logo

ນັກ​ຮຽນ​ຮູ້​ສາ​ກົນ ຕີ​ລາ​ຄາ​ສູງວິ​ໄສ​ທັດ​ຍຸດ​ທະ​ສາດ ແລະ ບັນ​ດາ​ທິດ​ທາງ​ພັດ​ທະ​ນາ​ບຸກ​ທະ​ລຸ​ຂອງ ຫວຽດ​ນາມ

2026/1/27 | 07:38:00
(VOVWORLD) - ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກກອມມູນິດ ຫວຽດນາມ ໄດ້ດຶງດູດຄວາມສົນໃຈຈາກວົງການນັກຮຽນຮູ້ສາກົນເປັນຈຳນວນຫຼາຍ, ໃນນັ້ນ ມີຫຼາຍນັກຊ່ຽວຊານຕີລາຄາວ່າ ຫວຽດນາມ ແມ່ນຮູບແບບທີ່ປະສົບຜົນສຳເລັດໃນການພັດທະນາເສດຖະກິດ - ສັງຄົມ. 
ພິທີປິດກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກ (ພາບ: TTXVN)

ເມື່ອຕອບສຳພາດຕໍ່ນັກຂ່າວສຳນັກຂ່າວສານ ຫວຽດນາມ ໃນວັນທີ 26 ມັງກອນ, ທ່ານນາງ ປອ. Valeria Vershinina, ຮອງຫົວໜ້າສູນ ອາຊຽນ, ມະຫາວິທະຍາໄລການພົວພັນສາກົນ  Moskva (MGIMO), ສະຫະພັນ ລັດເຊຍ, ໄດ້ເນັ້ນໜັກວ່າ ວິວັດທະນາການທີ່ຢຶດໝັ້ນຜັນຂະຫຍາຍການປ່ຽນແປງໃໝ່ຢ່າງຮອບດ້ານ ໄດ້ຊ່ວຍ ຫວຽດນາມ ກາຍເປັນສະມາຊິກທີ່ມີອິດທະພົນຊື່ສຽງຂອງປະຊາຄົມສາກົນເທື່ອລະກ້າວ, ແມ່ນສະຖານທີ່ດູດດື່ມກະແສເງິນລົງທຶນຈາກຕ່າງປະເທດ ແລະ ແມ່ນສູນຜະລິດທີ່ນັບມື້ນັບສຳຄັນໃນພາກພື້ນ. ທ່ານນາງ ຖືວ່າ ປັດຈຸບັນ ໂລກໄດ້ຮັບຮູ້ ຫວຽດນາມ ຄືດັ່ງປະເທດທີ່ມີພື້ນຖານເສດຖະກິດຂະຫຍັນຂັນເຄື່ອນ, ບັນລຸຄວາມກ້າວໜ້າສັງຄົມໄດ້ຫຼາຍ ແລະ ຖານະບົດບາດສາກົນນັບມື້ນັບໄດ້ຮັບການຍົກສູງຂຶ້ນ.

ນັກຂ່າວ Amiad Horowitz, ໜັງສືພິມ People’s World ສຽງຂອງພັກກອມມູນິດ ອາເມລິກາ, ໃຫ້ຂໍ້ສັງເກດວ່າ ກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກກອມມູນິດ ຫວຽດນາມ ຢັ້ງຢືນຄືນທັດສະນະພັດທະນາແບບຍືນຍົງ, ໃນນັ້ນ ການເຕີບໂຕເສດຖະກິດຕິດພັນກັບການປົກປັກຮັກສາສິ່ງແວດລ້ອມ ແລະ ຍົກສູງຄຸນນະພາບການດຳລົງຊີວິດຂອງປະຊາຊົນ.


TAG
VOV/VOVworld/ກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກກອມມູນິດ ຫວຽດນາມ/ນັກ​ຮຽນ​ຮູ້​ສາ​ກົນ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ