logo

ນະຄອນຫຼວງ ຮ່າໂນ້ຍ ເຕັມໄປດ້ວຍທຸງ, ດອກໄມ້ ມຸ່ງໄປເຖິງກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກ

2026/1/16 | 10:59:42

(VOVWORLD) - ຮ່າໂນ້ຍ ໃນຊຸມວັນນີ້ມີສີສັນທຸງຊາດ, ດອກໄມ້, ປ້າຍຄຳຂວັນຂ່ຳນັບຮັບຕ້ອນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກກອມມູນິດ ຫວຽດນາມ - ເຫດການການເມືອງສຳຄັນຍິ່ງ, ມີຄວາມໝາຍພິເສດສຳລັບອະນາຄົດ ແລະ ພາລະກິດແຫ່ງການພັດທະນາຂອງປະເທດຊາດ.

ປະຊາຊົນໃນນະຄອນຫຼວງ ໄປມາ ແລະ ດຳເນີນຊີວິດປະຈຳໃນວັນທ່າມກາງການບັນຍາກາດທຸງພັກ, ທຸງຊາດ, ປ້າຍໂຄສະນາ ແລະ ຄຳຂວັນຕ້ອນຮັບກອງປະຊຸມໃຫຍ່.
ການສັນຈອນຢູ່ບັນດາຖະໜົນຫົນທາງໃນຕົວເມືອງມີຄວາມສະຫງົບ, ເປັນລະບຽບຮຽບຮ້ອຍ, ປະກອບສ່ວນສ້າງໂດຍໃບໜ້າໃຫ້ຕົວເມືອງແຫ່ງຄວາມສີວິໄລ ໃນຊຸມວັນຕ້ອນຮັບກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 14 ຂອງພັກ.
ບັນຍາກາດອັນ ສະຫງ່າຜ່າເຜີຍຂ່ຳນັບຮັບຕ້ອນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 14 ຂອງພັກ ໄດ້ແຜ່ກະຈາຍໄປທົ່ວບັນດາຖະໜົນຫົນທາງຂອງນະຄອນຫຼວງ ຮ່າໂນ້ຍ, ດ້ວຍທຸງ, ປ້າຍໂຄສະນາ ແລະ ຄຳຂວັນໂປສເຕີທີ່ມີສີສັນສົດໃສປະກາຍແຈ້ງ.
ເຂດປະຕູໂຂງ ບາດິ່ງ - ສູນກາງການເມືອງຂອງທົ່ວປະເທດ - ໄດ້ຮັບການຕົບແຕ່ງຢ່າງສະຫງ່າລາສີ, ສະທ້ອນໃຫ້ເຫັນເຖິງຄວາມສຳຄັນພິເສດຂອງກອງປະຊຸມໃຫຍ່ຄັ້ງທີ 14.
ຢູ່ບັນດາເສັ້ນທາງຫຼັກຂອງ ຮ່າໂນ້ຍ, ລະບົບປ້າຍໂຄສະນາ ແລະ ຄຳຂວັນ, ໂປສເຕີ, ສັນຍະລັກ ໄດ້ຖືກວາງສະແດງຢ່າງສະຫງ່າຜ່າເຜີຍ.
ກິດຈະກຳວຽກງານໂຄສະນາໄດ້ຜັນຂະຫຍາຍຢູ່ຕາມສະຖານທີ່ສາທາລະນະຢ່າງຄົບຊຸດ. ຕາມລະບົບໜ້າຈໍ LED ແລະ ປ້າຍຈໍເອເລັກໂຕນິກ ຢູ່ບັນດາທະໜົນຫົນທາງໃຈກາງຕົວເມືອງເຕັມໄປດ້ວຍເນື້ອໃນຂ່ຳນັບຮັບຕ້ອນກອງປະຊຸມໃຫຍ່.
ຄະນະກຳມະການປະຊາຊົນ ນະຄອງ ຮ່າໂນ້ຍ ໄດ້ຈັດພິມ, ຕິດຕັ້ງ ປ້າຍໂຄສະນາຂະໜາດໃຫຍ່ ຂ່ຳນັບຮັບຕ້ອນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ 14 ຂອງພັກ ຢ່າງສະຫງ່າງາມ ຢູ່ໜ້າສຳນັກງານ.
ວິທະຍຸກະຈາຍສຽງ ຫວຽດນາມ ຜັນຂະຫຍາຍບັນດາການເຄື່ອນໄຫວຕົບແຕ່ງ ແລະ ໂຄສະນາຢ່າງແຮງ
ນັບແຕ່ບັນດາເສັ້ນທາງໃນຕົວເມືອງຕະຫຼອດຮອດບັນດາສຳນັກງານ, ຕົວເມືອງ ໄດ້ປະດັບປະດາຢ່າງສະຫງ່າຜ່າເຜີຍ, ກົມກຽວ ແລະ ຕົບແຕ່ງເຕັມໄປດ້ວຍຄວາມງາມທີ່ຫຼາກຫຼາຍ.

TAG
VOV/VOVworld/

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ