logo

ນະຄອນ ໂຮ່ຈີມິນ ໜູນຊ່ວຍຄູສອນຂອງໂຮງຮຽນສອງພາສາ ລາວ - ຫວຽດນາມ ຫງວຽນຢູ

2023/1/31 | 07:22:27
(VOVWORLD) - ກ່າວຄຳເຫັນນະທີ່ນີ້, ທ່ານນາງ ສີວັນເຮືອງ ເພັງຄຳໄມ, ຜູ້ອຳນວຍການໂຮງຮຽນ ໄດ້ຢັ້ງຢືນວ່າ: ຂອງຂວັນທີ່ເຕັມໄປດ້ວຍນ້ຳໃຈຂອງແນວໂຮມປະເທດຊາດ ຫວຽດນາມ ນະຄອນໂຮ່ຈີມິນ ບໍ່ພຽງແຕ່ແມ່ນຂອງຂວັນທາງດ້ານວັດຖຸເທົ່ານັ້ນ...
ຜູ້ຕາງໜ້າສະຖານທູດ ຫວຽດນາມ ປະຈຳ ສປປ ລາວ ມອບຂອງຂວັນໃຫ້ຄູສອນຂອງໂຮງຮຽນ ສອງພາສາ ຫວຽດ - ລາວ ຫງວຽນຢູ
(ພາບ:VOV-Vientiane)

ຕອນບ່າຍວັນທີ 30 ມັງກອນ, ຢູ່ນະຄອນຫຼວງ ວຽງຈັນ, ກອງທຶນເພື່ອຄົນທຸກຍາກ ຂຶ້ນກັບແນວໂຮມປະເທດຊາດ ຫວຽດນາມ ນະຄອນໂຮ່ຈີມິນ, ສະມາຄົມຊາວ ຫວຽດນາມ ຢູ່ນະຄອນຫຼວງ ວຽງຈັນ, ໄດ້ມອບຂອງຂວັນ 70 ພູດໜູນຊ່ວຍໃຫ້ຄູສອນໂຮງຮຽນສອງພາສາ ລາວ - ຫວຽດນາມ ຫງວຽນຢູ. ກ່າວຄຳເຫັນນະທີ່ນີ້, ທ່ານນາງ ສີວັນເຮືອງ ເພັງຄຳໄມ, ຜູ້ອຳນວຍການໂຮງຮຽນ ໄດ້ຢັ້ງຢືນວ່າ: ຂອງຂວັນທີ່ເຕັມໄປດ້ວຍນ້ຳໃຈຂອງແນວໂຮມປະເທດຊາດ ຫວຽດນາມ ນະຄອນໂຮ່ຈີມິນ ບໍ່ພຽງແຕ່ແມ່ນຂອງຂວັນທາງດ້ານວັດຖຸເທົ່ານັ້ນ, ຫາກຍັງສະແດງເຖິງຄວາມເອົາໃຈໃສ່ຂອງພັກ, ລັດ ແລະ ລັດຖະບານ ຫວຽດນາມ ຕໍ່ພາລະກິດແຫ່ງການສຶກສາມະນຸດ. ພ້ອມທັງ, ແມ່ນແຫຼ່ງລະດົມນ້ຳໃຈ, ແມ່ນກຳລັງໜູນຊ່ວຍໃຫ້ໝູ່ຄະນະພະນັກງານ, ຄູສອນຂອງໂຮງຮຽນຜ່ານຜ່າຄວາມຫຍຸ້ງຍາກເພື່ອບັນລຸໄດ້ຫຼາຍຜົນງານທີີ່ດີໃນສົກຮຽນ 2022 – 2023.

        ໂຮງຮຽນສອງພາສາ ລາວ - ຫວຽດນາມ ແມ່ນໂຮງຮຽນຂອງປະຊາຄົມຊາວ ຫວຽດນາມ, ໄດ້ຮັບການກໍ່ສ້າງແຕ່ປີ 2005 ໂດຍ ລັດຖະບານ ຫວຽດນາມ ອຸປະຖຳ. ໂຮງຮຽນສອນດ້ວຍສອງພາສາແມ່ນ ພາສາ ຫວຽດ ແລະ ພາສາລາວ, ແຕ່ຂັ້ນອະນຸບານຮອດມໍ 7, ປະຈຸບັນ, ມີນັກຮຽນກ່ວາ 1.000 ຄົນເຊິ່ງແມ່ນລູກຫຼານຂອງຊາວ ຫວຽດນາມ ອາໄສຢູ່ລາວ ແລະ ບັນດານັກຮຽນຊາວລາວ.

TAG
VOV/VOVworld/ສອງ​ພາ​ສາ/ຫງວຽນ​ຢູ/ຄູ​ສອນ/ກໍ່​ສ້າງ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ