນຖືກຜົນສະທ້ອນຈາກໂລກລະບາດໂຄວິດ - 19. ເຖິງຢ່າງໃດກໍຕາມ, ເຂົາເຈົ້າກໍບໍ່ຮູ້ສຶກໂສກເສົ້າຫງວ່ມເຫງົາ ຫຼື ຄິດຮອດບ້ານ, ຫາກຍັງຮູ້ສຶກດີໃຈ, ມີຄວາມສຸກ ແລະ ອົບອຸ່ນ ເມື່ອໄດ້ເຂົ້າຮ່ວມບຸນປີໃໝ່ປະຈຳຊາດຂອງຊາດ ຫວຽດນາມ ແລະ ໄດ້ຮັບຄວາມເອົາໃຈໃສ່ຈາກການນຳແຂວງ ແລະ ຈາກອົງການໝູ່ຄະນະຕ່າງໆພາຍໃນແຂວງ.
“ພວກຂ້າພະເຈົ້າ ຈັດລາຍການພົບປະມິດຕະພາບ ສະຫຼອງບຸນປີໃໝ່ເພື່ອໃຫ້ນັກສຶກສາລາວ ທຸກຄົນມີຄວາມຮູ້ສຶກຄືກຳລັງຢູ່ບ້ານເກີດເມືອງນອນຂອງຕົນ. ນອກຈາກການເຄື່ອນໄຫວນີ້ແລ້ວ, ພວກຂ້າພະເຈົ້າຈະສືບຕໍ່ຈັດການເຄື່ອນໄຫວອື່ນໆທີ່ຟົດຟື້ນມ່ວນຊື່ນຫຼາຍກວ່າອີກ ໃຫ້ສົມກັບສາຍພົວພັນລະຫວ່າງ ຫວຽດນາມ - ລາວ”.
ບັນດາຜູ້ແທນມອບຂອງຂວັນປີໃໝ່ໃຫ້ແກ່ນັກສຶກສາລາວ (ພາບ: nghean24h.vn) |
ທ່ານ ເລກົງດຶກ, ຜູ້ອຳນວຍການສູນບໍລິການໜູນຊ່ວຍນັກສຶກສາ ແລະ ການພົວພັນວິສາຫະກິດ, ມະຫາວິທະຍາໄລ ວິງ ໃຫ້ຮູ້ວ່າ ຍ້ອນໂລກລະບາດໂຄວິດ - 19, ສະນັ້ນ ນັກສຶກສາລາວ 250 ຄົນ ໄດ້ພັກບຸນປີໃໝ່ຢູ່ກັບໂຮງຮຽນເລີຍ. ເພາະສະນັ້ນ, ທາງໂຮງຮຽນ ໄດ້ຈັດການເຄື່ອນໄຫວຫຼາຍຢ່າງເພື່ອຊ່ວຍໃຫ້ນັກສຶກສາ ລາວ ໄດ້ເຂົ້າຮ່ວມບຸນປີໃໝ່ປະຈຳຊາດຂອງ ຫວຽດນາມ ຢ່າງອົບອຸ່ນ ແລະ ເບີກບານມ່ວນຊື່ນ, ຈັດບັນດາການເຄື່ອນໄຫວ “ເພື່ອນຊ່ວຍເພື່ອນ”, ພົບປະມິດຕະພາບ, ສະແດງສິລະປະ ດ້ວຍຫົວຂໍ້ “ສີສັນວັດທະນະທຳ”…ແຕ່ລະພາກວິຊາ, ສະຖາບັນ, ຫົວໜ່ວຍຕ່າງໆ ກໍໄດ້ຈັດການໄປຢື້ຢາມຖາມຂ່າວ,ໃຫ້ກຳລັງໃຈ ແລະ ມອບຂອງຂວັນໃຫ້ແກ່ເຂົາເຈົ້າອີກດ້ວຍ.
ບໍລິສັດໃຫຍ່ການຮ່ວມມື ທະຫານເຂດທີ 4 ມອບຂອງຂວັນໃຫ້ແກ່ນັກສຶກສາລາວ (ພາບ: Quoc Khanh) |
ນອກຈາກໄດ້ຮັບຄວາມເອົາໃຈໃສ່ຈາກການນຳແຂວງ, ບັນດາອົງການ, ໝູ່ຄະນະ ແລ້ວ, ບັນດາວິສາຫະກິດ ຫວຽດນາມ ຍາມໃດກໍຮ່ວມເດີນທາງ ແລະ ສະຫງວນນ້ຳໃຈພິເສດໃຫ້ແກ່ນັກສຶກສາລາວ. ເນື່ອງໃນໂອກາດນີ້, ບໍລິສັດໃຫຍ່ການຮ່ວມມື ທະຫານເຂດທີ 4 - ເຊິ່ງເປັນຫົວໜ່ວຍທີ່ມີການເຄື່ອນໄຫວທຸລະກິດຢູ່ປະເທດລາວ ກໍໄດ້ມອບຂອງຂວັນໃຫ້ແກ່ນັກສຶກສາລາວ, ແຕ່ລະພູດລວມມີເຄື່ອງຂອງ ແລະ ເງິນສົດແຕ່ 500.000 ຫາ 1 ລ້ານດົ່ງ.
ເຖິງວ່າ ໂລກລະບາດໂຄວິດ - 19 ໄດ້ສ້າງໄລຍະຫ່າງໃຫ້ແກ່ນັກສຶກສາລາວ ແລະ ຄອບຄົວກໍຕາມ ແຕ່ນີ້ກໍແມ່ນໂອກາດເພື່ອໃຫ້ເຂົາເຈົ້າໄດ້ສຳຜັດຕົວຈິງກັບວັດທະນະທຳ ຫວຽດນາມ, ຮູ້ສຶກໄດ້ເຖິງຄວາມເອົາໃຈໃສ່, ນ້ຳໃຈຂອງ ຊາວຫວຽດນາມ ກໍຄື ການຜູກພັນອັນໜຽວແໜ້ນຂອງສອງປະເທດ ຫວຽດນາມ - ລາວ ຕື່ມອີກ. ບັນດາການເຄື່ອນໄຫວທີ່ມີຄວາມໝາຍຢ່າງເລິກເຊິ່ງ, ເຕັມໄປດ້ວຍວັດທະນະທຳມະນຸດນີ້ ກໍເປັນການປະກອບສ່ວນເພີ່ມພູນຄູນສ້າງສາຍພົວພັນມິດຕະພາບແບບພິເສດລະຫວ່າງ ຫວຽດນາມ - ລາວ, ລາວ - ຫວຽດນາມ ຕື່ມອີກ./.




