logo

ນະ​ຄອນ​ໂຮ່​ຈີ​ມິນ ເປີດ​ນຳ​ໃຊ້ ສວນ​ສາ​ທາ​ລະ​ນະ ​ຈາ​ລຶກ​ຜູ້​ປະ​ສົບ​ເຄາະ​ຮ້າຍ ຈາກ COVID-19

2026/2/13 | 08:25:33
(VOVWORLD) - ຈຸດເນັ້ນໜັ້ກຂອງສວນສາທາລະນະແມ່ນ ສະໜາມຫຼວງໃຈກາງຮູບວົງມົນ, ກວ້າງປະມານ 1.800 ຕາແມັດ ໂດຍໄດ້ຮັບແຫຼ່ງບັນດານໃຈຈາກຮູບຂອງຢອດນ້ຳ ຕົກລົງໜ້າດິນ ເຊິ່ງເປັນສັນຍາລັກໃຫ້ແກ່ຄວາມຊົງຈຳ ແລະ ການຟື້ນຟູພາຍຫຼັງພະຍາດ COVID-19. 
ສວນສາທາລະນະມີເນື້ອທີ 4,3 ເຮັກຕາ (ພາບ: VOV)

ນຄ່ຳວັນທີ 12 ກຸມພາ, ຢູ່ນະຄອນ ໂຮ່ຈີມິນ ໄດ້ເປີດນຳໃຊ້ ສວນສາທາລະນະ ເລກ 1 ລີທ້າຍໂຕຢ່າງເປັນທາງການ. ນີ້ບໍ່ພຽງແຕ່ແມ່ນສະຖານທີ່ເພື່ອອາໄລຫາບັນດາຜູ້ປະສົບເຄາະຮ້າຍຈາກ COVID-19 ເທົ່ານັ້ນ ຫາກຍັງແມ່ນສະຖານທີ່ແຫ່ງສີຂຽວທີ່ມີຄວາມວັດທະນະທຳມະນຸດຢູ່ໃຈກາງຕົວເມືອງອີກດ້ວຍ.

ສວນສາທາລະນະເລກ 1 ລີທ້າຍໂຕ, ຕາແສງ ເວື່ອນລາຍ, ໄດ້ກໍ່ສ້າງໃນເວລາກ່ວາ 90 ວັນ, ມີເນື້ອທີ່ 4,3 ເຮັກຕາ, ຕັ້ງຢູ່ເຂດດິນແດນໃຈກາງຕົວເມືອງ, ສວນສາທາລະນະໄດ້ກຳນົດແມ່ນ 1 ໃນ 9 ໂຄງການຈຸດສຸມໃນການກຳນົດທິດພັດທະນາພື້ນທີ່ສີຂຽວຂອງ ນະຄອນ ໂຮ່ຈີມິນໃນໄລຍະໃໝ່.

ຈຸດເນັ້ນໜັ້ກຂອງສວນສາທາລະນະແມ່ນ ສະໜາມຫຼວງໃຈກາງຮູບວົງມົນ, ກວ້າງປະມານ 1.800 ຕາແມັດ ໂດຍໄດ້ຮັບແຫຼ່ງບັນດານໃຈຈາກຮູບຂອງຢອດນ້ຳ ຕົກລົງໜ້າດິນ ເຊິ່ງເປັນສັນຍາລັກໃຫ້ແກ່ຄວາມຊົງຈຳ ແລະ ການຟື້ນຟູພາຍຫຼັງພະຍາດ COVID-19. ເນື່ອງໃນໂອກາດເປີດນຳໃຊ້, ສະຖານທີ່ສວນສາທາລະນະກໍ່ໄດ້ຈັດ ວັນບຸນດອກໄມ້ຍາມລະດູບານໃໝ່ ບົນເນື້ອທີ່ກວ່າ 4 ເຮັກຕາ ດ້ວຍຕົ້ນໄມ້ນັບໜື່ນຕົ້ນ ທີ່ເຂັ້ມຂຸ້ນໄປດ້ວຍສີສັນບຸນເຕັດຂອງສາມພາກ, ອັນໄດ້ສ້າງສະຖານທີ່ນັດພົບດ້ານວັດທະນະທຳ - ການທ່ອງທ່ຽວຍາມລະດູບານໃໝ່ໃຫ້ແກ່ຊາວນະຄອນ.

TAG
VOV/VOVworld/ນະ​ຄອນ​ໂຮ່​ຈີ​ມິນ/ສວນ​ສາ​ທາ​ລະ​ນະ/​ຜູ້​ປະ​ສົບ​ເຄາະ​ຮ້າຍ ຈາກ COVID-19

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ