logo

ນາ​ຍົກ​ລັດ​ຖະ​ມົ​ນ​ຕີ ຮຽກ​ຮ້ອງ​ຕ້ອງ​ເປັນ​ເຈົ້າ​ການ, ມີ​ໄຫວ​ພິບ​ໃນ​ນະ​ໂຍ​ບາຍ​ເງິນ​ຕາ​ເພື່ອ​ຮັກ​ສາ​ເສດ​ຖະ​ກິດ​ມະ​ຫາ​ພາກໃຫ້​ໝັ້ນ​ທ່ຽງ

2025/12/30 | 08:56:00
(VOVWORLD) - ທ່ານນາຍົກລັດຖະມົນຕີ ສະເໜີບັນດາກະຊວງ, ຂະແໜງການທີ່ກ່ຽວຂ້ອງເສີມຂະຫຍາຍລັກສະນະເປັນເຈົ້ນການປະດິດຄິດສ້າງໃນການປະຕິບັດໜ້າທີ່, ປະກາດໃຊ້ບັນດາເອກະສານແນະນຳບັນດາກົດໝາຍ, ມະຕິຢ່າງຮີບດ່ວນເພື່ອດຶງດູດແຫຼ່ງກຳລັງ, ແກ້ໄຂສິ່ງທີ່ຍັງຕິດຂັດໃນລະບອບລະບຽບການ. 
ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ກ່າວຄຳເຫັນທີ່ວາລະປະຊຸມ (ພາບ: VOV)

ຕອນຄ່ຳວັນທີ 29 ທັນວາ, ຢູ່ສຳນັກງານລັດຖະບານ, ຮ່າໂນ້ຍ, ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ຫົວໜ້າຄະນະຊີ້ນຳຂອງລັດຖະບານກ່ຽວກັບການຄຸ້ມຄອງ, ບໍລິຫານເສດຖະກິດມະຫາພາກ, ເປັນເຈົ້າພາບວາລະປະຊຸມຄັ້ງທີ 1 ຂອງຄະນະຊີ້ນຳ. ກ່າວຄຳເຫັນທີ່ວາລະປະຊຸມ, ທ່ານນາຍົກລັດຖະມົນຕີ ສະເໜີບັນດາກະຊວງ, ຂະແໜງການທີ່ກ່ຽວຂ້ອງເສີມຂະຫຍາຍລັກສະນະເປັນເຈົ້າການປະດິດຄິດສ້າງໃນການປະຕິບັດໜ້າທີ່, ປະກາດໃຊ້ບັນດາເອກະສານແນະນຳບັນດາກົດໝາຍ, ມະຕິຢ່າງຮີບດ່ວນເພື່ອດຶງດູດແຫຼ່ງກຳລັງ, ແກ້ໄຂສິ່ງທີ່ຍັງຕິດຂັດໃນລະບອບລະບຽບການ. ທ່ານໃຫ້ຮູ້ວ່າ:

ນະໂຍບາຍເງິນຕາຕ້ອງເປັນເຈົ້າການ, ມີໄຫວພິບ, ເໝາະສົມ, ມີປະສິດທິຜົນ, ປະກອບສ່ວນຮັກສາເສດຖະກິດມະຫາພາກໃຫ້ໝັ້ນທ່ຽງ, ຄວບຄຸມໄພເງິນເຟີ. ກ່ຽວກັບສິນເຊື່ອ, ທະນາຄານແຫ່ງລັດ ຕ້ອງອີງຕາມສະພາບລະອຽດ, ເພີ່ມສິນເຊື່ອ, ອົງການຈັດຕັ້ງສິນເຊື່ອໃດດີແມ່ນໃຫ້ເຕີບໂຕ, ອົງການສິນເຊື່ອໃດຍັງບໍ່ທັນໄດ້ດີແມ່ນຕ້ອງຄວບຄຸມ.

TAG
VOV/VOVworld/ນາ​ຍົກ​ລັດ​ຖະ​ມົ​ນ​ຕີ/​ເປັນ​ເຈົ້າ​ການ/​ເສດ​ຖະ​ກິດ​ມະ​ຫາ​ພາກ/​ໝັ້ນ​ທ່ຽງ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ