logo

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ: ກະ​ກຽມ​ບັນ​ດາ​ເງື່ອນ​ໄຂ ຈັດ​ຕັ້ງ​ພິ​ທີ​ເປີດ​ນຳ​ໃຊ້, ລົງ​ມື​ກໍ່​ສ້າງ​ກິດ​ຈະ​ກຳ​ຕ່າງໆ​ທີ່​ມີ​ຂອບ​ຂະ​ໜາດ​ໃຫຍ່

2025/12/16 | 12:14:40
(VOVWORLD) - ໃນວາລະປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ເນັ້ນໜັກເຖິງວຽກງານກະກຽມການຈັດຕັ້ງພິທີເລີ່ມລົງມືກໍ່ສ້າງ, ເປີດນຳໃຊ້ຕ້ອງໄດ້ຮັບການກະກຽມຢ່າງລອບຄອບຖີ່ຖ້ວນ. ພ້ອມດຽວກັນນັ້ນ, ໃຫ້ຄວາມເອົາໃຈໃສ່ເຖິງການເລີ່ມລົງມືກໍ່ສ້າງ, ເປີດນຳໃຊ້, ຜັນຂະຫຍາຍບັນດາກິດຈະກຳ, ໂຄງການສະຫວັດດີການສັງຄົມ.
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ກ່າວຄຳເຫັນທີ່ກອງປະຊຸມ

ຕອນເຊົ້າວັນທີ 16 ທັນວາ, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເປັນປະທານກອງປະຊຸມຄະນະປະຈຳລັດຖະບານ ປະກອບຄຳເຫັນແກ່ວຽກງານກະກຽມພິທີເລີ່ມລົງມືກໍ່ສ້າງ, ພິທີເປີດນຳໃຊ້ບັນດາກິດຈະກຳທີ່ມີຂອບຂະໜາດໃຫຍ່, ມີຄວາມໝາຍ, ຂ່ຳນັບຮອບຕ້ອນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງ ພັກກອມມູນິດ ຫວຽດນາມ. ໃນວາລະປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ເນັ້ນໜັກເຖິງວຽກງານກະກຽມການຈັດຕັ້ງພິທີເລີ່ມລົງມືກໍ່ສ້າງ, ເປີດນຳໃຊ້ຕ້ອງໄດ້ຮັບການກະກຽມຢ່າງລອບຄອບຖີ່ຖ້ວນ. ພ້ອມດຽວກັນນັ້ນ, ໃຫ້ຄວາມເອົາໃຈໃສ່ເຖິງການເລີ່ມລົງມືກໍ່ສ້າງ, ເປີດນຳໃຊ້, ຜັນຂະຫຍາຍບັນດາກິດຈະກຳ, ໂຄງການສະຫວັດດີການສັງຄົມ, ເຊັ່ນ: ກໍ່ສ້າງ, ສ້ອມແປງເຮືອນຢູ່ໃຫ້ແກ່ປະຊາຊົນທີ່ຖຶກຜົນເສຍຫາຍຈາກໄພພິບັດທຳມະຊາດຄັ້ງຜ່ານມາ. ຜ່ານນັ້ນ, ຢັ້ງຢືນເຖິງຄວາມໝາຍ, ວັດທະນະທຳມະນຸດຂອງເຫດການ ພ້ອມກັບການຊຸກຍູ້ການພັດທະນາ, ພັກ, ລັດ ຍາມໃດກໍໃຫ້ຄວາມເອົາໃຈໃສ່ເຖິງວຽກງານຊ່ວຍເຫຼືອສັງຄົມ, “ບໍ່ປະໃຫ້ຜູ້ໃດຖືກຕົກຢູ່ເບື້ອງຫຼັງ”; ທັງໝົດເພື່ອການພັດທະນາຢ່າງວ່ອງໄວ, ຍືນຍົງຂອງປະເທດຊາດ, ເພື່ອຊີວິດທີ່ອີ່ມໜຳສຳລານ, ສົມບູນພູນສຸກຂອງປະຊາຊົນ.


TAG
VOV/VOVworld/ເລີ່ມລົງມືກໍ່ສ້າງ/ເປີດນຳໃຊ້/ກິດ​ຈະ​ກຳ​ຄົມ​ມະ​ນາ​ຄົມ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ