logo

ນາ​ຍົກ​ລັດ​ຖະ​ມົນ​ຕີ ສະ​ເໜີ JCCI ຊຸກ​ຍູ້​ການ​ຫັນ​ປ່ຽນ​ເຕັກ​ໂນ​ໂລ​ຢີ ແລະ ໜູນ​ຊ່ວຍ​ວິ​ສ​າ​ຫະ​ກິດ ຫວຽດ​ນາມ ຢ່າງ​ແຮງ

2026/2/9 | 11:56:39
(VOVWORLD) - JCCI ແລະ ຄະນະກຳມະການເສດຖະກິດຍີ່ປຸ່ນ - ແມ່ນ້ຳຂອງສືບຕໍ່ປະສານສົມທົບຢ່າງແໜ້ນແຟ້ນ ກັບບັນດາກະຊວງ, ຂະແໜງການທີ່ກ່ຽວຂ້ອງຂອງສອງປະເທດ ຊຸກຍູ້ການລົງທຶນ, ຍົກສູງຄຸນນະພາບການລົງທຶນ
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກ່າວຄຳເຫັນທີ່ການເຮັດວຽກ (ພາບ: VOV)

ຕອນບ່າຍວັນທີ 9 ກຸມພາ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ມີການເຮັດວຽກກັບການນຳບັນດາວິສາຫະກິດຂຶ້ນກັບຫ້ອງການການຄ້າ ແລະ ອຸດສາຫະກຳ ຍີ່ປຸ່ນ (JCCI) ໂດຍທ່ານ Keita Ishii ປະທານຄະນະກຳມະການເສດຖະກິດຍີ່ປຸ່ນ - ແມ່ນ້ຳຂອງ, ປະທານທັງເປັນ CEO ກຸ່ມບໍລິສັດ Itochu ເປັນຫົວໜ້າຄະນະ. ທ່ານນາຍົກລັດຖະມົນຕີ ຕີລາຄາສູງການຮ່ວມມື, ປະກອບສ່ວນອັນລ້ຳຄ່າຂອງ JCCI ກໍ່ຄືຄະນະກຳມະການເສດຖະກິດຍີ່ປຸ່ນ - ແມ່ນ້ຳຂອງ ໃນການຊຸກຍູ້ການພົວພັນລະຫວ່າງສອງປະເທດ, ເປັນຂົວເຊື່ອມຕໍ່ຊ່ວຍບັນດາວິສາຫະກິດ ຍີ່ປຸ່ນ ສືບຕໍ່ເປີດກວ້າງການລົງທຶນເຂົ້າຫວຽດນາມ. ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະເໜີ JCCI ແລະ ຄະນະກຳມະການເສດຖະກິດຍີ່ປຸ່ນ - ແມ່ນ້ຳຂອງສືບຕໍ່ປະສານສົມທົບຢ່າງແໜ້ນແຟ້ນ ກັບບັນດາກະຊວງ, ຂະແໜງການທີ່ກ່ຽວຂ້ອງຂອງສອງປະເທດ ຊຸກຍູ້ການລົງທຶນ, ຍົກສູງຄຸນນະພາບການລົງທຶນ, ພິເສດແມ່ນຊຸກຍູ້ຢ່າງແຮງການຖ່າຍທອດເຕັກໂນໂລຢີ ແລະ ໜູນຊ່ວຍວິສາຫະກິດ ຫວຽດນາມ ຍົກສູງຄວາມສາມາດແກ້ງແຍ້ງ ເຂົ້າຮ່ວມລະບົບມູນຄ່າຂອງບັນດາວິສາຫະກິດ, ກຸ່ມບໍລິສັດໃຫຍ່ຂອງ ຍີ່ປຸ່ນ ຢ່າງເລິກເຊິ່ງ.

TAG
VOV/VOVworld/ຫ​ວຽດ​ນາມ/ຍີ່​ປຸ່ນ/JCCI

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ