logo

ນະຄອນ ໂຮ່ຈີມິນ ປະດັບປະດາດ້ວຍທຸງຊາດດອກໄມ້ຢ່າງສວຍງາມເພື່ອຂ່ຳນັບຮັບຕ້ອນວັນບຸນ 30 ເມສາ

2025/4/20 | 16:12:07

(VOVWORLD) - ໃນຊຸມວັນນີ້, ຢູ່ຖະໜົນຫົນທາງຫຼາຍສາຍຢູ່ນະຄອນ ໂຮ່ຈີມິນ ໄດ້ປະດັດປະດາທຸງຊາດ, ຄຳຂວັນ, ຮູບພາບຢ່າງສວຍງາມເພື່ອມຸ່ງໄປເຖິງພິທີສະເຫຼີມສະຫຼອງ 50 ປີແຫ່ງວັນປົດປ່ອຍພາກໃຕ້, ທ້ອນໂຮມປະເທດຊາດເປັນເອກະພາບ

ນັບແຕ່ຊຸມວັນທ້າຍເດືອນມີນາ, ຢູ່ຖະໜົນຫົນທາງສາຍຕ່າງໆຢູ່ນະຄອນ ໂຮ່ຈີມິນ ໄດ້ຮັບການປະດັດປະດາຢ່າງສວຍງາມດ້ວຍສີສັນຂອງທຸງພັກ, ທຸງຊາດ.
ພ້ອມກັນນັ້ນແມ່ນບັນດາປ້າຍ, ຄຳຂວັນໄດ້ຮັບການປະດັດປະດາຢູ່ຫຼາຍສະຖານທີ່ດ້ວຍຄຳຂວັນແມ່ນ ສະເຫຼີມສະຫຼອງ 50 ປີແຫ່ງວັນປົດປ່ອຍພາກໃຕ້, ທ້ອນໂຮມປະເທດຊາດເປັນເອກະພາບ (30/4/1975 - 30/4/2025).
ຖະໜົນສາຍຕ່າງໆຄື: ຫງວຽນເຫ້ວ, ເລເລີຍ, ຫງວຽນຢຸ, ເຈື່ອງຈິງ… ໄດ້ຮັບການປະດັດປະດາຢ່າງສວຍງາມດ້ວຍທຸງຊາດ, ປ້າຍ, ຄຳຂວັນ, ພາບລະດົມກຳລັງໃຈ, ປ້າຍໂຄສະນາວັນບຸນ 30 ເມສາ.
ຢູ່ໃສກໍ່ເຫັນທຸງຊາດ ແລະ ຄຳຂວັນເຮັດໃຫ້ປະຊາຊົນຜູ້ໃດກໍ່ຮູ້ສຶກປະຕິຊົມຊືນ
ຖະໜົນປຶ້ມນະຄອນ ໂຮ່ຈີມິນ ຢູ່ໃຈກາງເມືອງ 1
ສະຖາບັນດົນຕີ ນະຄອນໂຮ່ຈີມິນເຕັມໄປດ້ວຍສີແດງຂອງທຸງຊາດ
ບັນຍາກາດສະເຫຼີມສະຫຼອງ 50 ປີແຫ່ງວັນທ້ອນໂຮມປະເທດຊາດເປັນເອກະພາບໄດ້ແຜ່ລາມອອກສູ່ທຸກແຫ່ງຢູ່ນະຄອນໂຮ່ຈີມິນ
ອາຄານແຫ່ງໜຶ່ງຢູ່ຖະໜົນຫງວຽນເຫ້ວ ຕອບສະໜອງຂວັນທຸງຊາດ
ມີທຸງຊາດຫຼາຍຜືນຖືກແຂວນຢູ່ອາຄານການຄ້າ ຢູ່ຖະໜົນຄົນຍ່າງ ຫງວຽນເຫ້ວ
ບັນດາປ້າຍ, ຄຳຂວັນມຸ່ງໄປເຖິງວັນບຸນ 30 ເມສາ, ເຮັດໃຫ້ທຸກຄົນຮູ້ສຶກເອກອ້າງທະນົບໃຈຕໍ່ປະເທດຊາດ ແລະ ປຸກລຸກນ້ຳໃຈຮັກຊາດ.
ໃນບັນຍາກາດຄຶກຄື້ນມ່ວນຊື່ນ, ເຕັມໄປດ້ວຍຄວາມເອກອ້າງທະນົງໃຈ, ປະຊາຊົນຫຼາຍຄົນຮູ້ສຶກຕື້ນຕັນໃຈລໍຄອຍວັນບູນໃຫຍ່ຂອງຊາດ.
ມີປະຊາຊົນຫຼາຍຄົນບໍ່ຫວາດຫວັ່ນຕໍ່ເສັ້ນທາງທີ່ຍາວໄກ, ໄດ້ຕື່ມນອນແຕ່ເຊົ້າ, ກະກຽມເຄື່ອງຂອງນຸ່ງໂສ້ງເສື້ອທີ່ສວຍງາມເພື່ອໄປຖ່າຍຮູບຢູ່ບັນດາສະຖາຖາທີ່ດ້ວຍບັນຍາກາດຂອງວັນທີ 30 ເມສາ.


TAG
VOV/VOVworld/

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ