ທ່ານນາຍົກລັດຖະມົນຕີ ຟ້າມມິງຈີງ ແລະ ທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ |
ທີ່ການພົບປະ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈີງຊົມເຊີຍລາວໃນຖານະເປັນປະທານອາຊຽນ 2024 ໄດ້ຈັດຕັ້ງບັນດາກອງປະຊຸມສຳຄັນຂອງອາຊຽນຢ່າງສຳເລັດຜົນ. ສ່ວນທ່ານ ເລຂາທິການໃຫຍ່, ປະທານປະເທດລາວ ທອງລຸນ ສີສຸລິດ ໄດ້ຕີລາຄາສູງການສະໜັບສະໜູນ ຢ່າງ ຕັ້ງໜ້າ ຂອງຫວຽດນາມໃຫ້ແກ່ລາວ ໃນໄລຍະເປັນປະທານອາຊຽນ 2024, ຢືນຢັນວ່າ ຜົນສຳເລັດຂອງ ສປປ ລາວ ໃນຖານະບົດບາດປະທານອາຊຽນ ກໍມີການປະກອບສ່ວນສຳຄັນ ຂອງຫວຽດນາມ. ການນຳສອງທ່ານໄດ້ເຫັນດີສືບຕໍ່ແລກປ່ຽນບົດຮຽນແລະຂໍ້ມູນຂ່າວສານເປັນປະຈຳ, ສົມທົບກັນຢ່າງແໜ້ນແຟ້ນ, ສະໜັບສະໜູນເຊິ່ງກັນແລະກັນຢູ່ບັນດາເວທີປາໄສສາກົນ ແລະ ພາກພື້ນ.
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ແລະ ທ່ານນາຍົກລັດຖະມົນຕີ ລາວ ສອນໄຊ ສີພັນດອນ (ພາບ: TTXVN) |
ໃນວັນດຽວກັນ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ກໍໄດ້ໄປຢ້ຽມຢາມບໍລິສັດ Star Telecom (Unitel) ເຊິ່ງເປັນໜຶ່ງໃນບັນດາບໍລິສັດທີ່ມີການມອບພັນທະຫຼາຍທີ່ສຸດເຂົ້າໃນງົບປະມານແຫ່ງລັດ ລາວ, ສ້າງອິດທິພົນຊື່ສຽງອັນໃຫຍ່ຫຼວງ ແລະ ກວມເອົາ 57% ອັດຕາສ່ວນການຕະຫຼາດ.
ແລະ ກໍໃນວັນທີ 8 ຕຸລານີ້, ຢູ່ນະຄອນຫຼວງວຽງຈັນ, ທ່ານນາຍົກລັດຖະມົນຕີ ຟ້າມບິ່ງມິງ ໄດ້ມີການພົບປະກັບທ່ານປະທານສະພາແຫ່ງຊາດລາວ ໄຊສົມພອນ ພົມວິຫານ ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44 ແລະ 45. ທີ່ການພົບປະ, ການນຳສອງປະເທດຢືນຢັນວ່າ ຍາມໃດກໍຖືເປັນສຳຄັນ ແລະ ໃຫ້ບຸລິມະສິດຢ່າງສູງສຸດແກ່ສາຍພົວພັນອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານຫວຽດນາມ - ລາວ, ຖືນີ້ແມ່ນຊັບສົມບັດອັນລ້ຳຄ່າ ແລະ ເປັນປັດໄຈເປັນຕາຍຕໍ່ພາລະກິດປະຕິວັດຂອງສອງປະເທດ. ທ່ານນາຍົກລັດຖະມົນຕີຮຽກຮ້ອງໃຫ້ສະພາແຫ່ງຊາດຂອງສອງປະເທດສ້າງກອບກົດໝາຍສະດວກເພື່ອເພີ່ມທະວີການເຊື່ອມຕໍ່ຢ່າງຮອບດ້ານ
ສ່ວນທ່ານປະທານສະພາແຫ່ງຊາດລາວ ໄຊສົມພອນ ພົມວິຫານ ໄດ້ຕີລາຄາສູງໝາກຜົນການເຈລະຈາລະຫວ່າງນາຍົກລັດຖະມົນຕີສອງປະເທດ ແລະ ປາດຖະໜາຢາກຮັດແໜ້ນສາຍພົວພັນລະຫວ່າງສະພາແຫ່ງຊາດສອງປະເທດ, ໃນນັ້ນມີບັນດາການເຄື່ອນໄຫວຕິດຕາມກວດກາຮ່ວມ, ປະກອບສ່ວນປະຕິບັດບັນດາໂຄງການຈຸດສຸມຢ່າງມີປະສິດທິຜົນ ແລະ ຂໍ້ຕົກລົງຂັ້ນສູງທີ່ໄດ້ລົງນາມ.




