logo

ບີ່ງເຢືອງ ຕັດສິນໃຈ ຫັນບັນດາເຂດອຸດສາຫະກຳເປັນສີຂຽວ

2024/11/16 | 09:00:00

(VOVWORLD) -ດ້ວຍການກຳນົດທິດພັດທະນາອຸດສາຫະກຳແບບຍືນຍົງ ຕິດພັນກັບຕົວເມືອງອັດສະລິຍະ, ປະຈຸບັນ ແຂວງ ບີ່ງເຢືອງ ພວມສ້າງບັນດາເຂດອຸດສາຫະກຳເປັນສີຂຽວ ເພື່ອແນໃສ່ດຶງດູດແຫລ່ງທຶນ “ປອດໃສ”, ເຕັກໂນໂລຊີທັນສະໄຫມ, ເປັນມິດກັບສິ່ງແວດລ້ອມ, ຍົກສູງມູນຄ່າເພີ່ມ ແລະ ກຳັງແກ້ງແຍ່ງ. ດ້ວຍການກຳນົດທິດຈາກແຂວງ, ບັນດາວິສາຫະກິດ ໄດ້ພວມຫັນປ່ຽນດ້ວຍຕົນເອງເພື່ອໃຫ້ເໝາະສົມກັບທ່າອ່ຽງລວມ.

ບີ່ງເຢືອງ ວາດເປົ້າໝາຍ ໃຫ້ກາຍເປັນເຂດຕົວເມືອງ,  ອຸດສາຫະກຳ,ການບໍລິການທັນສະໄຫມ,ມີລະດັບພາກພື້ນ ແລະ ສາກົນໃນປີ 2050. (ພາບ:Thiên Lý/VOV)

ປະຈຸບັນ ບີ່ງເຢືອງ ມີ 33 ເຂດອຸດສາຫະກຳ, ໃນນັ້ນ ມີ 28 ແຫ່ງໄດ້ນຳເຂົ້າເຄື່ອນໄຫວ ດ້ວຍຍອດເນື້ອທີ່ກວ່າ 11.960 ha, ອັດຕາສ່ວນນຳໃຊ້ແມ່ນກວ່າ 93%. ຕາມການວາງແຜນຜັງ ຮອດປີ 2030, ບີ່ງເຢືອງ ຈະພັດທະນາຕື່ມອີກ 10 ເຂດອຸດສາຫະກຳ ດ້ວຍເນື້ອທີ່ປະມານ 16.000 ha. ສຳລັບເຂດໃຫມ່, ບີ່ງເຢືອງ ໄດ້ຄົ້ນຄ້ວາພັດທະນາເຂດອຸດສາຫະກຳຊີວະພາບ, ດຶງດູດການລົງທຶນຢູ່ບັນດາຂົງເຂດຄື: ການຫັນເປັນອັດຕະໂນມັດ, ຂັ້ນຕອນອັດສະລິຍະ ແລະ ນຳໃຊ້ພະລັງງານສະອາດ, ພະລັງງານທົດແທນ, ຜະລິດຕະພັນມີມູນຄ່າສົ່ງອອກໃຫຍ່, ການຜະລິດ ຕິດພັນກັບການພັດທະນາການບໍລິການອຸດສາຫະກຳ. ທ່ານ ເຈືອງວັນຟອງ, ຮອງຫົວຫນ້າຄະນະຄຸ້ມຄອງບັນດາເຂດອຸດສາຫະກຳ ແຂວງ ບີ່ງເຢືອງ ໃຫ້ຮູ້ວ່າ:

 “ການກຳນົດທິດພັດທະນາໃນໄລຍະຈະມາເຖິງ ນັ້ນແມ່ນ ແຂວງ ຈະພັດທະນາບັນດາເຂດອຸດສາຫະກຳຕາມຮູບແບບເຂດອຸດສາຫະກຳຊີວະພາບ, ເຂດອຸດສາຫະກຳສີຂຽວ. ແຂວງ ຈະວາງແຜນຜັງເສັ້ນທາງອ້ອມຮອບເຂດອຸດສາຫະກຳຢູ່ທາງທິເຫນືອ ເພື່ອສຸມໃສ່ດຶງດູດບັນດາໂຄງການລົງທຶນ, ຈັດວາງການຍົກຍ້າຍບັນດາໂຄງການຕັ້ງຢູ່ໃນເຂຊຸມຊົນຢູ່ເຂດທາງທິດໃຕ້ມາຢູ່ເຂດທິເຫນືອ”.

          ເລື່ອງພັດທະນາເຂດອຸດສາຫະກຳຊີວະພາບ ແມ່ນທ່າອ່ຽງທົ່ວໂລກ ແລະ ແຂວງ ບີ່ງເຢືອງ ພວມຜັນຂະຫຍາຍ. ເຖິງຢ່າງໃດກໍຕາມ, ຄວາມຫຍຸ້ງຍາກທີ່ສຸດຂອງແຂວງ ນັ້ນແມ່ນຕ້ອງຫັນປ່ຽນບັນດາເຂດອຸດສາຫະກຳແບບເກົ່າມາເປັນທັນສະໄຫມ. ທ່ານ ມາຍຮຸ່ງຢູ໋ງ, ຮອງປະທານຄະນະກຳມະການປະຊາຊົນ ແຂວງ ບີ່ງເຢືອງ ໃຫ້ຮູ້ວ່າ: ແຂວງ ຈະມີບັນດານະໂຍບາຍຫນູນຊ່ວຍໃຫ້ເຈົ້າຂອງການລົງທຶນຕາມການກຳນົດ.

 “ແຂວງ ຈະລົງທຶນບັນດາເສັ້ນທາງຕົ້ນຕໍເຂົ້າບັນດາເຂດອຸດສາຫະກຳ ເພື່ອເຊື່ອມຕໍ່, ຄຸ້ມຄອງຄວາມເປັນລະບຽບຮຽບຮ້ອຍ ທັງນູນຊ່ວຍໃຫ້ວິສາຫະກິດສ່ວນໃດນຶ່ງໃນໄລຍະຈະມາເຖິງ ເພື່ອໃຫ້ທັງຫັນເປັນສີຂຽວ, ຫັນເປັນສະອາດ, ຫັນເປັນອັດສະລິຍະ, ຊີວະພາບ”.         

ປະຈຸບັນ ບັນດາວິສາຫະກິດຢູ່ໃນແຂວງ ໄດ້ ແລະ ພວມຫັນປ່ຽນໄປຍັງທ່າອ່ຽງພັດທະນາສີຂຽວ. ຫນຶ່ງໃນຈຳນວນບັນດາວິສາຫະກິດພົ້ນເດັ່ນ, ນຳຫນ້າໃນການເຄື່ອນໄຫວດັ່ງກ່າວ ນັ້ນແມ່ນ ໂຮງງານຂອງກຸ່ມບໍລິສັດ LEGO ຂອງ ແດນມາກ ຕັ້ງຢູ່ເຂດອຸດສາຫະກຳ ຫວຽດນາມ - ສິງກະໂປ 3 (VSIP 3). ກຸ່ມບໍລິສັດ LEGO ໄດ້ວາງອອກເປົ້າໝາຍ ຫລຸດຜ່ອນການກະທົບຕໍ່ສິ່ງແວດລ້ອມ, ສະນັ້ນ ພຽງໃນ 1 ປີ ນັບແຕ່ເມື່ອເລີ່ມລົງມືກໍ່ສ້າງ, LEGO ໄດ້ປູກຕົ້ນໄມ້ສຳເລັດ 50.000 ຕົ້ນ ຢູ່ ບໍລິເວນໂຮງງານ. ທ່ານ Preben Elnef, ຮອງປະທານກຸ່ມບໍລິສັດ LEGO ທັງເປັນຜູ້ອຳນວຍການໃຫຍ່ LEGO Manufacturing Vietnam ໃຫ້ຮູ້ວ່າ:

 “ນີ້ເປັນຄັ້ງທຳອິດທີ່ພວກຂ້າພະເຈົ້າທົດລອງມາດຕະການສ້າງແຫລ່ງພະລັງງານເພື່ນຳໃຊ້ໃນໂຮງງານ. ພວກຂ້າພະເຈົ້າເລືອກເຟັ້ນມາດຕະການພະລັງງານແສງຕາເວັນ. ຢູ່ຂ້າງໂຮງງານ ກໍ່ຈັດສັນເນື້ອທີ່ດິນກວ້າງໃຫຍ່ເປັນເຂດຕັ້ງຖ່ານພະລັງງານເພື່ອສ້າງພະລັງງານໃຫ້ແກ່ພວກຂ້າພະເຈົ້າ. ສະນັ້ນ ແຫລ່ງພະລັງງານຕົ້ນຕໍຂອງພວກຂ້າພະເຈົ້າຈະໄດ້ນຳໃຊ້ຈາກພະລັງງານແສງຕາເວັນ”.

          ການຫັນມາຜະລິດແບບສີຂຽວກໍ່ຊ່ວຍໃຫ້ວິສາຫະກິດເພີ່ມທີ່ຕັ້ງໃນການແກ້ງແຍ່ງ, ເຖິງຢ່າງໃດກໍຕາມ ການຫັນປ່ຽນການຜະລິດແບບສີຂຽວ ແລະ ຍືນຍົງກໍ່ຍັງປະສົບກັບຄວາມຫຍຸ້ງຍາກດ້ານລະບຽບການ, ສະນັ້ນ ວິສາຫະກິດ ສະເຫນີຕ້ອງມີບັນດາກົນໄກ, ນະໂຍບາຍ, ໂຄງການຫນູນຊ່ວຍທີ່ເໝາະສົມ, ກອບນິຕິກຳທີ່ສະດວກ. ທ່ານ ຫງວຽນວັນເລິ້ຍ, ເລຂາຄະນະພັກແຂວງ ບີ່ງເຢືອງ ໃຫ້ຮູ້ວ່າ:

“ຄະນະພັກແຂວງ, ຄະນະກຳມະການປະຊາຊົນແຂວງ ຈະຍາດເວລາເປັນສ່ວນໃຫຍ່ເພື່ອເຮັດວຽກກັບປະຊາຄົມວິສາຫະກິດ ເພື່ອຊອກຮູ້ວິສາຫະກິດຍັງປະສົບກັບຄວາມຍຸ້ງຍາກແນວໃດ, ມີຂໍ້ສະເຫນີໃດແດ່, ຂໍ້ຕິດຂັດໃດເພື່ອແກ້ໄຂ. ຖ້າຫາກຢູ່ເໜືອສິດອຳນາດກໍ່ຈະລາຍງານຕໍ່ສູນກາງ. ດ້ວຍວິທີເຮັດແບບນີ້, ພວກຂ້າພະເຈົ້າພ້ອມກັນເຮັດ, ຮ່ວມເດີນທາງນຳກັນເພື່ອບັນລຸຜົນສຳເລັດ ແລະ ພັດທະນາ”.

ທ່ານ ມາຍຮຸ່ງຢູ໋ງ, ຮອງປະທານ ຄະນະກຳມະການປະຊາຊົນ ແຂວງ ບີ່ງເຢືອງ. (ພາບ:binhduong.gov.vn)

          ຮູບພາບແຂວງ ບີ່ງເຢືອງ ຂະຫຍັນຂັນເຄື່ອນ ຕັດສິນໃຈຫັນບັນດາເຂດອຸດສາຫະກຳເປັນສີຂຽວ ໄດ້ ແລະ ພວມດຶງດູດບັນດານັກລົງທຶນຢູ່ພາຍໃນ ແລະ ຕ່າງປະເທດ, ນຳແຂວງ ບີ່ງເຢືອງ ກາຍເປັນຫນຶ່ງໃນບັນດາແຂວງອຸດສາຫະກຳຈຸດສຸມຢູ່ ຫວຽດນາມ. ນີ້ຈະແມ່ນແຫລ່ງກຳລັງເພື່ອໃຫ້ແຂວງ ບີ່ງເຢືອງ ຍູ້ແຮງການພັດທະນາເສດຖະກິດ ສັງຄົມ ໃຫ້ນັບມື້ນັບຍືນຍົງກວ່າ, ຫັນຄວາມຄາດຫວັງກໍ່ສ້າງແຂວງ ບີ່ງເຢືອງ ພັດທະນາ ແລະ ຈະເລີນຮຸ່ງເຮືອງໃຫ້ປະກົດຜົນເປັນຈິງ.

TAG
VOV/VOVworld/ເຂດ​ອຸດ​ສາ​ຫະ​ກຳ/ກອບ​ນິ​ຕິ​ກຳ/​ການ​ກະ​ທົບ​ຕໍ່​ສິ່ງ​ແວດ​ລ້ອມ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ