logo

ນະຄອນ ໂຮ່ຈີມິນ ກະກຽມໃຫ້ການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ XVI ແລະ ສະພາປະຊາຊົນ ອາຍຸການ 2026 – 2031 ຢ່າງລອບຄອບທີ່ຖ້ວນ

2026/2/14 | 08:46:35
(VOVWORLD) - ມາຮອດປະຈຸບັນ, ວຽກງານໂຄສະນາ, ສ້າງບັນຊີລາຍຊື່ຜູ້ສະໝັກຮັບເລືອກຕັ້ງ, ກະກຽມພື້ນຖານດ້ານວັດຖຸ, ຮັບປະກັນຄວາມເປັນລະບຽບຮຽບຮ້ອຍ… ຂອງນະຄອນ ໂຮ່ຈິມິນ ໄດ້ຮັບການຜັນຂະຫຍາຍຖືກຕາມຄວາມຄືບໜ້າ.
(ທີ່ກອງປະຊຸມ)

ວັນທີ 15 ມີນາ ຈະມາເຖິງ, ຜູ້ມີສິດເລືອກຕັ້ງ ຫວຽດນາມ ຈະໄປເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ XVI ແລະ ຜູ້ແທນສະພາປະຊາຊົນທຸກຂັ້ນ, ອາຍຸການ 2026 – 2031. ມາຮອດປະຈຸບັນ, ວຽກງານໂຄສະນາ, ສ້າງບັນຊີລາຍຊື່ຜູ້ສະໝັກຮັບເລືອກຕັ້ງ, ກະກຽມພື້ນຖານດ້ານວັດຖຸ, ຮັບປະກັນຄວາມເປັນລະບຽບຮຽບຮ້ອຍ… ຂອງນະຄອນ ໂຮ່ຈິມິນ ໄດ້ຮັບການຜັນຂະຫຍາຍຖືກຕາມຄວາມຄືບໜ້າ.

ເພື່ອໃຫ້ວຽກງານເລືອກຕັ້ງດຳເນີນໄປສະດວກດີ, ບັນດາທ້ອງຖິ່ນໄດ້ຫັນປ່ຽນຮູບແບບໂຄສະນາເປັນຫຼາຍຮູບຫຼາຍແບບ ເພື່ອຊ່ວຍໃຫ້ປະຊາຊົນເຂົ້າໃຈແຈ້ງເຖິງຄວາມໝາຍ, ຄວາມສຳຄັນຂອງການເລືອກຕັ້ງ, ກໍຄືສິດ ແລະ ພັນທະຂອງຜູ້ມີສິດເລືອກຕັ້ງ.

ທ່ານ ຫງວຽນງອັກໂຮ່ຍ, ຮອງຫົວໜ້າພະແນກວັດທະນະທຳ ແລະ ກິລານະຄອນ ໂຮ່ຈີມິນ, ໃຫ້ຮູ້ວ່າ:

“ສ້າງບັນຊີລາຍຊື່ ຈາກການນຳ, ນັບທັງນັກຂ່າວໃຫ້ແກ່ປະຕູຖານຂອງສະພາປະຊາຊົນນະຄອນ. ເມື່ອມີເນື້ອໃນ ແລະ ຂໍ້ມູນຂອງບັນດາທ້ອງຖິ່ນແລ້ວ ຈະສົ່ງໃຫ້ກຸ່ມນັກຂ່າວຫຼັກແຫຼ່ງເພື່ອຈັດການໂຄສະນາ”.

ສຳລັບວຽກງານເລືອກຕັ້ງຢູ່ບັນດາຫົວໜ່ວຍກົມກອງທີ່ເຮັດໜ້າທີ່ຢູ່ທະເລ, ນະຄອນ ໂຮ່ຈີມິນ ຈະຈັດການປ່ອນບັດກ່ອນກຳນົດເວລາ ແຕ່ວັນທີ 26 ກຸມພາ ຢູ່ຕາແສງ ເຟືອກທັງ, ຕາແສງ ຕາມທັງ, ຕາແສງ ລອງເຊີນ ດ້ວຍຜູ້ມີສິດເລືອກຕັ້ງປະມານ 4.538 ຄົນ.

ນະຄອນ ໂຮ່ຈີມິນ ສ້າງຕັ້ງຄະນະກຳມະການເລືອກຕັ້ງຢູ່ 168 ຕາແສງ, ເຂດພິເສດ. ທາງນະຄອນກໍ່ກຳນົດ 13 ຫົວໜ່ວຍເລືອກຕັ້ງສະມາຊິກສະພາແຫ່ງຊາດ ເພື່ອເລືອກເອົາສະມາຊິກສະພາແຫ່ງຊາດ 38 ທ່ານ; 42 ຫົວໜ່ວຍເລືອກຕັ້ງຜູ້ແທນສະພາປະຊາຊົນນະຄອນ ເພື່ອເລືອກເອົາຜູ້ແທນ 125 ທ່ານ; 1.306 ຫົວໜ່ວຍເລືອກຕັ້ງຂັ້ນຕາແສງເພື່ອເລືອກຕັ້ງຜູ້ແທນ 4.236 ທ່ານ.

TAG
VOV/VOVworld/ກະກຽມ/ພື້ນຖານ/ວັດຖຸ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ