logo

ນະ​ຄອນ ໂຮ່​ຈີ​ມິນ ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງ​ການ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ກັບ​ບັນ​ດາ​ຄູ່​ຮ່ວມ​ມື​ລາວ

2024/6/6 | 10:05:25
(VOVWORLD) -  ນະຄອນ ໂຮ່ຈີມິນ ຕັດສິນໃຈເຮັດຈົນສຸດຄວາມສາມາດຂອງຕົນເພື່ອປັບປຸງ, ເພີ່ມທະວີການພົວພັນສາມັກຄີແບບພິເສດ ຫວຽດນາມ - ລາວ; ພ້ອມດຽວກັນນັ້ນ, ເອົາໃຈໃສ່ຊຸກຍູ້ການພົວພັນຮ່ວມມືສອງຝ່າຍລະຫວ່າງນະຄອນ ໂຮ່ຈີມິນ ແລະ ບັນດາທ້ອງຖິ່ນຂອງລາວ ໃຫ້ນັບມື້ນັບເຂົ້າສູ່ລວງເລິກ, ແທດຈິງ.
 ທ່ານ ຫງວຽນວັນເນັນ, ເລຂາຄະນະພັກນະຄອນ ໂຮ່ຈີມິນ ຕ້ອນຮັບທ່ານ ຄຳພັນ ພົມມະທັດ, ກຳມະການກົມການເມືອງ, ປະທານຄະນະກຳມະການກວດກາສູນກາງພັກ ປະຊາຊົນປະຕິວັດ ລາວ, ຫົວໜ້າອົງການກວດກາແຫ່ງລັດ ລາວ (ພາບ: TTXVN)

ຕອນຄ່ຳວັນທີ 5 ມິຖຸນາ, ຢູ່ນະຄອນ ໂຮ່ຈີມິນ, ທ່ານ ຫງວຽນວັນເນັນ, ເລຂາຄະນະພັກນະຄອນ ໂຮ່ຈີມິນ, ໄດ້ໃຫ້ການຕ້ອນຮັບທ່ານ ຄຳພັນ ພົມມະທັດ, ກຳມະການກົມການເມືອງ, ປະທານຄະນະກຳມະການກວດກາສູນກາງພັກ ປະຊາຊົນປະຕິວັດ ລາວ, ຫົວໜ້າອົງການກວດກາແຫ່ງລັດ ລາວ ພວມຢູ່ຢ້ຽມຢາມ ແລະ ເຮັດວຽກຢູ່ນະຄອນ ໂຮ່ຈີມິນ. ນະທີ່ນີ້, ທ່ານ ຫງວຽນວັນເນັນ ເນັ້ນໜັກວ່າ ຫວຽດນາມ ເວົ້າລວມ, ນະຄອນ ໂຮ່ຈີມິນ ເວົ້າສະເພາະ, ຍາມໃດກໍຖືເປັນສຳຄັນ ແລະ ໃຫ້ບຸລິມະສິດສູງສຸດເພື່ອປັບປຸງ, ຮັກສາ ແລະ ເພີ່ມທະວີການພົວພັນມິດຕະພາຍອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ຫວຽດນາມ - ລາວ. ນະຄອນ ໂຮ່ຈີມິນ ຕັດສິນໃຈເຮັດຈົນສຸດຄວາມສາມາດຂອງຕົນເພື່ອປັບປຸງ, ເພີ່ມທະວີການພົວພັນສາມັກຄີແບບພິເສດ ຫວຽດນາມ - ລາວ; ພ້ອມດຽວກັນນັ້ນ, ເອົາໃຈໃສ່ຊຸກຍູ້ການພົວພັນຮ່ວມມືສອງຝ່າຍລະຫວ່າງນະຄອນ ໂຮ່ຈີມິນ ແລະ ບັນດາທ້ອງຖິ່ນຂອງລາວ ໃຫ້ນັບມື້ນັບເຂົ້າສູ່ລວງເລິກ, ແທດຈິງ.

        ສ່ວນທ່ານ ຄຳພັນ ພົມມະທັດ ຢັ້ງຢືນວ່າ ລາວ ຍາມໃດກໍປາດຖະໜາຢາກພັດທະນາການພົວພັນອັນດີງາມກັບນະຄອນ ໂຮ່ຈີມິນ, ນຳການພົວພັນນັ້ນໃຫ້ນັບມື້ນັບເຂົ້າສູ່ລວງເລິກ ແລະ ແທດຈິງ; ພ້ອມດຽວກັນນັ້ນ, ທ່ານກໍປາດຖະໜາວ່າ ໃນໄລຍະຈະມາເຖິງ, ນະຄອນ ໂຮ່ຈີມິນ ສືບຕໍ່ຍູ້ແຮງບັນດາການເຄື່ອນໄຫວແລກປ່ຽນຄະນະຜູ້ແທນ; ສ້າງເງື່ອນໄຂເພື່ອໃຫ້ບັນດາອົງການ, ຫົວໜ່ວຍ, ທ້ອງຖິ່ນຂອງ ລາວ ມາຢ້ຽມຢາມ, ເຮັດວຽກ ແລະ ຖອດຖອນບົດຮຽນປະສົບການໃນວຽກງານກວດກາພັກ, ກວດກາລັດ ແລະ ປ້ອງກັນ, ຕ້ານການສໍ້ລາດບັງຫຼວງ, ປະກົດການຫຍໍ້ທໍ້ຂອງນະຄອນ.

TAG
VOV/VOVworld/ຫວຽດ​ນາມ/ລາວ/ນະ​ຄອນ ໂຮ່​ຈີ​ມິນ/ກວດ​ກາ​ລັດ/ກວດ​ກາ​ພັກ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ