logo

ນຳ​ການ​ພົວ​ພັນ ຫວຽດ​ນາມ - ນິວ​ຊີ​ແລນ ໃຫ້​ແທດ​ຈິງ ແລະ ມີ​ປະ​ສິດ​ທິ​ຜົນ

2025/2/26 | 12:15:01

(VOVWORLD) - ໃນລະຫວ່າງວັນທີ 25 – 28 ກຸມພາ, ທ່ານນາຍົກລັດຖະມົນຕີ ນິວຊີແລນ Christopher Luxon ພວມມີການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການຕາມຄຳເຊື້ອເຊີນຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ແລະ ເຂົ້າຮ່ວມເວທີປາໄສອະນາຄົດ ອາຊຽນ ຄັ້ງທີ 2. ການຢ້ຽມຢາມໄດ້ດຳເນີນກົງກັບຈຸດເວລາ ສອງປະເທດສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ (19/06/1975-19/06/2025), ປະກອບສ່ວນນຳການພົວພັນສອງຝ່າຍ ຫວຽດນາມ - ນິວຊີແລນ ໃຫ້ແທດຈິງ, ມີປະສິດທິຜົນກ່ວາເກົ່າ.



ພາບປະກອບ: chinhphu.vn

ຫວຽດນາມ ແລະ ນິວຊີແລນສ້າງການພົວພັນທາງການທູດນັບແຕ່ວັນທີ 19 ມິຖຸນາ 1975. ນະໂຍບາຍສະເໝີຕົ້ນສະເໝີປາຍຂອງ ຫວຽນດາມ ແມ່ນຍາມໃດກໍ່ຖືເປັນສຳຄັນການພັດທະນາການພົວພັນກັບບັນດາຄູ່ຮ່ວມມືໃນພາກພື້ນ, ໃນນັ້ນມີ ນິວຊີແລນ. ໃນຂະນະນັ້ນ, ນິວຊີແລນຍາມໃດກໍ່ຢັ້ງຢືນຖືເປັນສຳຄັນການພົວພັນກັບ ຫວຽດນາມ, ຖືຫວຽດນາມແມ່ນປັດໄຈສຳຄັນໃນຍຸດທະສາດສຳລັບພາກພື້ນ ອາຊີ - ປາຊີຟິກ.

ການຮ່ວມມືສອງຝ່າຍມີຄວາມແໜ້ນແຟ້ນ

ເວລາຜ່ານມາ, ການພົວພັນລະຫວ່າງສອງປະເທດມີການພັດທະນາຢ່າງຕັ້ງໜ້າ ແລະ ມີປະສິດທິຜົນຢ່າງບໍ່ຢຸດຢັ້ງ ດ້ວຍການຮັກສາບັນດາການຢ້ຽມຢາມ, ການພົບປະຂັ້ນສູງ ແລະ ບັນດາກົນໄກຮ່ວມມືສອງຝ່າຍ. ກ່ຽວກັບການຄ້າ - ການລົງທຶນ, ປັດຈຸບັນ, ຫວຽດນາມແມ່ນຄູ່ຮ່ວມມືທາງການຄ້າໃຫຍ່ອັນດັບທີ 12 ຂອງນິວຊີແລັນ ດ້ວຍວົງເງິນການຄ້າສອງຝ່າຍໃນປີ 2023 ແລະ 2024 ລ້ວນແຕ່ບັນລຸ 1,3 ຕື້ USD. ນິວຊີແລນ ປັດຈຸບັນມີ 55 ໂຄງການລົງທຶນຢູ່ ຫວຽດນາມ ດ້ວຍຍອດເງິນລົງທຶນບັນລຸ 208 ລ້ານ USD, ສ່ວນຫຼາຍໃນບັນດາຂົງເຂດຄືການສຶກສາ ແລະ ບຳລຸງສ້າງ, ກະສິກຳ, ປ່າໄມ້ ແລະ ສິນໃນນ້ຳ, ກໍ່ສ້າງ… ໃນຂະນະນັ້ນ, ດ້ວຍຍອດເງິນລົງທຶນຈົດທະບຽນ 43,9 ລ້ານ USD, ບັນດາໂຄງການລົງທຶນຂອງ ຫວຽດນາມ ຢູ່ນິວຊີແລນໄດ້ສຸມໃສ່ເຂົ້າບັນດາຂົງເຂດອຸດສາຫະກຳປຸງແຕ່ງ, ປະດິດສ້າງ, ການບໍລິການພັກເຊົ່າ ແລະ ອາຫານການກິນ, ຄ້າຂາຍ, ຈຳໜ່າຍ, ສົ່ງອອກນຳເຂົ້າ ແລະ ກະສິກຳ.

ການຮ່ວມມືສອງຝ່າຍໃນຫຼາຍຂົງເຂດກໍ່ສືບຕໍ່ມີການພັດທະນາ, ບັນລຸໄດ້ຫຼາຍໝາກຜົນທີ່ເປັນໜ້າຊື່ນຊົມ. ຫວນຄືນໄລຍະທາງ 50 ປີ, ທ່ານນາງ Caroline Beresford ເອກອັກຄະລັດຖະທູດ ນິວຊີແລນ ປະຈຳ ຫວຽດນາມ ຖືວ່າ:

50 ປີຜ່ານມາ, ສອງປະເທດພ້ອມກັນຜ່ານຜ່າໄລຍະທາງທີ່ຍາວໄກ. ການພົວພັນສອງຝ່າຍມີການພັດທະນາເທື່ອລະກ້າວດ້ວຍຫຼາຍສິ່ງສະໜິດຕິດພັນໃໝ່. ມາຮອດປັດຈຸບັນ, ການສະໜິດຕິດພັນນັ້ນ ມີຄວາມໝັ້ນແກ່ນຫຼາຍກ່ວາເມື່ອທຽບໃສ່ກັບ 50 ປີກ່ອນນີ້. ໃນນັ້ນ, ການຮ່ວມມືສອງຝ່າຍໄດ້ປະຕິບັດໃນບັນດາຂົງເຂດຮ່ວມມືສຳຄັນຄື: ການເມືອງ, ເສດຖະກິດ, ກະສິກຳ, ພັດທະນາແບບຍືນຍົງ, ການປ່ຽນແປງຂອງດິນຟ້າອາກາດ, ການຄົ້ນຄ້ວາ, ການສຶກສາ…

ພິເສດ, ພາຍຫຼັງຜົນສຳເລັດຂອງການຢ້ຽມຢາມນິວຊິແລນຢ່າງເປັນທາງການຂອງທ່ານນາຍົກລັດຖະມົນຕີ ຟ້າມມິງຈິງເມື່ອເດືອນມີນາ 2024, ການພົວພັນສອງປະເທດສືບຕໍ່ພັດທະນາ ແລະ ສອງຝ່າຍພວມມານະພະຍາຍາມຊຸກຍູ້ນຳການພົວພັນນີ້ຂຶ້ນສູ່ລະດັບສູງໃໝ່.

ມີຫຼາຍໂອກາດຮ່ວມມືໃໝ່

ການຢ້ຽມຢາມຫວຽດນາມຢ່າງເປັນທາງການຂອງທ່ານນາຍົກລັດຖະມົນຕີ ນິວຊີແລນ Christoper Luxon ຄັ້ງນີ້ ແມ່ນການຢ້ຽມຢາມພິເສດໃນສະພາວະປີ 2025 ເປັນຂີດໝາຍການສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ນິວຊີແລນ, 5 ປີແຫ່ງວັນຜັນຂະຫຍາຍການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ນິວຊີແລນ. ດັ່ງນັ້ນ, ການຢ້ຽມຢາມໄດ້ຮັບຄວາມຫວັງວ່າຈະປະກອບສ່ວນປັບປຸງຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ເຮັດໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດເລິກເຊິ່ງກ່ວາອີກ, ນຳການພົວພັນສອງຝ່າຍ ຫວຽດນາມ - ນິວຊີແລນໃຫ້ແທດຈິງ, ມີປະສິດທິຜົນກ່ວາເກົ່າ.

ໂດຍຕິດຕາມທ່ານນາຍົກລັດຖະມົນຕີ Luxon ໃນການຢ້ຽມຢາມຄັ້ງນີ້ມີການນຳ ຂອງ 20 ວິສາຫະກິດໃຫຍ່ຂອງນິວຊີແລນ. ນີ້ແມ່ນໂອກາດເພື່ອໃຫ້ປະຊາຄົມວິສາຫະກິດສອງປະເທດເຊື່ອມຕໍ່, ສ້າງການພົວພັນຄູຮ່ວມມືໃໝ່. ມີຂໍ້ຕົກລົງຮ່ວມມືບາງສະບັບໃນບັນດາຂົງເຂດຄື: ການສຶກສາ, ບຳລຸງສ້າງ, ເສດຖະກິດການຄ້າ, ການບິນ, ການປົກປັກຮັກສາສິ່ງແວດລ້ອມ ແລະ ການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ຄາດວ່າຈະໄດ້ຮັບການລົງນາມໃນໂອກາດນີ້. ຕາມທ່ານນາງ Caroline Beresford ເອກອັກຄະລັດຖະທູດ ແລ້ວ, ນີ້ແມ່ນໂອກາດເພື່ອໃຫ້ສອງປະເທດສາມາດເປີດຫຼາຍການຮ່ວມມືລົງທຶນໃໝ່.

ການຢ້ຽມຢາມຂອງທ່ານນາຍົກລັດຖະມົນຕີ ພ້ອມກັບຄະນະຜູ້ແທນການຄ້າໃຫຍ່ບໍພຽງແຕ່ເພື່ອສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງສອງປະເທດ ເທົ່ານັ້ນ ຫາກຍັງເພື່ອປັບປຸງ ແລະ ເປີດກວ້າງ, ພັດທະນາການພົວພັນກັບຄູ່ຮ່ວມມືສຳຄັນຈຳນວນໜຶ່ງຂອງຫວຽດນາມ ອີກດ້ວຍ. ຖ້າຖືການພົວພັນຄືແຜ່ນແຜຜືນໜຶ່ງ, ໂຄງປະກອບຂອງການພົວພັນນັ້ນຄ້າຍຄືກັນກັບບັນດາເສັ້ນໄໝຖືກຕ່ຳເປັນແຜ່ນແພເພື່ອສ້າງຄວາມສະໜິດຕິດພັນ. ຕາມຄວາມໝາຍນັ້ນ, ການຢ້ຽມຢາມ ຫວຽດນາມ ຂອງທ່ານນາຍົກລັດຖະມົນຕີ Luxon ເພື່ອແນໃສ່ເພີ່ມທະວີ ແລະ ຮັດແໜ້ນສາຍພົວພັນລະຫວ່າງສອງປະເທດ, ພິເສດແມ່ນໃນສະພາບການໂລກພວມມີການຜັນແປຫຼາຍຢ່າງຍາກທີ່ຈະຄາດຄະເນລ່ວງໜ້າໄດ້ຄືໃນປັດຈຸບັນ.

ຈຸດພົ້ນເດັ່ນອື່ນໃນການຢ້ຽມຢາມຄັ້ງນີ້ແມ່ນທ່ານນາຍົກລັດຖະມົນຕີ Christopher Luxon ໄດ້ເຂົ້າຮ່ວມເວທີປາໄສອະນາຄົດ ອາຊຽນ (AFF) ຄັ້ງທີ 2 ໂດຍຫວຽດນາມ ຈັດຂຶ້ນ. ນີ້ແມ່ນການຢ້ຽມຢາມຫວຽດນາມ ຄັ້ງທຳອິດຂອງທ່ານນາຍົກລັດຖະມົນຕີ Christopher Luxon ນັບແຕ່ເວລາ ດຳລົງຕຳແໜ່ງ, ດ້ວຍບຸລິມະສິດດ້ານການຕ່າງປະເທດໃໝ່ແມ່ນເພີ່ມທະວີການພົວພັນກັບອາຊຽນ ແລະ ບັນດາປະເທດອາຊີຕາເວັນອອກສ່ຽງໃຕ້, ໃນນັ້ນມີຫວຽດນາມ ແມ່ນໜຶ່ງໃນບັນດາຄູ່ຮ່ວມມືສຳຄັນແຖວໜ້າ. ດັ່ງນັ້ນ, ການຢ້ຽມຢາມກໍ່ແມ່ນໂອກາດເພື່ອໃຫ້ການນຳຂັ້ນສູງສອງປະເທດແລກປ່ຽນບັນດາບັນຫາໃຫຍ່ຂອງໂລກ ແລະ ພາກພື້ນຢ່າງເລິກເຊິ່ງກ່ວາອີກ, ເສີມຂະຫຍາຍຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ຄວາມເຫັນດີເຫັນພ້ອມກ່ຽວກັບທັດສະນະ ແລະ ວິໄສທັດຂອງສອງປະເທດ.

ດ້ວຍຄວາມໝາຍນີ້, ການຢ້ຽມຢາມຫວຽດນາມຢ່າງເປັນທາງ ແລະ ເຂົ້າຮ່ວມເວທີປາໄສອະນາຄົດ ອາຊຽນ ຄັ້ງທີ 2 ຂອງທ່ານນາຍົກລັດຖະມົນຕີ ນິວຊີແລນ Christopher Luxon ຈະສືບຕໍ່ປະກອບສ່ວນປັບປຸງ ແລະ ເຮັດໃຫ້ຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງເລິກເຊິ່ງກ່ວາອີກ, ຊຸກຍູ້ການພົວພັນໃນຫຼາຍດ້ານ ແລະ ນຳການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານຫວຽດນາມ - ນິວຊີແລນໃຫ້ພັດທະນານັບມື້ນັບແທດຈິງ ແລະ ມີປະສິດທິຜົນ.

TAG
VOV/VOVworld/ຫວຽດ​ນາມ/ນິວ​ຊີ​ແລນ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ