logo

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິ​ງ​ຈິງ ເຂົ້າ​ຮ່ວມກອງ​ປະ​ຊຸມ​ຕຳຫຼວດ​ທົ່ວ​ປະ​ເທດ​ຄັ້ງ​ທີ 81

2025/12/15 | 11:53:29
(VOVWORLD) - ໃນພາລະກິດແຫ່ງການປົກປັກຮັກສາຄວາມໝັ້ນຄົງແຫ່ງຊາດ, ຮັບປະກັນຄວາມເປັນລະບຽບຮຽບຮ້ອຍ, ຄວາມປອດໄພໃນທົ່ວສັງຄົມ, ພະນັກງານ, ນັກຮົບຕຳຫຼວດ ມີຄວາມກ້າຫານຕໍ່ສູ້, ກຽມພ້ອມເສຍສະຫຼະເພື່ອຄວາມສະຫງົບ, ຄວາມຜາສຸກຂອງປະຊາຊົນ. 
ບັນຍາກາດຂອງກອງປະຊຸມ (ພາບ: VOV)

ຕອນເຊົ້າວັນທີ 15 ທັນວາ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເຂົ້າຮ່ວມກອງປະຊຸມຕຳຫຼວດທົ່ວປະເທດຄັ້ງທີ 81. ກອງປະຊຸມໄດ້ສະຫຼຸບຕີລາຄາສະພາບການ, ໝາກຜົນຂອງທຸກດ້ານໃນວຽກງານຕຳຫຼວດປີ 2025. ພ້ອມດຽວກັນນັ້ນ ສະຫຼຸບວຽກງານປ້ອງກັນ, ຕ້ານການສໍ້ລາດບັງຫຼວງ, ຄວາມຟຸມເຟືອຍ, ປະກົດການຫຍໍ້ທໍ້; ເຊື່ອມຊຶມຜັນຂະຫຍາຍສອງຂໍ້ກຳນົດໃໝ່ຂອງກົມການເມືອງ ກ່ຽວກັບວຽກງານສືບລາຊະການລັບ ແລະ ສະຫຼຸບຂະບວນການແຂ່ງຂັນ “ເພື່ອຄວາມໝັ້ນຄົງແຫ່ງຊາດ” ປີ 2025; ປຸກລະດົມຂະບວນການແຂ່ງຂັນ “ເພື່ອຄວາມໝັ້ນຄົງແຫ່ງຊາດ” ປີ 2026 ໃນກຳລັງຕຳຫຼວດປະຊາຊົນ.

        ໃນກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ຢັ້ງຢືນວ່າ ໃນພາລະກິດແຫ່ງການປົກປັກຮັກສາຄວາມໝັ້ນຄົງແຫ່ງຊາດ, ຮັບປະກັນຄວາມເປັນລະບຽບຮຽບຮ້ອຍ, ຄວາມປອດໄພໃນທົ່ວສັງຄົມ, ພະນັກງານ, ນັກຮົບຕຳຫຼວດ ມີຄວາມກ້າຫານຕໍ່ສູ້, ກຽມພ້ອມເສຍສະຫຼະເພື່ອຄວາມສະຫງົບ, ຄວາມຜາສຸກຂອງປະຊາຊົນ. ໃນໄລຍະຈະມາເຖິງ, ທ່ານນາຍົກລັດຖະມົນຕີ ສະເໜີໃຫ້ກຳລັງຕຳຫຼວດ ສຸມໃສ່ປົກປັກຮັກສາຄວາມສະຫງົບປອດໄພໃຫ້ແກ່ກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກ, ການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ XVI, ເລືອກຕັ້ງສະມາຊິກສະພາປະຊາຊົນອາຍຸການ 2026 – 2031. ພ້ອມດຽວກັນນັ້ນ ປະຕິບັດວຽກງານປົກປັກຮັກສາຄວາມໝັ້ນຄົງດ້ານການເມືອງພາຍໃນ; ປົກປັກຮັກສາແນວທາງ, ບຸກຄະລາກອນ ແລະ ຄວາມສະຫງົບ, ປອດໄພ.

ລ້າຍຮວາ

TAG
VOV/VOVworld/ກອງ​ປະ​ຊຸມ​ຕຳຫຼວດ​ທົ່ວ​ປະ​ເທດ​ຄັ້ງ​ທີ 81

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ