logo

ນຳ AI ກາຍ​ເປັນ​ກຳ​ລັງ​ໜູນ​ພັດ​ທະ​ນາ​ຢ່າງ​ປອດ​ໄພ ແລະ ຍືນ​ຍົງ

2026/2/11 | 07:18:29
(VOVWORLD) - ການຮັບປະກັນຄວາມປອດໄພທາງໄຊເບີ ຍາມໃດກໍ່ແມ່ນບັນຫາໂດຍພັກ ແລະ ລັດ ຫວຽດນາມ ເອົາໃຈໃສ່, ຖືນີ້ແມ່ນປະຖົມປັດໄຈເພື່ອການພັດທະນາແບບຍືນຍົງ. ວັນອິນເຕີເນັດມີຄວາມປອດໄພກວ່າ (10 ກຸມພາ) ບໍ່ພຽງແຕ່ແມ່ນໂອກາດເພື່ອຍົກສູງຄວາມຮັບຮູ້ຂອງວົງຄະນະຍາດເທົ່ານັ້ນ ຫາກຍັງຢັ້ງຢືນວິທີການເຂົ້າເຖິງທີ່ສະເໝີຕົ້ນສະເໝີປາຍຂອງ ຫວຽດນາມໃນການພັດທະນາ ແລະ ໝູນໃຊ້ປັນຍາປະດິດ (AI) ຖືມະນຸດເປັນໃຈກາງ, ຮັບປະກັນຄວາມໂປງໃສ, ຄວາມຍຸຕິທຳ ແລະ ເຄົາລົບສິດສ່ວນຕົວ.

ພາບປະກອບ: VGP

AI ກາຍເປັນທ່າໄດ້ປຽບໃນການແກ້ງແຍ້ງຂອງແຕ່ລະປະເທດ. ຢູ່ ຫວຽດນາມ, ເຕັກໂນໂລຢີ, AI ພວມສວມບົດບາດສຳຄັນໃນທຸກດ້ານຂອງຊີວິດ, ບັນດາຂົງເຂດເສດຖະກິດ ຢ່າງແທ້ຈິງ, ແຕ່ຍັງບໍ່ສາມາດຕັດແຍກອອກຈາກຂອບເຂດນິຕິກຳ ແລະ ມາດຖານຄຸນສົມບັດໄດ້.

ຫວຽດນາມ: ປະເທດທີ່ເປັນແບບຢ່າງທີ່ດີໃນການໝູນໃຊ້ AI ເຂົ້າໃນພື້ນຖານເສດຖະກິດ

ຢູ່ຫວຽດນາມ, ບັນດາແຜນນະໂຍບາຍ, ນະໂຍບາຍໃຫຍ່ຂອງພັກ ແລະ ລັດ ກ່ຽວກັບການຫັນເປັນດີຈີຕອນ, ນະວັດຕະກຳ ໄດ້ຖື AI ເປັນທີ່ຕັ້ງໃຈກາງ, ແຊກຊືມເຂົ້າບັນດາຂົງເຂດຫຼັກແຫຼ່ງຂອງພື້ນຖານເສດຖະກິດເທື່ອລະກ້າວ, ຜ່ານນັ້ນ ກໍ່ຍົກສູງສະມັດຕະພາບ, ປະສິດທິຜົນໃນການຄຸ້ມຄອງ ແລະ ສ້າງກຳລັງໜູນເຕີບໂຕໃໝ່ໃຫ້ແກ່ການພັດທະນາແບບຍືນຍົງ.

ຕາມບົດລາຍງານສະບັບຫຼ້າສຸດກ່ຽວກັບເສດຖະກິດດີຈີຕອນ ຫວຽດນາມ ໂດຍ Google ປະສານງານກັບ Temasek ແລະ Bain & Company ປະກາດ, ປີ 2025, ຂອບຂະໜາດເສດຖະກິດດີຈີຕອນ ຫວຽດນາມ ບັນລຸປະມານ 39 ຕື້ USD, ເພີ່ມຂຶ້ນ 17% ເມື່ອທຽບໃສ່ກັບປີກ່ອນ ໂດຍແມ່ນອັດຕາຄວາມໄວໃນການເຕີບໂຕໄວທີ່ສຸດຢູ່ອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ).

ການຄ້າເອເລັກໂຕນິກ ຢືນຢູ່ອັນດັບທີ 2 ໃນພາກພື້ນ ອາຊຽນ ກ່ຽວກັບຂອບຂະໜາດ ແລະ ຄວາມໄວ. ການເງິນດີຈີຕອນ, ການຊອກຫາດີຈີຕອນ ກໍ່ພວມມີການພັດທະນາຢ່າງແຮງ, ປັດຈຸບັນ ຫວຽດນາມ ພວມນຳໜ້າ ອາຊຽນ ກ່ຽວກັບລະດັບຄວາມຕົກລົງເຫັນດີ ແລະ ຄວາມໝັ້ນໃຈໃນການນຳໃຊ້ AI. ຈາກການຄ້າເອເລັກໂຕນິກ ຈົນຮອດບັນດາການໝູນໃຊ້ AI ອື່ນໆ, ຫວຽດນາມ ພວມບືນຕົວຂຶ້ນກາຍເປັນປະເທດມະຫາອຳນາດດີຈີຕອນຢ່າງແທ້ຈິງ. ທ່ານ Mark Woo ຜູ້ອຳນວຍການຝ່າຍບໍລິຫານ Google ຫວຽດນາມ ຢັ້ງຢືນວ່າ:

ພວກຂ້າພະເຈົ້າມີວິວັດການ 10 ປີຜ່ານມາເພື່ອຄົ້ນຄ້ວາກ່ຽວກັບເສດຖະກິດດີຈີຕອນໃນພາກພື້ນ, ພິເສດແມ່ນຂ້າພະເຈົ້າເຫັນວ່າ ເສດຖະກິດດີຈີຕອນພວມມີການພັດທະນາຢ່າງແຮງຢູ່ ຫວຽດນາມ. ໃນອະນາຄົດ, ຮອດປີ 2030, ຂອບຂະໜາດເສດຖະກິດດີຈີຕອນ ຫວຽດນາມ ອາດສາມາດບັນລຸ 200 ຕື້ USD, ໝາຍຄວາມວ່າ ເກືອບ 50% GDP ປັດຈຸບັນຂອງ ຫວຽດນາມ. ສອງທ່າອ່ຽງພວມລະເບີດຂຶ້ນໃນຊຸມປີມໍ່ໆມານີ້ແມ່ນ ການຄ້າເອເລັກໂຕນິກ ພວມມີການພັດທະນາວ່ອງໄວ ແລະ ປະມານ 1/3 ປະຊາກອນ ຫວຽດນາມ ນຳໃຊ້ ກະເປົ໋າເງິນເອເລັກໂຕນິກ. ການໝູນໃຊ້ AI ຢູ່ ຫວຽດນາມ ມີຄວາມປະທັບໃຈຢ່າງແທ້ຈິງ.

ໃນຕົວຈິງ, AI ພວມມີໜ້າຢູ່ທຸກຂະແໜງເສດຖະກິດຈຸດສຸມຂອງ ຫວຽດນາມ. ບໍ່ພຽງແຕ່ຈຳກັດນຳໃຊ້ AI ໃນພາກພື້ນວິສາຫະກິດເທົ່ານັ້ນ,  AI ຍັງແມ່ນເຄື່ອງມືຍົກສູງປະສິດທິຜົນໃນການຄຸ້ມຄອງເສດຖະກິດ ແລະ ຄຸ້ມຄອງບໍລິຫານມະຫາພາກຢູ່ ຫວຽດນາມ ອີກດ້ວຍ. ເລື່ອງ ຫວຽດນາມ ຍູ້ແຮງການໝູນໃຊ້ AI ເຂົ້າການພັດທະນາເສດຖະກິດ ສະແດງໃຫ້ເຫັນຄວາມຕັດສິນໃຈຢ່າງຈະແຈ້ງໃນກໃນຍາດແຍ່ງໂອກາດຂອງຍຸກສະໄໝດີຈີຕອນ. ເຖິງຢ່າງໃດກໍຕາມ, ເພື່ອໃຫ້ AI ກາຍເປັນກຳລັງໜູນເຕີບໂຕໃໝ່, ຫວຽດນາມ ພວມມີການປັບປຸງລະບອບລະບຽບການຢ່າງບໍ່ຢຸດຢັ້ງ, ໃນນັ້ນເລື່ອງສ້າງ ກົດໝາຍວ່າດ້ວຍ AI ສະບັບທຳອິດ ແມ່ນບາດລ້ຽວສຳຄັນ. ທ່ານ ເຈິ່ນວັນເຊີນ, ຮອງຫົວໜ້າສະຖາບັນ ເຕັກໂນໂລຢີດີຈີຕອນ ແລະ ການຫັນເປັນດີຈີຕອນ ແຫ່ງຊາດ, ກະຊວງວິທະຍາສາດ ແລະ ເຕັກໂນໂລຢີ ຫວຽດນາມ ຖືວ່າ:

ການປະກາດໃຊ້ກົດໝາຍວ່າດ້ວຍ AI ຫວຽດນາມ ມຸ່ງໄປເຖິງເປົ້າໝາຍຄວບຄູ່ແມ່ນສ້າງດ້ານນິຕິກຳໃຫ້ສົມບູນແບບເພື່ອຄຸ້ມຄອງບັນດາສິ່ງທ້າທາຍໃໝ່, ຫັນປ່ຽນຈິນຕະນາການຈາກຢູ່ໃນທ່າຮັບມາເປັນສ້າງສັນ, ຜ່ານນັ້ນ ກົດໝາຍວ່າດ້ວຍການຫັນປ່ຽນນະໂຍບາຍຂອງພັກກ່ຽວກັບການກຳນົດ AI ກໍ່ໄດ້ກາຍເປັນກຳລັງໜູນການເຕີບໂຕເສດຖະກິດຫຼັກແຫຼ່ງໃຫ້ແກ່ປະເທດຊາດ. ກົດໝາຍວ່າດ້ວຍ AI ໄດ້ປະກາດໃຊ້ບໍ່ພຽງແຕ່ແມ່ນເຄື່ອງມືໃນການຄຸ້ມຄອງເທົ່ານັ້ນ ຫາກຍັງແມ່ນຄຳໝັ້ນສັນຍາຍຸດທະສາດຂອງ ຫວຽດນາມ ໃນການເປັນເຈົ້າຂອງເຕັກໂນໂລຢີ, ປົກປ້ອງມວນມະນຸດ ແລະ ສ້າງອະນາຄົດດີຈີຕອນຢ່າງເປັນເຈົ້າການ, ມີຄວາມປອດໄພ ແລະ ວັດທະນະທຳມະນຸດ.

ພັດທະນາ AI ຢ່າງປອດໄພ ແລະ ມີຄວາມຮັບຜິດຊອບ

ເພາະສະນັ້ນ, ຢູ່ ຫວຽດນາມ ເລື່ອງລາວບໍ່ພຽງແຕ່ຢູ່ວ່າ “ພັດທະນາ AI ຢ່າງວ່ອງໄວຮອດໃສ” ເທົ່ານັ້ນ ຫາກຍັງແມ່ນ “ການພັດທະນາ AI ຢ່າງປອດໄພ ແລະ ມີຄວາມຮັບຜິດຊອບຄືແນວໃດ ອີກດ້ວຍ. ຄວາມປອດໄພທາງໄຊເບີ ແມ່ນພື້ນຖານເພື່ອໃຫ້ AI ເສີມຂະຫຍາຍຄຸນຄ່າແບບຍືນຍົງ. ທ່ານ ເຈິ່ນມິງຕວັນ, ຫົວໜ້າກົມເສດຖະກິດ ແລະ ສັງຄົມດີຈີຕອນ, ກະຊວງວິທະຍາສາດ ແລະ ເຕັກໂນໂລຢີ ຫວຽດນາມ, ຢັ້ງຢືນວ່າ ເພື່ອໃຫ້ເສດຖະກິດດີຈີຕອນ ກາຍເປັນເສົາຄ້ຳພັດທະນານັ້ນ, ບັນຫາຄວາມລັບດ້ານຂໍ້ມູນ, ຄວາມປອດໄພທາງໄຊເບີ ຍາມໃດກໍ່ໄດ້ຈັດໃຫ້ຢູ່ແຖວໜ້າ:

ບໍ່ອາດຂາດຄວາມປອດໄພທາງດ້ານຂໍ້ມູນໄດ້, ປະຊາຊົນຕ້ອງໄດ້ຮັບປະກັນການປົກປ້ອງຢູ່ລະດັບພື້ນຖານ. ລະດັບພື້ນຖານນີ້ ເຂົ້າໃຈວ່າ ປະຊາຊົນສາມາດເຂົ້າບັນດາເວັບໄຊທາງອອນໄລທີ່ມີຄວາມປອດໄພ, ບໍ່ມີສາຍໂທຫາໂຄສະນາ ຫຼື ຂໍ້ຄວາມລົບກວນ, ບໍ່ມີການຕົວະສໍ້ໂກງ. ພວກເຮົາຕ້ອງຕິດຕັ້ງບັນດາຊອບແວຕ້ານການສໍ້ໂກງຢູ່ລະດັບພື້ນຖານ, ຕ້ອງຮັບປະກັນຄວາມປອດໄພດ້ານຂໍ້ມູນໃນບັນດາພື້ນຖານດີຈີຕອນແຫ່ງຊາດ ນັບແຕ່ຂັ້ນຕອນອອກແບບ, ໝາຍຄວາມວ່າ ເດັດດຽວມີພຽງແຕ່ນຳໃຊ້ບັນດາພື້ນຖານດີຈີຕອນຕອບສະໜອງເງື່ອນໄຂທາງດ້ານກົດໝາຍ ກ່ຽວກັບຄວາມປອດໄພທາງໄຊເບີ.

ຢູ່ຫວຽດນາມ, ການຍູ້ແຮງການໝູນໃຊ້ ແລະ ນຳ AI ກາຍເປັນກຳລັງໜູນພັດທະນາຢ່າງປອດໄພ ແມ່ນສອງວຽກງານທີ່ຕ້ອງປະຕິບັດພ້ອມກັນ, ບໍ່ອາດຕັດແຍກອອກຈາກກັນໄດ້. ເມື່ອຄວາມປອດໄພ ແລະ ສິດທິມະນຸດໄດ້ຖືເປັນໃຈກາງ, AI ຈະເສີມຂະຫຍາຍຄຸນຄ່າຢ່າງສົມບູນ, ປະກອບສ່ວນຢ່າງແທ້ຈິງເຂົ້າໃນການເຕີບໂຕເສດຖະກິດ, ຄວາມກ້າວໜ້າຂອງສັງຄົມ ແລະ ອະນາຄົດດີຈີຕອນແບບຍືນຍົງ.

TAG
VOV/VOVworld/AI/​ຄວາມ​ປອດ​ໄພ​ທາງ​ໄຊ​ເບີ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ