logo

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ: ຕ້ອງ​ຫັນ​ບັນ​ດາ​ມະ​ຕິ​ຂອ​ງ​ພັກ​ທີ່​ກ່ຽວ​ຂ້ອງ​ເຖິງ​ຂົງ​ເຂດ​ວັດ​ທະ​ນະ​ທຳ​ໃຫ້​ເປັນ​ລະ​ບອບ​ລ​ະ​ບຽບ​ການ

2026/2/24 | 07:21:03
(VOVWORLD) - ທ່ານ ຟ້າມມິງຈິງ  ນາຍົກລັດຖະມົນຕີ ເນັ້ນໜັກວ່າ ຕ້ອງຫັນບັນດາມະຕິຂອງພັກທີ່ກ່ຽວຂ້ອງເຖິງຂົງເຂດວັດທະນະທຳເປັນລະບອບລະບຽບການ, ນຳເຂົ້າມະຕິຂອງລັດຖະບານວ່າດ້ວຍລາຍການກະທຳປະຕິບັດມະຕິສະບັບເລກທີ 80 ຂອງກົມການເມືອງ; ຫັນເປັນລະອຽດດ້ວຍບັນດາກົນໄກ, ນະໂຍບາຍ.
ທ່ານ ຟ້າມມິງຈິງ  ນາຍົກລັດຖະມົນຕີ ຫວຽດນາມ ຜູ້ນັ່ງທາງກາງ

ຕອນບ່າຍວັນທີ 23 ກຸມພາ, ຢູ່ຮ່າໂນ້ຍ, ທ່ານ ຟ້າມມິງຈິງ  ນາຍົກລັດຖະມົນຕີ ຫວຽດນາມ ໄດ້ເຮັດວຽກກັບກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວກ່ຽວກັບການຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກກອມມູນິດ ຫວຽດນາມ ໃນຂົງເຂດວັດທະນະທຳ, ຜັນຂະຫຍາຍມະຕິສະບັບເລກທີ 80 ຂອງກົມການເມືອງກ່ຽວກັບການພັດທະນາວັດທະນະທຳ ຫວຽດນາມ. ທີ່ການເຮັດວຽກ, ທ່ານ ຟ້າມມິງຈິງ  ນາຍົກລັດຖະມົນຕີ ເນັ້ນໜັກວ່າ ຕ້ອງຫັນບັນດາມະຕິຂອງພັກທີ່ກ່ຽວຂ້ອງເຖິງຂົງເຂດວັດທະນະທຳເປັນລະບອບລະບຽບການ, ນຳເຂົ້າມະຕິຂອງລັດຖະບານວ່າດ້ວຍລາຍການກະທຳປະຕິບັດມະຕິສະບັບເລກທີ 80 ຂອງກົມການເມືອງ; ຫັນເປັນລະອຽດດ້ວຍບັນດາກົນໄກ, ນະໂຍບາຍ.

ກ່ຽວກັບການລະດົມແຫຼ່ງກຳລັງ, ທ່ານນາຍົກລັດຖະມົນຕີ ຊີ້ແຈ້ງວ່າ, ທາງກະຊວງຕ້ອງສ້າງແຜນຮ່າງ, ລາຍການ, ສ້າງກົນໄກໃຫ້ປະຊາຊົນປະກອບສ່ວນ; ເພີ່ມທະວີການລະດົມແຫຼ່ງກຳລັງຂອງລັດ, ຂອງປະຊາຊົນ, ວິສາຫະກິດ, ໃນນັ້ນ, ເພີ່ມທະວີການຮ່ວມມືພາກລັດ - ພາກເອກະຊົນຕາມທິດ “ລົງທຶນພາກລັດ - ບໍລິຫານພາກເອກະຊົນ” ສຳລັບບັນດາກິດຈະກຳກິລາ, ວັດທະນະທຳ. ກ່ຽວກັບແຫຼ່ງຊັບພະຍາກອນມະນຸດ, ທ່ານນາຍົກລັດຖະມົນຕີ ໄດ້ຍົກອອກທັດສະນະທີ່ວ່າ ນຳໃຊ້ຜູ້ເກັ່ງກ້າສາມາດ, ບຳລຸງກໍ່ສ້າງຜູ້ເກັ່ງກ້າສາມາດ. ກ່ຽວກັບພື້ນຖານໂຄງລ່າງ, ຕ້ອງຖືການລົງທຶນພັດທະນາໂຄງລ່າງຍຸດທະສາດ, ອຸປະກອນສະແດງສິລະປະຄົບຊຸດ, ທັນສະໄໝ. ສົ່ງເສີມການລົງທຶນພາກເອກະຊົນເຂົ້າໃນຂົງເຂດວັດທະນະທຳກິລາ ແລະ ທ່ອງທ່ຽວ.

ລ້າຍຮວາ

TAG
VOV/VOVworld/ມະຕິສະບັບເລກທີ 80 ຂອງກົມການເມືອງ/ວັດ​ທະ​ນະ​ທຳ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ