logo

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ພົບ​ປະ​ກັບ​ອະ​ດີດ​ການ​ນຳ​ຂັ້ນ​ສູງ​ຂອງ​ລາວ ແລະ ສິ້ນ​ສຸດ​ການ​ເຄື່ອນ​ໄຫວ​ຢ້ຽມ​ຢາມ ລາວ

2025/1/11 | 07:58:28
(VOVWORLD) -    ຮອດຕອນຄ່ຳວັນທີ 10 ມັງກອນ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ໄປຮອດ ຮ່າໂນ້ຍ, ສິ້ນສຸດການຢ້ຽມຢາມ ສປປ. ລາວ ແລະ ເປັນປະທານຮ່ວມກອງປະຊຸມຄັ້ງທີ 47 ຂອງຄະນະກຳມະການຮ່ວມມືທະວີພາຄີລະຫວ່າງລັດຖະບານ ຫວຽດນາມ - ລາວ ແຕ່ວັນທີ 9 – 10 ມັງກອນ ຕາມຄຳເຊີນຂອງທ່ານນາຍົກລັດຖະມົນຕີ ລາວ ສອນໄຊ ສີພັນດອນ ຢ່າງເປັນທາງການ.

ໃນຂອບເຂດການຢ້ຽມຢາມ ລາວ ແລະ ເປັນປະທານຮ່ວມກອງປະຊຸມຄັ້ງທີ 47 ຄະນະກຳມະການຮ່ວມມືທະວີພາຄີລະຫວ່າງລັດຖະບານ ຫວຽດນາມ - ລາວ, ຕອນບ່າຍວັນທີ 10 ມັງກອນ, ຢູ່ນະຄອນຫຼວງ ວຽງຈັນ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ພົບປະກັບທ່ານ ບຸນຍັງ ວໍລະຈິດ, ອະດີດເລຂາທິການໃຫຍ່, ອະດີດປະທານປະເທດລາວ ແລະ ທ່ານ ທອງສິງ ທຳມະວົງ, ອະດີດນາຍົກລັດຖະມົນຕີ ລາວ.

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ພົບປະກັບທ່ານ ບຸນຍັງ ວໍລະຈິດ, ອະດີດເລຂາທິການໃຫຍ່, ອະດີດປະທານປະເທດລາວ (ພາບ: VOV)

        ຮອດຕອນຄ່ຳວັນທີ 10 ມັງກອນ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ໄປຮອດ ຮ່າໂນ້ຍ, ສິ້ນສຸດການຢ້ຽມຢາມ ສປປ. ລາວ ແລະ ເປັນປະທານຮ່ວມກອງປະຊຸມຄັ້ງທີ 47 ຂອງຄະນະກຳມະການຮ່ວມມືທະວີພາຄີລະຫວ່າງລັດຖະບານ ຫວຽດນາມ - ລາວ ແຕ່ວັນທີ 9 – 10 ມັງກອນ ຕາມຄຳເຊີນຂອງທ່ານນາຍົກລັດຖະມົນຕີ ລາວ ສອນໄຊ ສີພັນດອນ ຢ່າງເປັນທາງການ.

ຮອດຕອນຄ່ຳວັນທີ 10 ມັງກອນ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ  ເດີນທາງອອກຈາກ ວຽງຈັນ ກັບຄືນເມືອງປະເທດ (ພາບ: TTXVN)

        ເມື່ອຕອບສຳພາດສື່ມວນຊົນກ່ຽວກັບໝາກຜົນການເຄື່ອນໄຫວ, ທ່ານຮອງລັດຖະມົນຕີການຕ່າງປະເທດ ຫວຽດນາມ ໂດ໊ຮຸ່ງຫວຽດ ໃຫ້ຮູ້ວ່າ: ເຖິງວ່າພຽງແຕ່ດຳເນີນໃນ 2 ມື້ເທົ່ານັ້ນ ແຕ່ການເຄື່ອນໄຫວຄັ້ງນີ້ຂອງທ່ານນາຍົກລັດຖະມົນຕີມີຕາຕະລາງເຕັມ, ດ້ວຍເກືອບ 20 ກິດຈະກຳ; ປະກອບສ່ວນຊຸກຍູ້ການພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ຫວຽດນາມ - ລາວ. ໂດຍມີບັນດາຂີດໝາຍພົ້ນເດັ່ນຄືດັ່ງນີ້:

        ທີໜຶ່ງ, ການນຳຂັ້ນສູງສອງປະເທດ ໄດ້ເຫັນດີເປັນເອກະພາບສືບຕໍ່ຮັກສາການພົບປະ, ແລກປ່ຽນຄະນະຜູ້ແທນຂັ້ນສູງ ແລະ ທຸກຂັ້ນໃນແງ່ມູມສອງຝ່າຍ ແລະ ຫຼາຍຝ່າຍ ເປັນປະຈຳ; ຜັນຂະຫຍາຍບັນດາກົນໄກຮ່ວມມື, ປຶກສາຫາລືສອງຝ່າຍໃຫ້ເປັນຢ່າງດີ.

        ທີສອງແມ່ນ, ພາຍໃຕ້ການຊີ້ນຳຢ່າງໃກ້ຊິດຂອງການນຳຂັ້ນສູງ ແລະ ຄວາມຮີບເຮັ່ງປະຕິບັດວຽກງານຂອງບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ, ສອງຝ່າຍແກ້ໄຂບັນດາໂຄງການທີ່ຍັງຄົງຄ້າງຢ່າງຂາດຕົວ, ສ້າງທ່ວງທ່າໃຫ້ໄລຍະຮ່ວມມືພັດທະນາໃໝ່ຢ່າງຂະຫຍັນຂັນເຄື່ອນ, ແທດຈິງກວ່າ

        ທີສາມແມ່ນ, ສອງຝ່າຍເຫັນດີເປັນເອກະພາບກ່ຽວກັບແຜນນະໂຍບາຍ, ກຳນົດທິດບັນດາໂຄງການຍຸດທະສາດໃນການເຊື່ອມຕໍ່ພື້ນຖານໂຄງລ່າງ, ຄົມມະນາຄົມ, ພະລັງງານ, ເພີ່ມທະວີການເຊື່ອມຕໍ່ວິສາຫະກິດເພື່ອເປີດສັງກາດຮ່ວມມືໃໝ່ ມີລັກສະນະເຊື່ອມຕໍ່ສູງ ລະຫວ່າງສອງພື້ນຖານເສດຖະກິດ.

        ທີສີ່ແມ່ນ, ສອງຝ່າຍເຫັນດີສືບຕໍ່ແລກປ່ຽນ, ສົມທົບກັບ ກຳປູເຈຍ ພ້ອມກັນຊຸກຍູ້ບັນດາໂຄງການຮ່ວມມືລະຫວ່າງສາມປະເທດ ເພື່ອແນໃສ່ນຳມາເຊິ່ງປະສິດທິຜົນເສດຖະກິດທີ່ແທດຈິງ, ເໝາະສົມກັບຄວາມຮຽກຮ້ອງຕ້ອງການພັດທະນາໃນໄລຍະໃໝ່, ຍົກລະດັບການຜູກມັດດ້ານເສດຖະກິດໃຫ້ສົມກັບການພົວພັນທາງດ້ານການເມືອງ - ການຕ່າງປະເທດ.

        ທີຫ້າແມ່ນ, ສອງຝ່າຍໃຫ້ຄຳໝັ້ນສັນຍາສືບຕໍ່ສົມທົບກັນຢູ່ບັນດາເວທີປາໄສສາກົນ ແລະ ພາກພື້ນ ຢ່າງແໜ້ນແຟ້ນ.

TAG
VOV/VOVworld/ຄະ​ນະ​ກຳ​ມະ​ການ​ຮ່ວມ​ມື​ທະ​ວີ​ພາ​ຄີ​ລະ​ຫວ່າງ​ລັດ​ຖະ​ບານ ຫວຽດ​ນາມ - ລາວ/ນາ​ຍົກ​ລັດ​ຖະ​ມົນ​ຕີ/ຟ້າມ​ມິງ​ຈິງ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ