logo

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ສະ​ເໜີຂະ​ແໜງ​ການ​ເງິນ “​ລາຍ​ຮັບ ລາຍ​ຈ່າຍ​ບຸກ​ທະ​ລຸ - ການ​ເງິນ​ພັດ​ທະ​ນາ​ແບບ​ຍືນ​ຍົງ”

2026/1/6 | 15:36:15
(VOVWORLD) - ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ສະເໜີໃຫ້ຂະແໜງການເງິນນຳໜ້າກ່ຽວກັບການປ່ຽນແປງໃໝ່ຈິນຕະນາການ, ຫັນປ່ຽນໄປສູ່ການສ້າງສາພັດທະນາ; ເປັນເສນາທິການຮັບປະກັນການເງິນແຫ່ງຊາດມີຈຸດສຸມ, ຈຸດໃຈກາງ; ຮ່ວມເດີນທາງ, ໜູນຊ່ວຍ  2,3 ລ້ານຄອບຄົວດຳເນີນທຸລະກິດຫັນປ່ຽນໄປສູ່ແບບວິທີໃໝ່ຢ່າງສະດວກທີ່ສຸດ. 
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ກ່າວຄຳເຫັນຊີ້ນຳ (ພາບ: VOV)

ຕອນບ່າຍວັນທີ 6 ມັງກອນ, ຢູ່ຮ່າໂນ້ຍ, ເມື່ອກ່າວຄຳເຫັນໃນກອງປະຊຸມສະຫຼຸບວຽກງານປີ 2025, ຜັນຂະຫຍາຍໜ້າທີ່ປີ 2026 ຂອງຂະແໜງການເງິນ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ສະເໜີໃຫ້ຂະແໜງການເງິນນຳໜ້າກ່ຽວກັບການປ່ຽນແປງໃໝ່ຈິນຕະນາການ, ຫັນປ່ຽນໄປສູ່ການສ້າງສາພັດທະນາ; ເປັນເສນາທິການຮັບປະກັນການເງິນແຫ່ງຊາດມີຈຸດສຸມ, ຈຸດໃຈກາງ; ຮ່ວມເດີນທາງ, ໜູນຊ່ວຍ  2,3 ລ້ານຄອບຄົວດຳເນີນທຸລະກິດຫັນປ່ຽນໄປສູ່ແບບວິທີໃໝ່ຢ່າງສະດວກທີ່ສຸດ. ພ້ອມດຽວກັນນັ້ນ, ຍູ້ແຮງການປ່ອຍເງິນລົງທຶນສາທາລະນະ ແລະ ພື້ນຖານໂຄງລ່າງຍຸດທະສາດເພື່ອຮອດວັນທີ 31 ມັງກອນ ປ່ອຍ  ເງິນລົງທຶນສາທາລະນະ100%, ຮັບປະກັນການລົງທຶນສາທາລະນະ ກາຍເປັນກຳລັງໜູນການເຕີບໂຕ. ປີ 2026, ທ່ານນາຍົກລັດຖະມົນຕີມອບໃຫ້ຂະແໜງການເງິນຜັນຂະຫຍາຍທິດນຳການເຄື່ອນໄຫວ “ຄວາມຄາດຫວັງສ້າງຄວາມເຂັ້ມແຂງວັດທະນາຖາວອນ - ນຳໜ້າດ້ານລະບອບລະບຽບການ - ບໍລິຫານຢ່າງມີປະສິດທິຜົນ - ນຳໜ້າໃນການຫັນເປັນດີຈີຕອນ - ລາຍຮັບ ລາຍຈ່າຍບຸກທະລຸ - ພັດທະນາການເງິນແບບຍືນຍົງ”. ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກ່າວວ່າ:

        “ສະພາບການມີການຜັນແປຢ່າງໄວທີ່ສຸດ, ດັ່ງນັ້ນ ຕ້ອງກຳແໜ້ນ ແລະ ມີປະຕິກິລິຍາຢ່າງຂະຫຍັນຂັນເຄື່ອນ, ມີປະສິດທິຜົນ. ສົມທົບນະໂຍບາຍສົກປີການເງິນ ແລະ ນະໂຍບາຍເງິນຕາຢ່າງກົມກ່ຽວ, ເໝາະສົມ, ມີປະສິດທິຜົນ. ສອງນະໂຍບາຍດັ່ງກ່າວຕ້ອງໜູນຊ່ວຍເຊິ່ງກັນ ແລະ ກັນ ເພື່ອຮັກສາສະຖຽນລະພາບເສດຖະກິດມະຫາພາກ, ນັ້ນແມ່ນສິ່ງສຳຄັນເພື່ອບຸກທະລຸ”.

 

TAG
VOV/VOVworld/ຂະ​ແໜງ​ການ​ເງິນ/ເງິນ​ລົງ​ທຶນ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ