logo

ນາ​ຍົກ​ລັດ​ຖ​ະ​ມົນ​ຕີ ຟ້າມ​ມິງ​ຈິງ: ຍ​ູ້​ແຮງ​ການ​ປະ​ຕິ​ຮູບ, ຍົກ​ສູງ​ຄຸນ​ນະ​ພາບ​ລະ​ບອບ ລະ​ບຽບ​ການ, ນະ​ໂຍ​ບາຍ​ເພື່ອ​ພັດ​ທະ​ນາ​ເສດ​ຖະ​ກິດ​ເອ​ກະ​ຊົນ

2026/1/31 | 08:31:40
(VOVWORLD) - ຕ້ອງຍູ້ແຮງການປະຕິຮູບ, ບູລະນະ, ຍົກສູງຄຸນນະພາບລະບອບລະບຽບການ, ນະໂຍບາຍ, ຮັບປະກັນ ແລະ ປົກປ້ອງສິດກຳມະສິດ, ສິດຊັບສິນ, ສິດເສລີໃນການດຳເນີນທຸລະກິດ, ສິດແກ້ງແຍ້ງຢ່າງມີຄວາມສະເໝີພາບ ຂອງເສດຖະກິດເອກະຊົນ.
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ກ່າວຄຳເຫັນຊີ້ນຳ ຢູ່ກອງປະຊຸມ (ພາບ: VOV)

ກ່າວຄຳເຫັນສະຫຼຸບທີ່ກອງປະຊຸມຄັ້ງທີ 4 ຂອງຄະນະຊີ້ນຳແຫ່ງຊາດກ່ຽວກັບການຜັນຂະຫຍາຍ ມະຕິເລກທີ 68 ຂອງກົມການເມືອງ ກ່ຽວກັບການພັດທະນາເສດຖະກິດເອກະຊົນ (ຄະນະຊີ້ນຳ) ທີ່ໄດ້ດຳເນີນໃນຕອນບ່າຍວັນທີ 31 ມັງກອນ, ຢູ່ຮ່າໂນ້ຍ. ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ, ຫົວໜ້າຄະນະຊີ້ນຳ, ຮຽກຮ້ອງ ຕ້ອງຍູ້ແຮງການປະຕິຮູບ, ບູລະນະ, ຍົກສູງຄຸນນະພາບລະບອບລະບຽບການ, ນະໂຍບາຍ, ຮັບປະກັນ ແລະ ປົກປ້ອງສິດກຳມະສິດ, ສິດຊັບສິນ, ສິດເສລີໃນການດຳເນີນທຸລະກິດ, ສິດແກ້ງແຍ້ງຢ່າງມີຄວາມສະເໝີພາບ ຂອງເສດຖະກິດເອກະຊົນ. ທ່ານນາຍົກລັດຖະມົນຕີ ຮຽກຮ້ອງສະຫຼຸບ, ຕີລາຄາຢ່າງຄົບຖ້ວນບັນດາລາຍການ, ແຜນການເພື່ອແນໃສ່ຫັນແຜນນະໂຍບາຍຂອງພັກ ກ່ຽວກັບການພັດທະນາເສດຖະກິດເອກະຊົນເປັນລະບອບລະບຽບການ; ຍູ້ແຮງການປະຕິຮູບການປະຕິບັດລະບຽບການບໍລິຫານ ແລະ ຜັນຂະຫຍາຍນະໂຍບາຍປັບປຸງສະພາບແວດລ້ອມແຫ່ງການລົງທຶນ, ດຳເນີນທຸລະກິດ ແລະ ຫຼຸດຜ່ອນຄ່າໃຊ້ຈ່າຍໃຫ້ແກ່ວິສາຫະກິດ; ຮັບປະກັນສິດເສລີໃນການດຳເນີນທຸລະກິດ, ສິດສະເໝີພາບໄດ້ສຳຜັດກັບແຫຼ່ງກຳລັງ;ຕ້ອງຮັບຟັງ, ແກ້ໄຂຄວາມຫຍຸ້ງຍາກ, ຂໍ້ຕິດຂັດຂອງວິສາຫະກິດເປັນປະຈຳ.

TAG
VOV/VOVworld/ລະ​ບອບ​ລະ​ບຽບ​ການ/ແຜນ​ນະ​ໂຍ​ບາຍ/ເສດ​ຖະ​ກິດ​ເອ​ກະ​ຊົນ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ