logo

ບັນຍາກາດຕ້ອນຮັບວັນບຸນຄຼິດສະມາດກ່ອນຮອດ ເທດສະການມີຢູ່ທົ່ວ ຮ່າໂນ້ຍ

2023/12/16 | 05:06:00
(VOVWORLD) - ຍັງອີກ 1 ອາທິດຈຶ່ງຈະຮອດວັນບຸນຄຼິດສະມາດ, ແຕ່ຖະໜົນສາຍຕ່າງໆຢູ່ ຮ່າໂນ້ຍ ໄດ້ປະດັບປະດາຢ່າງສວຍງາມ ແລະ ສີສັນລະຍິບລະຍັບທີ່ຫຼາກຫຼາຍແລ້ວ.
ແຕ່ຕົ້ນເດືອນ ທັນວາ, ອາກາດຢູ່ ຮ່າໂນ້ຍ ເລີ່ມໜາວແລ້ວ. ແລະກໍ່ໃນຈຸດເວລານີ້, ຢູ່ບັນດາສູນການຄ້າ, ຖະໜົນສາຍຕ່າງໆເລີ່ມປະດັບປະດາວັນບຸນຄຼິດສະມາດ ແລະ ຕ້ອນຮັບປີໃໝ່ສາກົນຢ່າງຄຶກຄື້ນ.
ບັນດາໂບດໃຫຍ່, ຄື: ເກືອບັກ, ຮ່າມລອງ… ກໍ່ເລີ່ມປະດັບປະດາຕ້ອນຮັບວັນບຸນຄຼິດສະມາດ.
ຢູ່ຕໍ່ໜ້າໂບດໃຫຍ່ ຮ່າໂນ້ຍ ໄດ້ຮັບການປະດັບປະດາດ້ວຍຕົ້ນແປກ, ຖ້ຳຫີນ ແລະ ດາວຄຼິດສະມາດ.
ບັນດາຮ້ານອາຫານໄດ້ຮັບການປະດັບປະດາດ້ວຍສີສັນທີ່ຫຼາກຫຼາຍຂອງບຸນຄຼິດສະມາດ.
ຫຼັງຈາກບຸນ ຮາໂລວິນ, ຜູ້ຂາຍເຄື່ອງຢູຸຸ່ຖະໜົນ ຮ່າງມ໊າ ໄດ້ຟ້າວຟັ່ງກະກຽມ, ວາງຂາຍບັນດາສິນຄ້າຮັບໃຊ້ວັນບຸນຄຼິດສະມາດ.
ບັນດາເຄື່ອງປະດັບປະດາດ້ວຍຫຼາຍຮູບຫຼາຍແບບ, ງາມຕາ, ເໝາະກັບຄວາມຕ້ອງການຂອງຜູ້ບໍລິໂພກ.
ບັນຍາກາດ “ຜູ້ຂາຍ - ຜູ້ຊື້” ທີ່ຄຶກຄັກຢູ່ຖະໜົນ ຮ່າງມ໊າ.
ພວກເພື່ອນໜຸ່ມພາກັບມາຖະໜົນ ຮ່າງມ໊າ ເພື່ອຖ່າຍຮູບ.
“ຊານຕາຄອດ” ພວມເລືອກເອົາຂອງຂວັນສຳລັບວັນບຸນຄຼິດສະມາດ.
ບັນດາ “ກວາງສົ່ງເຄື່ອງເຕັກໂນໂລຊີ” ຢູ່ຖະໜົນສາຍຕ່າງໆ.
ນີ້ກໍ່ແມ່ນໂອກາດທີ່ດີເພື່ອໃຫ້ແຂກທ່ອງທ່ຽວຕ່າງປະເທດໄດ້ມີບັນຍາກາດສຳລັບການຜັກຜ່ອນລະດູໜາວຢູ່ ຮ່າໂນ້ຍ.
TAG

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ