logo

​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ຢ້ຽມ​ຢາມ, ເຮັດ​ວຽກ​ຢູ່​ສະ​ຖາ​ບັນ​ບັນ​ດິດ​ວິ​ທະ​ຍ​າ​ສາດ - ສັງ​ຄົມ ຫວຽດ​ນາມ

2026/2/24 | 11:14:28
(VOVWORLD) -        ຕອນເຊົ້າວັນທີ 24 ກຸມພາ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ຢ້ຽມຢາມ ແລະ ເຮັດວຽກກັບສະຖາບັນບັນດິດວິທະຍາສາດ - ສັງຄົມ ຫວຽດນາມ. 
ທ່ານ ນາຍົກລັດຖະມົນຕີ ຟ້າມມິງຈິງ ຢ້ຽມຢາມ, ເຮັດວຽກຢູ່ສະຖາບັນບັນດິດວິທະຍາສາດ - ສັງຄົມ ຫວຽດນາມ (ພາບ: VOV)

ນະທີ່ນີ້, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ຖືວ່າ ໃນສັງກາດບຸກບືນຂອງຊາດ, ພັກກຳນົດ, ພັດທະນາວິທະຍາສາດ, ເຕັກໂນໂລຢີແມ່ນ “ບຸກທະລຸສຳຄັນແຖວໜ້າ”; ການພັດທະນາເສດຖະກິດ, ສັງຄົມ, ປົກປັກຮັກສາສິ່ງແວດລ້ອມສວມບົດບາດເປັນ “ໃຈກາງ”; ພັດທະນາວັດທະນະທຳ, ມະນຸດເປັນ “ພື້ນຖານ”.ໄລຍະຈະມາເຖິງ, ສະຖາບັນບັນດິດວິທະຍາສາດສັງຄົມ ຫວຽດນາມ ສາມັກຄີ, ສຸມໃສ່ຄົ້ນຄວ້າ; ສ້າງປະເທດ ຫວຽດນາມ ເອກະລາດ, ເປັນເຈົ້າຕົນເອງ, ນຳມາເຊິ່ງຊີວິດການເປັນຢູ່ທີ່ອີ່ມໜຳສຳລານສົມບູນພູນສຸກມາໃຫ້ປະຊາຊົນ, ທ່ານກ່າວວ່າ:

        “ວິທະຍາສາດສັງຄົມ ແລະ ວັດທະນະທຳມະນຸດມີບົດບາດສຳຄັນໃນການເພີ່ມພູນຄູນສ້າງພື້ນຖານທາງດ້ານແນວຄິດ, ກຳນົດທິດລະບົບມູນຄ່າ, ພັດທະນາວັດທະນະທຳ ແລະ ພູມປັນຍາສັງຄົມ, ສ້າງກຳລັງແຮງ ແລະ ເສີມຂະຫຍາຍກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດ, ຍົກສູງປະສິດທິຜົນການຮ່ວມມືສາກົນ… ຖັນແຖວບັນດານັກວິທະຍາສາດສັງຄົມ ແມ່ນກຳລັງສຳຄັນ, ປະກອບສ່ວນສະໜອງ “ວິນຍານ” ໃຫ້ແກ່ການພັດທະນາ, ເສີມຂະຫຍາຍສີສັນ, ປັບປຸງກຳລັງແຮງພາຍໃນ ແລະ ຍົກສູງກຳລັງແຮງອ່ອນຂອງຊາດ”.

ລ້າຍຮວາ

TAG
VOV/VOVworld/ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ/ສະ​ຖາ​ບັນ​ບັນ​ດິດ​ວິ​ທະ​ຍ​າ​ສາດ - ສັງ​ຄົມ ຫວຽດ​ນາມ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ