logo

ນາ​ຍົກ​ລັດ​ຖະ​ມົນ​ຕີ ເຂົ້າ​ຮ່ວມ​ພິ​ທີ​ເລີ່ມ​ລົງ​ມື​ກໍ່​ສ້າງ 3 ໂຄງ​ການ​ລົງ​ທຶນ​ຮາກ​ຖານ​ວັດ​ຖຸ ໃຫ້​ແກ່​ບັນ​ດາ​ໂຮງ​ຮຽນ​ພິ​ເສດ

2026/1/11 | 11:31:00
(VOVWORLD) - ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຢັ້ງຢືນວ່າ ນີ້ແມ່ນເຫດການທີ່ມີຄວາມໝາຍສຳຄັນສະແດງໃຫ້ເຫັນວິໄສທັດຍຸດທະສາດ, ແງ່ຫວັງພັດທະນາມະນຸດ, ນ້ຳໃຈເຂິ່ງພັກ, ລັດ ແລະ ປະຊາຊົນສະຫງວນໃຫ້ແກ່ພໍ່ແມ່ປະຊາຊົນບັນດາເຜົ່າສ່ວນໜ້ອຍ ແລະ ເຂດພູສູງ.
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ກ່າວຄຳເຫັນທີ່ພິທີ (ພາບ: VOV)

   ຕອນບ່າຍວັນທີ 11 ມັງກອນ, ຢູ່ໄທງວຽນ ແຂວງເຂດພູສູງທາງທິດເໜືອ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເຂົ້າຮ່ວມພິທີເລີ່ມລົງມືກໍ່ສ້າງ 3 ໂຄງການລົງທຶນຮາກຖານວັດຖຸໃຫ້ແກ່ບັນດາໂຮງຮຽນພິເສດ: ໂຮງຮຽນມັດທະຍົມຕອນປາຍເຂດພູສູງ ຫວຽດບັກ, ໂຮງຮຽນກຽມມະຫາວິທະຍາໄລ ນະຄອນ ໂຮ່ຈີມິນ ແລະ ໂຮງຮຽນກຽມມະຫາວິທະຍາໄລ ຊົນເຜົ່າເຊິ່ມເຊີນ. ນີ້ແມ່ນບັນດາໂຄງການຂ່ຳນັບຮັບຕ້ອນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກ.

ກ່າວຄຳເຫັນທີ່ພິທີ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຢັ້ງຢືນວ່າ ນີ້ແມ່ນເຫດການທີ່ມີຄວາມໝາຍສຳຄັນສະແດງໃຫ້ເຫັນວິໄສທັດຍຸດທະສາດ, ແງ່ຫວັງພັດທະນາມະນຸດ, ນ້ຳໃຈເຂິ່ງພັກ, ລັດ ແລະ ປະຊາຊົນສະຫງວນໃຫ້ແກ່ພໍ່ແມ່ປະຊາຊົນບັນດາເຜົ່າສ່ວນໜ້ອຍ ແລະ ເຂດພູສູງ. ທ່ານໃຫ້ຮູ້ວ່າ

ການລົງທຶນກໍ່ສ້າງບັນດາໂຮງຮຽນເຂດພູສູງ, ຊົນເຜົ່າສ່ວນໜ້ອຍ ແມ່ນການລົງທຶນໃຫ້ແກ່ການພັດທະນາ, ການລົງທຶນໃຫ້ແກ່ນ້ຳໃຈຊົນຊາດ, ພໍ່ແມ່ພີ່ນ້ອງ. ການສຶກສາລູກຫຼາຍຊາວຊົນເຜົ່າສ່ວນໜ້ອຍຢູ່ແຫ່ງນີ້ບໍ່ພຽງແຕ່ແມ່ນການສອນຕົວໜັງສືເທົ່ານັ້ນ ຫາກຍັງແມ່ນຂໍ້ກຸນແຈ່ ເພື່ອເປີດອອກໂອກາດພັດທະນາ, ສ້າງການຫາເງິນລ້ຽງຊີບຍາວນານ, ປັບປຸງກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດ, ຮັກສາສະຖຽນລະພາບການເມືອງ ສັງຄົມ ແລະ ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ.

TAG
VOV/VOVworld/ເຂດ​ພູ​ສູງ/ໂຮງ​ຮຽນ/ຊົນ​ເຜົ່າ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ