logo

ນະ​ຄອນ ໂຮ່​ຈີ​ມິນ ໄດ້​ນຳ​ໜ້າ​ທົ່ວ​ປະ​ເທດ​ກ່ຽວ​ກັບ​ການ​ດຶງ​ດູດ​ເງິນ​ຕາ​ຕ່າງ​ປະ​ເທດໂດຍ​ຊາວ​ຫວຽດ​ນາມ​ຢູ່​ຕ່າງ​ປະ​ເທດຝາກ​ມາ

2025/12/30 | 07:27:06
(VOVWORLD) - ນະຄອນ ໂຮ່ຈີມິນ ສືບຕໍ່ແມ່ນທ້ອງຖິ່ນນຳໜ້າໃນທົ່ວປະເທດກ່ຽວກັບການດຶງດູດເງິນຕາຕ່າງປະເທດໂດຍຊາວຫວຽດນາມຝາກມາ, ກວມເອົາປະມານ 60% ປະລິມານເງິນຕາຕ່າງປະເທດຝາກມາ. 
(ພາບປະກອບ: VOV)

ວັນທີ 29 ທັນວາ, ທະນາຄານແຫ່ງລັດສາຂາເຂດ 2 ໃຫ້ຮູ້ວ່າ, ຈຳນວນເງິນຕາຕ່າງປະເທດຝາກມານະຄອນ ໂຮ່ຈີມິນ ສືບຕໍ່ເພີ່ມຂຶ້ນ, ຄາດວ່າບັນລຸ 10,5 ຕື້ USD, ເພີ່ມຂຶ້ນ 10,5% ເມື່ອທຽບໃສ່ປີກາຍ. ດ້ວຍໝາກຜົນດັ່ງກ່າວ, ນະຄອນ ໂຮ່ຈີມິນ ສືບຕໍ່ແມ່ນທ້ອງຖິ່ນນຳໜ້າໃນທົ່ວປະເທດກ່ຽວກັບການດຶງດູດເງິນຕາຕ່າງປະເທດໂດຍຊາວຫວຽດນາມຝາກມາ, ກວມເອົາປະມານ 60% ປະລິມານເງິນຕາຕ່າງປະເທດຝາກມາ. ຕົວເລກດັ່ງກ່າວໄດ້ຊີ້ໃຫ້ເຫັນ ການເຕີບໂຕຢ່າງຕັ້ງໜ້າ, ສະແດງໃຫ້ເຫັນເສດຖະກິດຂອງນະຄອນເວົ້າສະເພາະ ແລະ ເສດຖະກິດຂອງ ຫວຽດນາມ ເວົ້າລວມພັດທະນາຢ່າງເປັນປົກກະຕິ. ໃນໄລຍະຈະມາເຖິງ, ນະຄອນ ໂຮ່ຈີມິນ ສືບຕໍ່ປັບປຸງແຜນນະໂຍບາຍ, ນະໂຍບາຍໃຫ້ສົມບູນແບບເພື່ອແນໃສ່ສ້າງເງື່ອນໄຂສະດວກທີ່ສຸດເພື່ອໃຫ້ຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດມີການປະກອບສ່ວນເຂົ້າບັນດາໂຄງການເສດຖະກິດ - ສັງຄົມຈຸດສຸມ. ຜ່ານແຫຼ່ງເງິນຕາຕ່າງປະເທດຝາກມາ, ຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດປາດຖະໜາຢາກປະກອບສ່ວນເພື່ອໃຫ້ນະຄອນ ໂຮ່ຈີມິນ ພັດທະນາຢ່າງເປັນປົກກະຕິ ແລະ ຍືນຍົງ, ບັນລຸເປົ້າໝາຍເຕີບໂຕສອງຕົວເລກ. ທ່ານນາງ ເຈິ່ນທິງອກລຽນ, ຮອງຫົວໜ້າທະນາຄານແຫ່ງລັດ ສາຂາເຂດ 2, ໃຫ້ຮູ້ວ່າ:

“ຄາດວ່າ ປີ 2026, ແຫຼ່ງເງິນຕາຕ່າງປະເທດໂດຍຊາວ ຫວຽດນາມ ຢູ່ຕ່າງປະເທດຝາກມາປະເທດ ຈະເພີ່ມຂຶ້ນ. ທາງນະຄອນພວມມີມາດຕະການ, ຂໍ້ສະເໜີເພື່ອລະດົມແຫຼ່ງເງິນລົງທຶນໃຫ້ແກ່ບັນດາໂຄງການທີ່ໄດ້, ພວມ ແລະ ຈະຜັນຂະຫຍາຍ ເຊິ່ງຕ້ອງການເງິນລົງທຶນຫຼາຍ”.


 

TAG
VOV/VOVworld/ເງິນຕາຕ່າງປະເທດຝາກມານະຄອນ ໂຮ່ຈີມິນ/​ເງິນ​ຕາ​ຕ່າງ​ປະ​ເທດໂດຍ​ຊາວ​ຫວຽດ​ນາມ​ຢູ່​ຕ່າງ​ປະ​ເທດຝາກ​ມາ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ