logo

ນາ​ຍົກ​ລັດ​ຖະ​ມົນ​ຕີ: ນຳ​ສະຖາ​ບັນ​ບັນ​ດິດ​ວິ​ທະ​ຍາ​ສາດ ເຕັກ​ໂນ​ໂລ​ຢີ ຫວຽດ​ນາມ​ກາຍ​ເປັນ​ອົງ​ການ​ຄົ້ນ​ຄ້​ວາ​ວິ​ທະ​ຍາ​ສາດ ເຕັກ​ໂນ​ໂລ​ຢີ​ແຖວ​ໜ້າ​ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້

2026/2/23 | 11:27:00
(VOVWORLD) - ທ່ານນາຍົກລັດຖະມົນຕີ ຖືວ່າວິທະຍາສາດເຕັກໂນໂລຢີ, ນະວັດຕະກຳ ແລະ ຫັນເປັນດີຈີຕອນ ແມ່ນທ່າອ່ຽງຕ້ອງເປັນໄປ, ແມ່ນຂໍ້ກຸນແຈເປີດປະຕູການພັດທະນາບຸກທະລຸ ແລະ ກຳລັງໜູນສຳຄັນພັດທະນາເສດຖະກິດໂດຍໄວ, ຍືນຍົງ ຂອງບັນດາປະເທດ
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກ່າວຄຳເຫັນທີ່ ການພົບປະ (ພາບ: VOV )

ຕອນເຊົ້າວັນທີ 23 ກຸມພາ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ລົງຢ້ຽມຢາມ, ເຮັດວຽກ ແລະ ມອບຫຼຽນກາແຮງງານຊັ້ນໜຶ່ງໃຫ້ແກ່ສະຖາບັນບັນດິດວິທະຍາສາດ ແລະ ເຕັກໂນໂລຢີ ຫວຽດນາມ. ນະທີ່ນີ້, ທ່ານນາຍົກລັດຖະມົນຕີ ຍົກຄວາມຮຽກຮ້ອງຕ້ອງການຮອດປີ 2030 ນຳສະຖາບັນບັນດິດວິທະຍາສາດເຕັກໂນໂລຢີຫວຽດນາມ ກາຍເປັນອົງການຄົ້ນຄ້ວາວິທະຍາສາດ ເຕັກໂນໂລຢີແຖວໜ້າໃນພາກພື້ນ ອາຊີຕາເວັນອອກສ່ຽງໃຕ້.

ທ່ານນາຍົກລັດຖະມົນຕີ ຖືວ່າວິທະຍາສາດເຕັກໂນໂລຢີ, ນະວັດຕະກຳ ແລະ ຫັນເປັນດີຈີຕອນ ແມ່ນທ່າອ່ຽງຕ້ອງເປັນໄປ, ແມ່ນຂໍ້ກຸນແຈເປີດປະຕູການພັດທະນາບຸກທະລຸ ແລະ ກຳລັງໜູນສຳຄັນພັດທະນາເສດຖະກິດໂດຍໄວ, ຍືນຍົງ ຂອງບັນດາປະເທດ. ທ່ານໃຫ້ຮູ້ວ່າ:

ສະຖາບັນບັນດິດວິທະຍາສາດ ເຕັກໂນໂລຢີ ຫວຽດນາມ ຄວນພັດທະນາຢ່າງບຸກທະລຸ, ຢັ້ງຢືນບົດບາດສູນວິທະຍາສາດເຕັກໂນໂລຢີແຖວໜ້າ ຫວຽດນາມ, ຄ່ອຍໆທຽບເທົ່າກັບບັນດາປະເທດກ້າວໜ້າໃນພາກພື້ນ ແລະ ໂລກເທື່ອລະກ້າວ. ຕາມນັ້ນແລ້ວ, ຂ້າພະເຈົ້າສະເໜີທິດນຳທີ່ວ່າ: ພູມປັນຍາຢອດຢ້ຽມ - ເປັນເຈົ້າເຕັກໂນໂລຢີ - ການຫັນປ່ຽນຢ່າງແຮງ - ຕິດແທດສະພາບການ - ສ້າງສັນອະນາຄົດ.

ຕອນບ່າຍຂອງວັນດຽວກັນ, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ເປັນປະທານກອງປະຊຸມຄັ້ງທີ 3 ຄະນະຊີ້ນຳແຫ່ງຊາດກ່ຽວກັບການເງິນຮອບດ້ານ ຢູ່ ຫວຽດນາມ. 
TAG
VOV/VOVworld/ວິ​ທະ​ຍາ​ສາດ/ເຕັກ​ໂນ​ໂລ​ຢີ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ