(vovworld) - ວັນທີ 28/3, ທ່ານນາຍົກລັດຖະມົນຕີຫວຽດນາມ Nguyen Tan Dung ໄດ້ເລີ່ມຕົ້ນການຢ້ຽມຢາມສັນຖະວະໄມຕີ ສ ເກົາຫຼີ ຢ່າງເປັນທາງການ.
ກ່ອນໜ້ານັ້ນ, ຕອນບ່າຍວັນທີ 28/3, ຢູ່ນອກກອງປະຊຸມສຸດຍອດຄວາມປອດໄພດ້ານນິວເຄຼຍ ຄັ້ງທີ 2 ເຊິ່ງຈັດຂຶ້ນຢູ່ນະຄອນຫຼວງ Seoul ແຫ່ງ ສ. ເກົາຫຼີ, ວັນທີ 28/3, ທ່ານນາຍົກລັດຖະມົນຕີໄດ້ມີການພົບປະກັບປະທານສະພາເອີລົບ Herman Van Rompuy ແລະ ປະທານຄະນະກຳມະການເອີລົບ Jose Manuel Barroso, ປະທານາທິບໍດີແຟງລັງ Sauli Niinisto, ນາຍົກລັດຖະມົນຕີ ອົດສະຕາລີ Julia Gallard ແລະ ນາຍົກລັດຖະມົນຕີແດນມາດ Helle Thorning Schmidt.
ໃນການພົບປະກັບປະທານສະພາເອີລົບ Herman Van Rompuy ແລະ ປະທານຄະນະກຳມະການເອີລົບ Jose Manuel Barroso, ທ່ານນາຍົກລັດຖະມົນຕີຫວຽດນາມ Nguyen Tan Dung ຢືນຢັນວ່າ: ຫວຽດນາມຍາມໃດກໍຖືເປັນສຳຄັນ ແລະ ປາດຖະໜາຢາກຊຸກຍູ້ການພົວພັນກັບ ສະຫະພາບເອີລົບບົນພື້ນຖານຄູ່ຮ່ວມມືສະເໝີພາບ, ຮ່ວມມືຢ່າງຮອບດ້ານ, ຍາວນານ ເພື່ອສັນຕິພາບ ແລະ ການພັດທະນາຂອງພາກພື້ນ ແລະ ໂລກ. ທ່ານນາຍົກລັດຖະມົນຕີ Nguyen Tan Dung ສະເໜີໃຫ້ ສະຫະພາບເອີລົບມີວິທີສຳພັດຢ່າງເໝາະສົມ, ມີໄຫວພິບເພື່ອໃຫ້ 2 ຝ່າຍອາດຈະເລີ່ມຕົ້ນການເຈລະຈາສັນຍາການຄ້າເສລີ (ຫຼື FTA) ແລະ ຮັບຮູ້ຂໍ້ກຳນົດດ້ານເສດຖະກິດຕະຫຼາດຂອງຫວຽດນາມໂດຍໄວ.
ໃນການຕ້ອນຮັບປະທານາທິບໍດີ ແຟງລັງ Sauli Niinisto, ທ່ານນາຍົກລັດຖະມົນຕີ Nguyen Tan Dung ສະເໜີ 2 ຝ່າຍຈົ່ງສືບຕໍ່ຮັກສາບັນດາກົນໄກເພື່ອແນໃສ່ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະ ກັນ ແລະ ເປີດກ້ວາງກາລະໂອກາດການຮ່ວມມືເສດຖະກິດ - ການຄ້າ, ພິເສດແມ່ນໃນຂົງເຂດອະນາໄມຄວາມປອດໄພດ້ານອາຫານ, ການຮ່ວມມືພາກລັດ - ເອກະຊົນ (ຫຼື PPP), ຂຸດຄົ້ນບໍ່ແຮ່ ແລະ ພະລັງງານ... ນາຍົກລັດຖະມົນຕີທັງ 2 ທ່ານມອບໝາຍໃຫ້ບັນດາອົງການທີ່ກ່ຽວຂ້ອງຂອງ 2 ປະເທດສົມທົບຢ່າງແໜ້ນແຟ້ນເພື່ອກະກຽມສະເຫຼີມສະຫຼອງ 40 ປີ ແຫ່ງວັນສ້າງຕັ້ງການພົວພັນທາງການທູດໃນປີ 2013 ດ້ວຍຫຼາຍວິທີທີ່ແທດຈິງ, ມີປະສິດທິຜົນ, ຜ່ານນັ້ນປະກອບສ່ວນຮັດແໜ້ນການພົວພັນຄູ່ຮ່ວມມືອັນດີງາມກ່ວາອີກ ແລະ ເຮັດໃຫ້ການຮ່ວມມືລະຫວ່າງ 2 ປະເທດໃນບັນດາຂົງເຂດລະອຽດຍິ່ງກ່ວາອີກ.
ເມື່ອພົບປະກັບນາຍົກລັດຖະມົນຕີແດນມາກ ທ່ານນາງ Helle Thorning Schmidt, ທ່ານນາຍົກລັດຖະມົນຕີ Nguyen Tan Dung ຢືນຢັນທຶນ ODA ເຊິ່ງແດນມາກ ໜູນຊ່ວຍໃຫ້ຫວຽດນາມໃນຊຸມປີຜ່ານມາ ໄດ້ຮັບການນຳໃຊ້ຢ່າງມີປະສິດທິຜົນ, ໂດຍສຸມໃສ່ບັນດາຂົງເຂດຮັບບຸລິມະສິດຂອງຫວຽດນາມ, ພ້ອມກັນນັ້ນກໍ່ຫວັງວ່າ: ຈະສືບຕໍ່ໄດ້ຮັບການໜູນຊ່ວຍຂອງແດນມາກໃນການພັດທະນາພື້ນຖານໂຄງລ່າງ, ການສຶກສາ, ສິ່ງແວດລ້ອມ, ການປ່ຽນແປງຂອງດິນຟ້າອາກາດ, ຄວາມສະເໝີພາບລະຫວ່າງຍິງ - ຊາຍ. ທ່ານນາຍົກລັດຖະມົນຕີ Nguyen Tan Dung ຖືວ່າເ ເລື່ອງ 2 ຝ່າຍແລກປ່ຽນຄະນະຜູ້ແທນຂັ້ນສູງເປັນປະຈຳໄດ້ສ້າງກຳລັງໜູນຊຸກຍູ້ການຮ່ວມມື 2 ຝ່າຍຢ່າງແຮງ, ພິເສດແມ່ນໃນບັນດາຂົງເຂດຮັບບຸລິມະສິດແມ່ນເສດຖະກິດ - ການຄ້າ - ການລົງທຶນ, ການຮ່ວວມືພັດທະນາ...




