logo

ນັກ​ຮຽນ​ຮູ້ ອິນ​ໂດ​ເນ​ເຊຍ: ການ​ຕັດ​ສິນ​ຂອງ ອາ​ຊຽນ ແມ່ນ​ສິ່ງ​ທີ່​ໜ້າ​ຄິດຫງຳ​ສຳ​ລັບ ມຽ​ນ​ມາ

2021/10/25 | 08:31:00
(VOVWORLD) -ວົງການນັກຮຽນຮູ້ ອິນໂດເນເຊຍ ຖືວ່າ ການຕັດສິນດັ່ງກ່າວຂອງ ອາຊຽນ ແມ່ນສິ່ງທີ່ໜ້າຄິດຫງຳສຳລັບ ອຳນາດການປົກຄອງການທະຫານ ມຽນມາ.
ນາຍທະຫານ ຢູ່ ມຽນມາ (ພາບ: Antara/ Reuters)

ນັບແຕ່ວັນທີ 26 – 28 ຕຸລາ, ອາຊຽນ ຈະຈັດຕັ້ງກອງປະຊຸມສຸດຍອດຄັ້ງທີ 38 ແລະ 39 ໂດຍບໍ່ມີການເຂົ້າຮ່ວມຂອງການນຳການທະຫານ ມຽນມາ. ວົງການນັກຮຽນຮູ້ ອິນໂດເນເຊຍ ຖືວ່າ ການຕັດສິນດັ່ງກ່າວຂອງ ອາຊຽນ ແມ່ນສິ່ງທີ່ໜ້າຄິດຫງຳສຳລັບ ອຳນາດການປົກຄອງການທະຫານ ມຽນມາ.

        ນັກສັງເກດການກ່ຽວກັບການພົວພັນສາກົນຂອງມະຫາວິທະຍາໄລ Padjadjaran ຂອງ ອິນໂດເນເຊຍ, ທ່ານ Teuku Rezasyah ຕີລາຄາວ່າ ເລື່ອງ ອາຊຽນ ບໍ່ເຊີນກອງທັບ ມຽນມາ ເຂົ້າຮ່ວມ ແຕ່ເຊີນພຽງຜູ້ຕາງໜ້າປອດການເມືອງ ຈາກ ມຽນມາ ເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ ໄດ້ເຮັດໃຫ້ ມຽນມາ ຕ້ອງຄົ້ນຄິດ ແລະ ຮັບມືເອງກັບສະພາບການຂອງປະເທດທີ່ນັບມືນັບຊົ່ວຮ້າຍລົງ. ນັກຮຽນຮູ້ ອິນໂດເນເຊຍ ໃຫ້ຮູ້ວ່າ ການຕັດສິນບໍ່ເຊີນການນຳກອງທັບ ມຽນມາ ທ່ານ Min Aung Hlaing ຂອງ ອາຊຽນ ແມ່ນການຕັດສິນທີ່ຖືກຕ້ອງ. 

        ໂດຍມີທັດສະນະຄືກັນ, ທ່ານ Hikmahanto Juwana ນັກສັງເກດການທາງດ້ານສາກົນ ສັງກັດມະຫາວິທະຍາໄລ ອິນໂດເນເຊຍ ຖືວ່າ ອາຊຽນ ບໍ່ຕ້ອງເຊີນ ມຽນມາ, ນັບທັງຝ່າຍປອດການເມືອງ ເຂົ້າຮ່ວມກອງປະຊຸມສຸດຍອດ. ອາຊຽນ ຄວນຮັບຟັງບົດລາຍງານຈາກທູດພິເສດ ແລະ ຮັກສາຫຼັກໝັ້ນ.

ເຮືອງຈ່າ - ນັກຂ່າວ VOV ປະຈຳ ອິນໂດເນເຊຍ.

TAG
VOV/VOVworld/ນັກ​ຮຽນ​ຮູ້/ອິນ​ໂດ​ເນ​ເຊຍ/ກອງປະຊຸມສຸດຍອດຄັ້ງທີ 38/ອາ​ຊຽນ/ມຽນ​ມາ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ