logo

ນະ​ຄອນ ໂຮ່​ຈີ​ມິນ ລະ​ດົມ​ໄດ້​ຈຳ​ນວນ​ເງິນ​ເກືອບ 800.000 USD ເພື່ອ​ເບິ່ງ​ແຍງ​​ບຸນ​ປີ​ໃໝ່​ປີ​ມະ​ເມຍ​ໃຫ້​ແກ່​ຄົນ​ທຸກ​ຍາກ

2026/1/7 | 08:35:40
(VOVWORLD) -  ລາຍການສະແດງສິລະປະ “ບຸນເຕັດແຫ່ງມິດຈິດມິດໃຈ - ລະດູບານໃໝ່ປີມະເມຍ 2026” ໄດ້ດຳເນີນໃນຕອນຄ່ຳວັນທີ 06 ມັງກອນ, ຢູ່ນະຄອນ ໂຮ່ຈີມິນ. ລາຍການໄດ້ຮັບການກະກຽມຢ່າງລະອຽດລະອໍດ້ວຍຫຼາຍລາຍການສະແດງສິລະປະທີ່ເປັນເອກະລັກ, ເຂັ້ມຂຸ້ນໄປດ້ວຍສີສັນລະດູບານໃໝ່ ແລະ ລົມຫາຍໃຈຂອງຊີວິດຊົນນະບົດ.
(ພາບປະກອບ: VGP)

“ບຸນປີໃໝ່ແຫ່ງມິດຈິດມິດໃຈ” ໄດ້ຮັບການສືບທອດຈາກລາຍການ “ຕົ້ນດອກເໝີຍຕ້ອນຮັບລະດູບານໃໝ່”, “ບຸນເຕັດເຮັດວຽກດີ” ໂດຍສະມາຄົມຊາວກະສິກອນນະຄອນ ໂຮ່ຈີມິນ ຈັດຂຶ້ນທຸກໆປີ ນັບແຕ່ປີ 2008 ມາຮອດປັດຈຸບັນ. ຜ່ານ 18 ປີ, ລາຍການດັ່ງກ່າວໄດ້ຮັບການປະກອບສ່ວນຂອງວິສາຫະກິດ, ຫົວໜ່ວຍ, ສ່ວນບຸກຄົນເປັນຈຳນວນຫຼາຍ, ຜ່ານນັ້ນ ກໍ່ຊ່ວຍເບິ່ງແຍງໃຫ້ແກ່ 77.476 ຄອບຄົວຊາວກະສິກອນທຸກຍາກ, ໃກ້ຂັ້ນທຸກຍາກ, ປະສົບກັບຄວາມຫຍຸ້ງຍາກ ແລະ ບັນດາເປົ້າໝາຍທີ່ມີຄວາມສ່ຽງສູງກວ່າເພິ່ນ, ດ້ວຍມູນຄ່າທັງໝົດກວ່າ 131 ຕື້ດົ່ງ (ເກືອບ 5 ລ້ານ USD).

        ປີນີ້, ລາຍການດັ່ງກ່າວລະດົມໄດ້ຈຳນວນເງິນກວ່າ 21 ຕື້ດົ່ງ (798.000 USD) ຈາກບັນດາສຳນັກງານ, ຫົວໜ່ວຍ, ວິສາຫະກິດ ແລະ ຜູ້ໃຈບຸນໃຈກຸສົນ, ແຜ່ກະຈາຍຈິດໃຈເມດຕາປານີ, ແບ່ງປັນກັບຊາວກະສິກອນຜູ້ປະສົບກັບຄວາມຫຍຸ້ງຍາກ.


TAG
VOV/VOVworld/ຕົ້ນດອກເໝີຍຕ້ອນຮັບລະດູບານໃໝ່/ເບິ່ງ​ແຍງ​ບຸນ​ປີ​ໃໝ່/ບຸນປີໃໝ່ແຫ່ງມິດຈິດມິດໃຈ/ປີ​ມະ​ເມຍ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ