logo

ນຳ​ມະ​ຕິ​ກາຍ​ເປັນ​ການ​ກະ​ທຳ: ບາ​ດ​ລ້ຽວ​ຍຸດ​ທະ​ສາດ​ໃຫ້​ແກ່​ໄລ​ຍະ “ບຸກ​ບືນ”

2026/1/31 | 07:53:42
(VOVWORLD) - ບົດຂຽນຕີລາຄາວ່າ ບັນດາປັດໄຈນີ້ສະແດງໃຫ້ເຫັນວ່າ ຫວຽດນາມ ພວມກ້າວເຂົ້າສູ່ວົງຈອນແຫ່ງການເຕີບໂຕໃໝ່, ເອົາໃຈໃສ່ເປັນພິເສດເຖິງຄຸນນະພາບ, ປະສິດທິຜົນ ແລະ ລັກສະນະຍືນຍົງແທນທີ່ພຽງແຕ່ມີການພັດທະນາຢ່າງວ່ອງໄວ.
ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ສະໄໝທີ XIV ເປີດຕົວຢູ່ກອງປະຊຸມໃຫຍ່ (ພາບ: VOV)

ຕາມບົດຂຽນໄດ້ເອົາລົງໃນເວັບໄຊຂອງໂຮງຮຽນນະໂຍບາຍສາທາລະນະ Lee Kuan Yew (ສິງກະໂປ), ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກກອມມູນິດ ຫວຽດນາມ ຜ່ານມາ ຫາກໍ່ສ້າງບາດລ້ຽວສຳຄັນໃນວົງໂຄຈອນພັດທະນາ ແລະ ກຳນົດທີ່ຕັ້ງ ຫວຽດນາມ ໃຫ້ແກ່ໄລຍະພັດທະນາໃໝ່ຮອດປີ 2030, ມຸ່ງໄປເຖິງເປົ້າໝາຍກາຍເປັນປະເທດມີລາຍຮັບສູງໃນປີ 2045, ເນື່ອງໃນໂອກາດສະເຫຼີມສະຫຼອງ 100 ປີແຫ່ງວັນປະກາດເອກະລາດ. ບົດຂຽນໄດ້ຊີ້ແຈ້ງວ່າ ກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກກອມມູນິດ ຫວຽດນາມ ສົ່ງ 3 ສານຫຼັກແຫຼ່ງ: ຮັບປະກັນການນຳພາທີ່ມີສະຖຽນລະພາບ ໄປຄຽງຄູ່ກັບການປ່ຽນແປງໃໝ່ທີ່ມີຄວາມຄວບຄຸມ, ກຳນົດຢ່າງຈະແຈ້ງບັນດາຮູບແບບພັດທະນາໃໝ່; ແລະ ຍົກສູງຄວາມຄາດຫວັງຕໍ່ຄວາມສາມາດປະຕິບັດ, ປະສິດທິຜົນໃນການຄຸ້ມຄອງບໍລິຫານລັດ ແລະ ການເຊື່ອມໂຍງເຂົ້າກັບສາກົນ. ບົດຂຽນຕີລາຄາວ່າ ບັນດາປັດໄຈນີ້ສະແດງໃຫ້ເຫັນວ່າ ຫວຽດນາມ ພວມກ້າວເຂົ້າສູ່ວົງຈອນແຫ່ງການເຕີບໂຕໃໝ່, ເອົາໃຈໃສ່ເປັນພິເສດເຖິງຄຸນນະພາບ, ປະສິດທິຜົນ ແລະ ລັກສະນະຍືນຍົງແທນທີ່ພຽງແຕ່ມີການພັດທະນາຢ່າງວ່ອງໄວ.

TAG
VOV/VOVworld/ກອງ​ປ​ະ​ຊຸມ​ໃຫຍ່​ຄັ້ງ​ທີ XIV/ຫວຽດ​ນາມ/ພັກ​ກອມ​ມູ​ນິດ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ