logo

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ລົງ​ກວດ​ກາມ​ໂຄງ​ການ​ກໍ່​ສ້າ​ງເສັ້ນ​ທາງ​ຄວາມ​ໄວ​ສູງ ຮຶວ​ງິ - ຈີ​ລັງ, ດົງ​ດັງ - ຈ່າ​ລິງ

2026/2/20 | 11:41:13
(VOVWORLD) - ການກໍ່ສ້າງຕ້ອງຮັບປະກັນຄຸນນະພາບ, ຄວາມຄືບໜ້າ, ບັນດາຄວາມຮຽກຮ້ອງຕ້ອງການດ້ານເຕັກນິກ, ຄວາມປອດໄພໃນການອອກແຮງງານ…ເພື່ອກໍ່ສ້າງສຳເລັດໂຄງການເສັ້ນທາງຄວາມໄວສູງ ຮຶວງິ - ຈີລັງ ແລະ ດົ່ງດັງ - ຈ່າລິງ ໃນແຂວງ ລ້າງເຊີນ ແລະ ກາວບັ່ງ.
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ລົງກວດກາມໂຄງການກໍ່ສ້າງເສັ້ນທາງຄວາມໄວສູງ ຮຶວງິ - ຈີລັງ, ດົງດັງ - ຈ່າລິງ
(ພາບ: VOV)

ຕອນເຊົ້າວັນທີ 20 ກຸມພາ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ລົງກວດກາ, ມອບຂອງຂວັນລະດົມກຳລັງໃຈ, ອວຍພອນບຸນເຕັດບັນດາຫົວໜ່ວຍພວມກໍ່ສ້າງເສັ້ນທາງຄວາມໄວສູງ ຮຶວງິ - ຈີລັງ ແລະ ດົງດັງ - ຈ່າລິງ ໃນບໍລິເວນແຂວງ ລ້າງເຊີນ ແລະ ກາວບັ່ງ. ນະທີນີ້, ທ່ານນາຍົກລັດຖະມົນຕີ ຮຽກຮ້ອງໃຫ້ທົ່ວລະບົບການເມືອງ ປະຕິບັດຢ່າງຂ້ຽວຂາດ, ພິເສດແມ່ນເລຂາຄະນະພັກ, ປະທານຄະນະກຳມະການປະຊາຊົນແຂວງ ຕ້ອງຊີ້ນຳຢ່າງຕັ້ງໜ້າວຽກງານບຸກເບີກໜ້າພຽງ. ທ່ານນາຍົກລັດຖະມົນຕີ ໃສ່ໃຈວ່າ ວິວັດການຕ້ອງຮັບປະກັນສິດ ແລະ ຜົນປະໂຫຍດອັນຊອບທຳໃຫ້ແກ່ປະຊາຊົນໃນເຂດກໍ່ສ້າງໂຄງການ, ເບິ່ງແຍງດູແລໃຫ້ປະຊາຊົນມີຊີວິດການເປັນຢູ່ທີ່ອີ່ມໜຳສຳລາມສົມບູນພູມສຸກ. ການກໍ່ສ້າງຕ້ອງຮັບປະກັນຄຸນນະພາບ, ຄວາມຄືບໜ້າ, ບັນດາຄວາມຮຽກຮ້ອງຕ້ອງການດ້ານເຕັກນິກ, ຄວາມປອດໄພໃນການອອກແຮງງານ…ເພື່ອກໍ່ສ້າງສຳເລັດໂຄງການເສັ້ນທາງຄວາມໄວສູງ ຮຶວງິ - ຈີລັງ ແລະ ດົ່ງດັງ - ຈ່າລິງ ໃນແຂວງ ລ້າງເຊີນ ແລະ ກາວບັ່ງ.

TAG
VOV/VOVworld/ໂຄງ​ການ​ກໍ່​ສ້າງ/ເສັ້ນ​ທາງ​ຄວາມ​ໄວ​ສູງ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ