logo

ນຳ​ ໝູ່​ກາງ​ຈາຍ ກາຍ​ເປັນ​ສະ​ຖານ​ທີ່​ທ່ອງ​ທ່ຽວ​ພົ້ນ​ເດັ່ນ​ຢູ່​ທາງ​ທິດ​​ຕາ​ເວັນ​ຕົກ​ພາກເໜືອຂອງ ຫວຽດ​ນາມ

2026/1/4 | 10:52:50
(VOVWORLD) -   Festival ແຄນມົ້ງ - ງານບຸນ ດອກຄາຍປ່າ ປີ 2026 ໄຂຂຶ້ນໃນຕອນຄ່ຳວັນທີ 3 ມັງກອນ, ຢູ່ຕາແສງ ໝູ່ກາງຈາຍ, ແຂວງ ລາວກາຍ ດ້ວຍຫຼາຍກິດຈະກຳທີ່ດູດດື່ມ, ດຶງດູດປະຊາຊົນ ແລະ ແຂກທ່ອງທ່ຽວເຂົ້າຮ່ວມເປັນຈຳນວນຫຼາຍ.
 Festival ແຄນມົ້ງ - ງານບຸນ ດອກຄາຍປ່າ ປີ 2026 ໄຂຂຶ້ນໃນຕອນຄ່ຳວັນທີ 3 ມັງກອນ, ຢູ່ຕາແສງ ໝູ່ກາງຈາຍ, ແຂວງ ລາວກາຍ (ພາບ: VOV5)

ນີ້ແມ່ນໂອກາດເພື່ອໃຫ້ ໝູ່ກາງຈາຍ ສືບຕໍ່ໂຄສະນາ, ແນະນຳຄວາມສາມາດບົ່ມຊ້ອນ, ທ່າແຮງ, ຄວາມງາມຂອງທິວທັດທຳມະຊາດ ແລະ ສີສັນວັດທະນະທຳທີ່ເປັນເອກະລັກຂອງເຂດດິນແດນແຫ່ງນີ້ເຖິງເພື່ອນມິດສາກົນ, ແຂກທ່ອງທ່ຽວພາຍໃນ ແລະ ນອກແຂວງ. ນີ້ແມ່ນພື້ນຖານສຳຄັນເພື່ອສ້າງບັນດາຜະລິດຕະພັນທ່ອງທ່ຽວທີ່ເປັນເອກະລັກ, ຍືນຍົງຂອງໝູ່ກາງຈາຍ ແລະ ບັນດາທ້ອງຖິ່ນໃກ້ຄຽງໃນໄລຍະໃໝ່. ທ່ານ ຫງວຽນເຖແອັງ, ແຂກທ່ອງທ່ຽວມາຈາກ ຮ່າໂນ້ຍ, ໃຫ້ຮູ້ວ່າ:

        “ຜ່ານວິທະຍຸ, ໜັງສືພິມ ຂ້າພະເຈົ້າຈຶ່ງຮູ້ວ່າ ງານບຸນດອກຄາຍປ່າພວມຈັດຂຶ້ນຢູ່ ໝູ່ກາງຈາຍ ແລະ ຂ້າພະເຈົ້າມານີ້ ເພື່ອຢ້ຽມຊົມ ແລະ ລົງຕົວຈິງ. ຂ້າພະເຈົ້າຮູ້ສຶກວ່າມີຄວາມເອກອ້າງທະນົງໃຈ ແລະ ຕື້ນຕັນໃຈທີ່ສຸດ  ເມື່ອເຫັນບັນດາງານບຸນວັດທະນະທຳທີ່ເປັນມູນເຊື້ອຂອງຊາດ ຍາມໃດກໍໄດ້ຮັບການອະນຸລັກຮັກສາ, ເສີມຂະຫຍາຍເພື່ອໃຫ້ແຂກທ່ອງທ່ຽວມາຢ້ຽມຊົມ ແລະ ລົງຕົວຈິງ. ແລະ ເມື່ອມານີ້, ພວກຂ້າພະເຈົ້າໄດ້ຮັບຊົມຄວາມງາມຂອງດອກຄາຍປ່າ ເຊິ່ງພວມເບັ່ງບານອວດສີສັນຢູ່ທົ່ວເຂດພາກເໜືອຕາເວັນຕົກຂອງ ຫວຽດນາມ”.

TAG
VOV/VOVworld/Festival ແຄນ​ມົ້ງ - ງານ​ບຸນ ດອກ​ຄາຍ​ປ່າ ປີ 2026/ໝູ່​ກາງ​ຈາຍ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ