logo

ນຳໃຊ້ເຕັກໂນໂ​ລຊີຢູ່ບັນດາເຂດປູຊະນີຍະສະຖານປະຫວັດສາດຂອງນະຄອນຫຼວງ ຮ່າໂນ້ຍ

2023/4/15 | 05:52:00
(VOVWORLD) - ພຽງແຕ່ສະແກນ QR, ແຂກທ່ອງທ່ຽວຈະຊື້ປີ້ເຂົ້າປະຕູຢ່າງໄວ ແລະ ມີຂໍ້ມູນຢ່າງຄົບຖ້ວນ, ລະອຽດ ນັບທັງພາບຖ່າຍ ແລະ ຄຼິບກ່ຽວກັບບັນດາເຂດປູຊະນີຍະສະຖານປະຫວັດສາດຢູ່ນະຄອນຫຼວງ ຮ່າໂນ້ຍ.
ປະຈຸບັນ, ປະຊາຊົນສາມາດຊອກຮູ້ຂໍ້ມູນກ່ຽວກັບເຂດປູຊະນີຍະສະຖານເຂດພະລາຊະວັງ ທັງລອງ ໄດ້ງ່າຍດາຍ.
ພຽງແຕ່ນຳໃຊ້ໂທລະສັບມືຖື smartphone, ຫຼັງຈາກນັ້ນ ດາວໂຫຼດໂປຼແກຼມ ແລະ ສະແກນລະຫັດ QR, ແຂກທ່ອງທ່ຽວກໍ່ສາມາດຊື້ປີ້, ຮັບຟັງການແນະນຳ, ຄົ້ນຫາບັນດາຂໍ້ມູນທີ່ກ່ຽວຂ້ອງໄດ້ເລີຍ.
ລະຫັດ QR ສ້າງຄວາມສະດວກໃຫ້ແກ່ແຂກທ່ອງທ່ຽວຢູ່ພາຍໃນ ແລະ ຕ່າງປະເທດໃນການຊອກຮູ້ຂໍ້ມູນຢູ່ບັນດາເຂດປູຊະນີຍະສະຖານ.
ປ້າຍແນະນຳການໃຊ້ໂປຼແກຼມສະແກນ QR ໄດ້ຂຽນດ້ວຍພາສາຫວຽດ ແລະ ພາສາອັງກິດ ເຊິ່ງໄດ້ວາງໄວຢູ່ຂ້າງແບບຈຳລອງເຂດປູູຊະນີຍະສະຖານເຂດພະລາຊະວັງ ທັງລອງ.
ນັກທ່ອງທ່ຽວສາມາດນຳໃຊ້ບັນດາເຄື່ອງອຸປະກອນທັນສະໄໝຢູ່ທີ່ນີ້ເພື່ອຊອກຮູ້ ແລະ ຄົ້ນຫາກ່ຽວກັບ ເຂດພະລາຊະວັງ ທັງລອງ, ນະຄອນຫຼວງ ແລະ ບັນດາເຂດປູຊະນີຍະສະຖານປະຫວັດສາດທີ່ກ່ຽວຂ້ອງ.
ບັນດາລະຫັດ QR code ໄດ້ວາງໄວຢູ່ບັນດາຈຸດຕ່າງໆຂອງເຂດປູຊະນີຍະສະຖານ.
ຄະນະຊາວໜຸ່ມແນະນຳແຂກຢ້ຽມຊົມໄປທ່ຽວຜ່ານ tour ສະເໝືອນ virtual ຢູ່ເຂດພະລາຊະວັງ ທັງລອງ.
ຢູ່ບ້ານ ຮ່າງຈົງ, ສາລາບ້ານ ນາມເຮືອງ ກໍ່ແມ່ນໜຶ່ງໃນສະຖານທີ່ຫຼາຍແຫ່ງທີ່ໄດ້ຕິດລະຫັດ QR ເຊິ່ງໄດ້ສ້າງຄວາມສະດວກໃຫ້ແກ່ນັກທ່ອງທ່ຽວໃນການຊອກຮູ້ຂໍ້ມູນ.
ລະຫັດ QR ຢູ່ປະຕູສາລາບ້ານ - ຫໍ ຫວູແທັກ ຢູ່ຖະໜົນ ບ່າຈຽວ.
ພ້ອມກັບເລື່ອງຄົ້ນຫາ, ຢ້ຽມຊົມທາງອອນລາຍດ້ວຍລະຫັດ QR code ແລ້ວ, ຢູ່ບັນດາເຂດປູຊະນີຍະສະຖານປະຫວັດສາດທີ່ມີຊື່ສຽງກໍ່ລ້ວນແຕ່ຍົກລະດັບເຂດວາງສະແດງ ເພື່ອດຶງດູດແຂກທ່ອງທ່ຽວ.
ເລື່ອງພັດທະນາ, ນຳໃຊ້ເຕັກໂນໂລຊີທັນສະໄໝ ໄປພ້ອມກັບການອະນຸລັກຮັກສາ ແລະ ເສີມຂະຫຍາຍບັນດາຄຸນຄ່າທີ່ເຄີຍມີຢູ່ແລ້ວນັ້ນ ພວມນັບມື້ນັບດຶງດູດແຂກທ່ອງທ່ຽວຢູ່ພາຍໃນ ແລະ ຕ່າງປະເທດຫຼາຍກວ່າເກົ່າອີກ.
TAG

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ