logo

ນະຄອນໂຮ່ຈີມິນ ສະຫງ່າງາມ ແລະ ຄຶກຄຶ້ນມ່ວນຊືນຜ່ານພາບແຕ້ມສີນ້ຳຂອງດ່ວານກວັກ

2021/10/24 | 07:07:58

(VOVWORLD) -ຈິດຕະກອນໜຸ່ມ ດ່ວານກວັກ ໄດ້ປະກອບສ່ວນໃຫ້ແກ່ພື້ນຖານຈິດຕະກຳ ຫວຽດນາມ ກ່ຽວກັບພາບແຕ້ມດ້ວຍສີນ້ຳ ທີ່ເປັນໜ້າປະທັບໃຈ ໃນນັ້ນພົ້ນເດັ່ນຂຶ້ນ ແມ່ນທິວທັດຢູ່ນະຄອນໂຮ່ຈີມິນ

ໂດຍໄດ້ຮຽນຈົບມະຫາວິທະຍາໄລວິຈິດຕະກຳນະຄອນໂຮ່ຈີມິນ, ຈິດຕະກອນດ່ວານກວັກເຄີຍໄດ້ຮັບລາງວັນ A ໃນງານວາງສະແດງ ພາບແຕ້ມຂອງສະຫະສະມາຄົມວັນນະຄະດີສີລະປະ ນະຄອນໂຮ່ຈີມິນ ປີ 2020, ງານວາງສະແດງພາບແຕ້ມ ປີ 2019.

ຈິດຕະກອນໜຸ່ມດ່ວານກວັກ.

ດ່ວານກວັກກໍ່ເປັນຜູ້ຕາງໜ້າໃຫ້ແກ່ວົງການຈິດຕະກອນໃນເກນອາຍຸຕ່ຳກ່ວາ 30 ປີຂອງ ຫວຽດນາມ ທີ່ເຂົ້າຮ່ວມງານ Festival ພາບແຕ້ມສີນ້ຳ Fabrianoຢູ່ ມີລານ, ອີຕາລີ ກໍ່ຄືໄດ້ຮັບລາງວັນທີ 3 ໃນງານວາງສະແດງພາບແຕ້ມສີນ້ຳສາກົນ ຢູ່ ຝລັ່ງ. ຕົ້ນ ປີ 2021 ດ່ວານກວັດ ໄດ້ຮັບໃບຢັ້ງຢືນ International Watercolor Masters ຈາກສະຫະສະມາຄົມ ພາບແຕ້ມສີນ້ຳສາກົນ ອັງກິດ, ລາງວັນທັງໝົດ ເຫຼົ່ານັ້ນ ທີ່ດ່ວານກວັກໄດ້ຮັບ ເມື່ອລາວມີອາຍຸພຽງ 25 ປີ, ພາຍຫຼັງພຽງ 5 ປີທີ່ໄດ້ເລິ່ມຮຽນແຕ້ມພາບອາຊີບ.

ກ່ຽວກັບເຫດຜົນເລືອກເອົາພາບແຕ້ມສີນ້ຳເພື່ອເດີນຕາມເສັ້ນທາງແຕ້ມພາບອາຊີບ, ຈິດຕະກອນດ່ວານກວັກ ໃຫ້ຮູ້ວ່າ ພາບສີນ້ຳແມ່ນແທດເໝາະກັບ ແບບວິທີແຕ້ມ ແລະ ກະໂຕຂ້າພະເຈົ້າເອງ ແມ່ນຈິດຕະກອນໜຸ່ມ, ຂ້າພະເຈົ້າມີຄວາມຫວັງ ຈະພ້ອມກັບຈິດຕະກອນຄົນອື່ນໆ ຈະສ້າງ ຊີວິດສະເພາະໃຫ້ແກ່ພາບສີນ້ຳນີ້.

ຈົ່ງພ້ອມກັນຮັບຊົມບັນດາພາບແຕ້ມສີນ້ຳ ກ່ຽວກັບນະຄອນໂຮ່ຈີມິນ ຂອງດວ່ານກວັກດັ່ງລຸ່ມນີ້:


TAG
VOV/VOVworld/

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ