logo

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ​ ຮຽກ​ຮ້ອງ​ໃຫ້​ປະ​ຕິ​ບັດ​ສຳ​ເລັດ​ການ​ສ້າງ​ເຮືອນ​ຖືກ​ເປ​ເພ​ຍ້ອນ​ພາ​ຍຸ​ນ້ຳ​ຖ້ວມ​ກ່ອນ​ວັນ​ທີ 15 ມັງ​ກອນ 2026

2025/12/30 | 11:20:29
(VOVWORLD) - ຈຳນວນເຮືອນຢູ່ຖືກພັງທະລາຍ ຕ້ອງກໍ່ສ້າງໃໝ່ແມ່ນ 1.597 ຫຼັງ, ໄລ່ມາຮອດປັດຈຸບັນ ກໍ່ສ້າງສຳເລັດ 671 ຫຼັງ. 
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງ ກ່າວຄຳເຫັນທີ່ກອງປະຊຸມ

ຕອນເຊົ້າວັນທີ 30 ທັນວາ, ຢູ່ສຳນັກງານລັດຖະບານ, ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ເປັນປະທານກອງປະຊຸມສະຫຼຸບ “ບັ້ນເຄື່ອນໄຫວກວາງຈູງ” ກໍ່ສ້າງ, ສ້ອມແປງເຮືອນຢູ່ໃຫ້ແກ່ບັນດາຄອບຄົວຖືກຜົນກະທົບຍ້ອນພາຍຸ, ນ້ຳຖ້ວມຢູ່ເຂດພາກກາງ ຫວຽດນາມ ໂດຍດ່ວນ.

        ບົດລາຍງານຢູ່ກອງປະຊຸມ, ທ່ານຮອງລັດຖະມົນຕີກະຊວງກະສິກຳ ແລະ ສິ່ງແວດລ້ອມ ຫງວຽນຮວ່າງຮຽບ ໃຫ້ຮູ້ວ່າ: ຈຳນວນເຮືອນຢູ່ຖືກພັງທະລາຍ ຕ້ອງກໍ່ສ້າງໃໝ່ແມ່ນ 1.597 ຫຼັງ, ໄລ່ມາຮອດປັດຈຸບັນ ກໍ່ສ້າງສຳເລັດ 671 ຫຼັງ. ຈຳນວນເຮືອນຢູ່ເປເພ ຕ້ອງສ້ອມແປງແມ່ນ 34.759 ຫຼັງ, ໄລ່ຮອດປັດຈຸບັນ 99,99% ໄດ້ສ້ອມແປງຮຽບຮ້ອຍແລ້ວ. ເມື່ອກ່າວຄຳເຫັນນະທີ່ນີ້, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ຮຽກຮ້ອງໃຫ້ຫຼຸດຜ່ອນເວລາ, ສູ້ຊົນປະຕິບັດສຳເລັດການກໍ່ສ້າງເຮືອນຫຼັງໃໝ່ໃຫ້ສຳເລັດກ່ອນວັນທີ 15 ມັງກອນ 2026.

ລ້າຍຮວາ

TAG
VOV/VOVworld/ສ້າງ​ເຮືອນ​ຖືກ​ເປ​ເພ​ຍ້ອນ​ພາ​ຍຸ​ນ້ຳ​ຖ້ວມ/ສຳນັກງານລັດຖະບານ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ