logo

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ພົບ​ປະ​ກັບ​ຜູ້​ຕາງ​ໜ້າ​ບັນ​ດາ​ນັກ​ຊ່ຽວ​ຊານ, ນັກ​ວິ​ທະ​ຍາ​ສາດ​ດີ​ເດັ່ນ​ໃນ​ຂົງ​ເຂດ​ສາ​ທາ​ລະ​ນະ​ສຸກ

2026/2/24 | 11:22:27
(VOVWORLD) - ຕອນບ່າຍວັນທີ 24 ກຸມພາ, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ພົບປະກັບຜູ້ຕາງໜ້າບັນດານັກຊ່ຽວຊານ, ນັກວິທະຍາສາດດີເດັ່ນໃນຂົງເຂດສາທາລະນະສຸກ ແລະ ຜູ້ອຳນວຍການບັນດາໂຮງໝໍຂັ້ນສູນກາງ ເນື່ອງໃນໂອກາດສະເຫຼີມສະຫຼອງວັນແພດໝໍ ຫວຽດນາມ ຄົບຮອບ 71 ປີ (27 ກຸມພາ). 
 ບັນຍາກາດການພົບປະ (ພາບ: VOV)

ທີ່ການພົບປະ, ທ່ານນາຍົກລັດຖະມົນຕີ ໄດ້ຊົມເຊີຍບັນດານັກວິທະຍາສາດ, ນັກຊ່ຽວຊານ, ນັກຄຸ້ມຄອງຂະແໜງສາທາລະນະສຸກ, ຖັນແຖວທ່ານໝໍ, ແພດໝໍ ດ້ວຍຄຳຂວັນທີ່ວ່າ “ຮັກສາຄຸນສົມບັດຂອງແພດໝໍ - ມີເຕັກນິກວິຊາການທີ່ໝັ້ນແກ່ນ - ຍົກລະດັບວິຊາການແພດ - ຜ່ານຜ່າສິ່ງທ້າທາຍ - ທັງໝົດເພື່ອປະຊາຊົນ” ແລະ ສະເໜີ “ຂະແໜງສາທາລະນະສຸກບໍ່ປະລະໂອກາດກູ້ເອົາຊີວິດຄົນເຈັບ”. ທ່ານກ່າວວ່າ:

        “ບໍ່ເວົ້າບໍ່, ບໍ່ເວົ້າຍາກ, ບໍ່ເວົ້າມີແຕ່ບໍ່ເຮັດ; ບໍ່ສ້າງຄວາມຫຍຸ້ງຍາກໃຫ້ແກ່ຄົນເຈັບ; ບໍ່ປະລະໂອກາດກູ້ເອົາຊີວິດຄົນເຈັບ. ບັນດາແພດໝໍ, ສາດສະດາຈານຂອງພວກເຮົາເກັ່ງຫຼາຍ ແລະ ມີຄວາມອົດທົນສູງທີ່ສຸດ. ໂອກາດເຖິງວ່າໜ້ອຍສຸດ ແຕ່ກໍຫັນເປັນໂອກາດໃໝ່ເພື່ອກູ້ເອົາຊີວິດ. ຂ້າພະເຈົ້າຕື້ນຕັນໃຈທີ່ສຸດ. ມີໂຮງໝໍຫຼາຍແຫ່ງ ບໍ່ພຽງແຕ່ມີໂຮງໝໍຂັ້ນສູນກາງເທົ່ານັ້ນ ຫາກນັບທັງໂຮງໝໍທ້ອງຖິ່ນກໍເຮັດສິ່ງດັ່ງກ່າວໄດ້ດີທີ່ສຸດ.”

ລ້າຍຮວາ

TAG
VOV/VOVworld/ນັກວິທະຍາສາດ/ນັກຊ່ຽວຊານ/ນັກຄຸ້ມຄອງຂະແໜງສາທາລະນະສຸກ/ຖັນແຖວທ່ານໝໍ/ແພດໝໍ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ