logo

ນະ​ຄອນ ໂຮ່​ຈີ​ມິນ ເບີກ​ຈ່າຍເງິນກວ່າ 5.900 ຕື້​ດົ່ງເພື່ອ ເບິ່ງ​ແຍງ​ດູ​ແລ​ໃຫ້​ແກ່​ປະ​ຊາ​ຊົນ​ໃນ​ໂອ​ກາດ​ບຸນ​ປີ​ໃໝ່​ປີ​ມະ​ເມຍ 2026

2026/1/27 | 07:36:00
(VOVWORLD) -  ເນື່ອງໃນໂອກາດບຸນປີໃໝ່ປະຈຳຊາດປີມະເມຍ 2026, ຄະນະກຳມະການແນວໂຮມປະເທດຊາດ ຫວຽດນາມ ນະຄອນ, ບັນດາອົງການຈັດຕັ້ງການເມືອງ - ສັງຄົມ ນະຄອນ ໂຮ່ຈີມິນ ໄດ້ສົມທົບກັບທຸກຂັ້ນ, ທຸກຂະແໜງການຜັນຂະຫຍາຍບັນດາການເຄື່ອນໄຫວເບິ່ງແຍງດູແລໃຫ້ແກ່ປະຊາຊົນ ດ້ວຍຄ່າໃຊ້ຈ່າຍກວ່າ 5.900 ຕື້ດົ່ງ (ເກືອບ 225,3 ລ້ານ USD).
ບັນຍາກາດຂອງກອງປະຊຸມ (ພາບ: ແນວໂຮມປະເທດຊາດ)

ໃນກອງປະຊຸມສະໜອງຂໍ້ມູນກ່ຽວກັບວັນບຸນ “ລະດູບານໃໝ່ແຫ່ງຄວາມສາມັກຄີ - ບຸນປີໃໝ່ແຫ່ງສາຍຈິດມິດໃຈ” ນະຄອນ ໂຮ່ຈີມິນ - ບຸນປີໃໝ່ປີມະເມຍ 2026, ທີ່ດຳເນີນໃນຕອນບ່າຍວັນທີ 26 ມັງກອນ, ທ່ານນາງ ເຈືອງທິບິກແຮັ້ງ, ຮອງປະທານຜູ້ປະຈຳການຄະນະກຳມະການແນວໂຮມປະເທດຊາດ ຫວຽດນາມ ນະຄອນ ໂຮ່ຈີມິນ, ໃຫ້ຮູ້ວ່າ ວັນບຸໄດ້ຈັດຂຶ້ນຢູ່ 168 ເຂດຊຸມຊົນ ແລະ ຫຼາຍສະຖານທີ່ ໃນໂອກາດບຸນປີໃໝ່ປະຈຳຊາດປີມະເມຍ 2026, ຄາດວ່າຈະດຶງດູດຜູ້ເຂົ້າຮ່ວມກວ່າ 200.000 ເທື່ອຄົນ ດ້ວຍຫຼາຍກິດຈະກຳທີ່ອຸດົມສົມບູນ, ເຊັ່ນ: ການປະດັບປະດາ “ຖະໜົນໃນວັນບຸນເຕັດ”, ຫໍ່ເຂົ້າຕົ້ມ, ງານບຸນດອກໄມ້ຍາມລະດູບານໃໝ່, ວັດທະນະທຳ - ສິລະປະວັນນະຄະດີ, ຄາບເຂົ້າແຫ່ງສາຍຈິດມິດໃຈ, ປູກຕົ້ນໄມ້, ປົກປັກຮັກສາສິ່ງແວດລ້ອມ…

TAG
VOV/VOVworld/ລະດູບານໃໝ່ແຫ່ງຄວາມສາມັກຄີ - ບຸນປີໃໝ່ແຫ່ງສາຍຈິດມິດໃຈ” ນະຄອນ ໂຮ່ຈີມິນ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ