logo

ນັກຮຽນໃນທົ່ວປະເທດກັບຄືນໂຮງຮຽນໃນເງື່ອນໄຂການປ້ອງກັນ, ສະກັດກັ້ນໂລກລະບາດໄດ້ຮັດແໜ້ນ

2021/3/6 | 05:53:45
(VOVWORLD) -ໃນລະຫວ່າງວັນທີ 01 – 02 ມີນາ, ນັກຮຽນໃນທົ່ວປະເທດເລີ່ມກັບຄືນໂຮງຮຽນພາຍຫຼັງພັກການຮຽນເພື່ອປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19.
ພາຍຫຼັງເວລາພັກຊົ່ວຄາວບໍ່ໂຮງຮຽນ ເພື່ອປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-9, ນັກຮຽນໃນທົ່ວປະເທດເລີ່ມກັບຄືນໂຮງຮຽນ. ປະຊາຊົນທຸກຄົນລ້ວນແຕ່ປະຕິບັດບັນດາມາດຕະການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19 ຕາມຂໍ້ກຳນົດ ແລະ ແຈ້ງຂໍ້ມູນດ້ານສາທາລະນະສຸກ, ການເຄື່ອນໄຫວໄປມາຂອງນັກຮຽນ, ພໍ່ແມ່ນັກຮຽນໃນໄລຍະທີ່ບໍ່ໄດ້ໄປຮຽນໂຮງຮຽນ. ພ້ອມກັນນັ້ນ, ບັນດາໂຮງຮຽນກໍ່ເພີ່ມທະວີການໂຄສະນາ, ແນະນຳໃຫ້ນັກຮຽນປະຕິບັດຕາມຂໍ້ກຳນົດຂອງກະຊວງສາທາລະນະສຸກຢ່າງເຂັ້ມງວດ, ໂດຍສະເພາະແມ່ນໃຊ້ຜ້າອັດປາກ - ອັດດັງໃນໂຮງຮຽນ.
ອາຈານໂຮງຮຽນອະນຸບານ ຕວຍເທີ (ເມືອງ 8, ນະຄອນໂຮ່ຈີມິນ) ແນະນຳເດັກລ້າງມືກ່ອນເຂົ້າຫ້ອງຮຽນ
(ພາບ: TTXVN)
ນັກຮຽນໂຮງຮຽນປະຖົມ ຫງວຽນບິງຄຽມ (ນະຄອນໂຮ່ຈີມິນ) ໄດ້ຮັບການວັດແທກອຸນຫະພູມກ່ອນເຂົ້າຫ້ອງຮຽນ
(ພາບ: baotintuc.vn)
ອາຈານໂຮງຮຽນມັດທະຍົມຕອນຕົ້ນ ເຕີນເລີບ (ນະຄອນ ທ໊າຍງວຽນ), ແຈກຜ້າອັດປາກ-ອັດດັງໃຫ້ນັກຮຽນໃນມື້ກັບຄືນໂຮງຮຽນ
(ພາບ: baothainguyen.org.vn)
ຕາມການສະຖິຕິຈາກພະແນກສຶກສາ ແລະ ບຳລຸງສ້າງແຂວງ ບັ໊ກນິງ ແລ້ວ, ອັດຕານັກຮຽນທຸກຊັ້ນຂອງແຂວງ ບັ໊ກນິງ ໄປໂຮງຮຽນໃນວັນທີ 01 ມີນາ, ພາຍຫຼັງພັກບຸນເຕັດປີສະຫຼູ 2021 ແລະ ພັກເພື່ອປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19 ບັນລຸ 95%
(ພາບ: giaoducthoidai.vn)
(ພາບ:giaoducthoidai.vn)
ນັກຮຽນໂຮງຮຽນອະນຸບານ ເທດສະບານເມືອງ ດິ່ງກາ, ເມືອງ ຫວໍຍາຍ, ແຂວງທ໊າຍ ຫງວຽນ: ໃນຊົ່ວໂມງຮຽນທຳອິດພາຍຫຼັງພັກເປັນເວລາຍາວ
(ພາບ:giaoducthoidai.vn)
ພິທີເຄົາລົບທຸງຈຸດຍາມຕົ້ນອາທິດ
ແລະ ລ້າງມືຂ້າເຊື້ອຢູ່ໂຮງຮຽນມັດທະຍົມຕອນຕົ້ນ ເລຮົ່ງຟອງ (ນະຄອນ ກຸຍເຍີນ) ໄດ້ປະຕິບັດໃນຫ້ອງຮຽນ
(ພາບ: TTXVN)
ຕອນເຊົ້າວັນທີ 02 ມີນາ, ນັກຮຽນຢູ່ນະຄອນຫຼວງຮ່າໂນ້ຍ ກໍ່ເລີ່ມກັບໂຮງຮຽນ.
ໂຮງຮຽນປະຖົມ ຫງອັກແຄ໊ງ, ນັກຮຽນໄດ້ປະຕິບັດການວັດແທກອຸນຫະພູມ ແລະ ລ້າງມືຂ້າເຊື້ອ
ຢູ່ໂຮງຮຽນປະຖົມ ຊວັນເຟືອງ- ໂຮງຮຽນແຫ່ງດຽວທີ່ເຄີຍເປັນສະຖານທີ່ແຍກຕົວເພື່ອປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19
(ພາບ: vietnamnet.vn)
100% ນັກຮຽນຢູ່ໂຮງຮຽນນີ້ໃຊ້ຜ້າອັດປາກ-ອັດດັງໃນຫ້ອງຮຽນ
(ພາບ: vietnamnet.vn)
ຢູ່ໂຮງຮຽນມັດທະຍົມຕອນຕົ້ນ ຢາງຫວໍ, ທາງໂຮງຮຽນໄດ້ເປີດປະຕູໂຮງຮຽນທັງດ້ານໜ້າ ແລະ ດ້ານຫຼັງເພື່ອແຍກນັກຮຽນໃນການເຂົ້າໂຮງຮຽນ, ຈຳກັດການເຕົ້າໂຮມຫຼາຍຄົນ.
100% ນັກຮຽນຢູ່ໂຮງຮຽນມັດທະຍົມຕອນປາຍ ຫວຽດດຶກ (ເມືອງຮ່ວານກ໊ຽມ, ຮ່າໂນ້ຍ) ໃຊ້ຜ້າອັດປາກ-ອັດດັງໃນຫ້ອງຮຽນ.
ສະເພາະນັກຮຽນຊັ້ນອະນຸບານ, ເວລາເຂົ້າຮຽນແມ່ນນັບແຕ່ 7 ໂມງ ຫາກ 8 ໂມງເຄິ່ງ ຕອນເຊົ້າ, ເພື່ອຮັບປະກັນຄວາມປອດໄພໃນການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19.
ໂຮງຮຽນຊັ້ນອະນຸບານ ງ້າຕືເສີ (ເມືອງ ດົ໊ງດາ, ຮ່າໂນ້ຍ) ປະຕິບັດການວັກແທກອຸນຫະພູມ, ລ້າງມືຂ້າເຊື້ອກ່ອນເຂົ້າຫ້ອງຮຽນ
ຫຼາຍໂຮງຮຽນໄດ້ນຳໃຊ້ພາບໂຄສະນາທີ່ມີຊີວິດຊີວາເພື່ອໂຄສະນາກ່ຽວກັບການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19.

TAG

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ