logo

ນາ​ຍົກ​ລັດ​ຖະ​ມົນ​ຕີ 3 ປະ​ເທດ ຫວຽດ​ນາມ - ກຳ​ປູ​ເຈຍ - ລາວ ຕົກ​ລົງ​ເຫັນ​ດີ​ສືບ​ຕໍ່ຊຸກ​ຍູ້​ການ​ຮ່ວມ​ມື​ພ້ອມ​ກັນ​ພັດ​ທະ​ນາ

2025/5/26 | 12:08:03
(VOVWORLD) -     ຕອນເຊົ້າວັນທີ 26 ພຶດສະພາ, ຢູ່ນະຄອນຫຼວງ ກົວລາ ລໍາເປີ (ມາເລເຊຍ), ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ເປັນປະທານວາລະຮັບປະທານອາຫານເຊົ້າ ສົມທົບກັບການເຮັດວຽກກັບທ່ານນາຍົກລັດຖະມົນຕີ ກຳປູເຈຍ, Samdech Thipadei Hun Manet ແລະ ທ່ານນາຍົກລັດຖະມົນຕີລາວ ສອນໄຊ ສີພັນດອນ ເນື່ອງໃນໂອກາດຢ້ຽມຢາມ ມາເລເຊຍ ຢ່າງເປັນທາງການ, ເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 46 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ.
ນາຍົກລັດຖະມົນຕີ 3 ປະເທດ ຮັບປະທານອາຫານເຊົ້າ ສົມທົບກັບການເຮັດວຽກ (ພາບ:VOV)

ທີ່ວາລະເຮັດວຽກ, ນາຍົກລັດຖະມົນຕີສາມທ່ານຕົກລົງເຫັນດີຕີລາຄາຫຼາຍກົນໄກຮ່ວມມືສອງຝ່າຍ ແລະ ລະຫວ່າງສາມຝ່າຍ ຫວຽດນາມ - ກຳປູເຈຍ - ລາວ ໄດ້ ແລະ ພວມເສີມຂະຫຍາຍຢ່າງມີປະສິດທິຜົນ, ພົ້ນເດັ່ນແມ່ນການພົບປະລະຫວ່າງລັດຖະມົນຕີກະຊວງປ້ອງກັນປະເທດ, ລັດຖະມົນຕີກະຊວງຕຳຫຼວດ/ກະຊວງພາຍໃນ ແລະ ລັດຖະມົນຕີກະຊວງການຕ່າງປະເທດ ຂອງສາມປະເທດ; ເຫັນດີໂດຍຖືວ່າ ຄວາມໄວ້ເນື້ອເຊື່ອໃຈ, ການແບ່ງປັນຍຸດທະສາດ ຈະແມ່ນພື້ນຖານໃຫ້ແກ່ການຮ່ວມມືແບບຍືນຍົງຍາວນານໃນບັນດາຂົງເຂດ, ໃນນັ້ນ ເອົາໃຈໃສ່ເປັນພິເສດເຖິງການເຊື່ອມຕໍ່ລະຫວ່າງສອງປະເທດ, ສາມປະເທດ ກ່ຽວກັບດ້ານເສດຖະກິດ, ການຄ້າ, ການເງິນ, ການສຶກສາ, ວັດທະນະທຳ, ພົວພັນແລກປ່ຽນປະຊາຊົນ.

        ສາມຝ່າຍເຫັນດີຊຸກຍູ້ການຜັນຂະຫຍາຍການຮ່ວມມືພັດທະນາເຂດຊາຍແດນ; ສົມທົບກັນຄົ້ນຄວ້າສ້າງຕັ້ງບັນດາເຂດເສດຖະກິດຂ້າມຊາຍແດນ, ສຳຫຼວດກວດຄືນປັບປຸງບັນດາຂໍ້ຕົກລົງເພື່ອແນໃສ່ສ້າງກອບນິຕິທຳທີ່ສະດວກເພື່ອພະຍາຍາມຍົກວົງເງິນການຄ້າລະຫວ່າງ ຫວຽດນາມ - ລາວ ຂຶ້ນເປັນ 5 ຕື້ USD ແລະ ຫວຽດນາມ - ກຳປູເຈຍ ຂຶ້ນເປັນ 20 ຕື້ USD; ຊຸກຍູ້ຂໍ້ລິເລີ່ມ “3 ປະເທດ, ຈຸດນັດພົບດຽວ” ແລະ ສົມທົບກັບ ໄທ ຜັນຂະຫຍາຍບັນດາໂຄງການເຊື່ອມຕໍ່ຄົມມະນາຄົມຂົນສົ່ງລະຫວ່າງສີ່ປະເທດ.

        ລ້າຍຮວາ

TAG
VOV/VOVworld/ຫວຽດນາມ - ກຳປູເຈຍ - ລາວ/3 ປະເທດ/ຈຸດນັດພົບດຽວ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ