logo

ບັນຍາກາດທີ່ເຕັມໄປດ້ວຍສີສັນວັດທະນະທຳໃນງານຕະຫຼາດນັດລະດູໃບໄມ້ຫຼົ່ນປີ 2025

2025/11/2 | 15:43:13

(VOVWORLD) -  ລະດູໃບໄມ້ຫຼົ່ນ ຮ່າໂນ້ຍ ບໍ່ພຽງແຕ່ແມ່ນແຫຼ່ງບັນດານໃຈໃຫ້ແກ່ນັກປະພັນວັນນະຄະດີເທົ່ານັ້ນ ຫາກຍັງແມ່ນຈຸດນັດພົບແຫ່ງວັດທະນະທຳທີ່ເຕັມໄປດ້ວຍພະລັງຊີວິດ. ງານຕະຫຼາດນັດລະດູໃບໄມ້ຫຼົ່ນປີ 2025 ໄດ້ດຳເນີນຢູ່ສູນວາງສະແດງແຫ່ງຊາດ ຫວຽດນາມ (ດົງແອັງ - ຮ່າໂນ້ຍ), ນຳມາເຊິ່ງພາບທີ່ມີຊີວິດຊີວາກ່ຽວກັບການແລກປ່ຽນວັດທະນະທຳລະຫວ່າງບັນດາເຂດພາກຂອງ ຫວຽດນາມ.

ງານຕະຫຼາດນັດລະດູໃບໄມ້ຫຼົ່ນ ຄັ້ງທີ 1 – 2025 ພວມດໍາເນີນຢູ່ສູນວາງສະແດງ ຫວຽດນາມ (ດົງແອັງ - ຮ່າໂນ້ຍ) ແມ່ນເຫດການການຄ້າ - ວັດທະນະທຳໃຫຍ່ທີ່ສຸດໃນປີ, ເຕົ້າໂຮມ 34 ແຂວງ, ນະຄອນ ພ້ອມດ້ວຍວິສາຫະກິດກວ່າ 2.500 ແຫ່ງທັງຢູ່ພາຍໃນ ແລະ ຕ່າງປະເທດ. ດ້ວຍຂອບຂະໜາດກວ່າ 130.000 ຕາແມັດ, ງານຕະຫຼາດນັດໄດ້ຮັບຂະໜານນາມວ່າ “ມະຫາຕະຫຼາດນັດແຫ່ງຊາດ”, ບ່ອນໂຄສະນາສິ່ງຍອດຍິ່ງຂອງຜະລິດຕະພັນ, ວັດທະນະທຳຂອງບັນດາເຂດພາກໃນທົ່ວປະເທດ. ພາບ: VTC News
ຢູ່ສູນວາງສະແດງ, ເຂດ “ສິ່ງຍອດຍິ່ງຂອງລະດູໃບໄມ້ຫຼົ່ນ ຮ່າໂນ້ຍ” ໄດ້ວາດພາບຄືນຄວາມງາມແບບລຽບງ່າຍ, ຄຶກຂຶມຂອງນະຄອນຫຼວງ. ທາງເຂົ້າເຂດວາງສະແດງໄດ້ຮັບການຈັດປະດັບຕາມແບບຂອງລະດູໃບໄມ້ຫຼົ່ນ ຮ່າໂນ້ຍ. ພາບ: VTC News
ແຂກທ່ອງທ່ຽວໄດ້ສຳຜັດຕົວຈິງກັບເຂດວັດທະນະທຳສິລະປະ. ຢູ່ທີ່ນີ້, ແຂກທ່ອງທ່ຽວສາມາດຈັບບາຍວັດຖຸພັນ, ລອງຫຼີ້ນເຄື່ອງດົນຕີພື້ນເມືອງ, ລອງນຸ່ງຊຸດອາພອນ.... ພາບ: VTC News
ນີ້ແມ່ນໜຶ່ງໃນບັນດາເຂດວາງສະແດງທີ່ໄດ້ຮັບການກະກຽມຢ່າງພິຖີພິຖັນທີ່ສຸດ, ດ້ວຍການເຕົ້າໂຮມເອົາຜະລິດຕະພັນດີເດັ່ນ 300 ກວ່າຢ່າງຂອງນະຄອນຫຼວງ. ພາບ: VTC News
ສຽງຄ້ອນຕີ, ສຽງມີດ, ສຽງມີດຕັດຂອງບັນດານັກສິລະປະການດັງຂຶ້ນພ້ອມກັບສຽງເພງຂອງເທດສະການ, ເຮັດໃຫ້ບັນຍາກາດຢູ່ງານຕະຫຼາດເໝືອດັ່ງ “ຖະໜົນອາຊີບພື້ນເມືອງ” ທີ່ມີຊີວິດຊີວາໃນທ່າມກາງງານການຄ້າໃຫຍ່ທີ່ສຸດໃນປີ. ພາບ: VTC News
ທ່າມກາງຮ້ານວາງສະແດງສິນຄ້າທີ່ທັນສະໄໝນັບພັນຮ້ານ, ເຂດວາງສະແດງຂອງບັນດາແຂວງພູສູງທາງທິດເໜືອຄື ເຊີນລາ, ກາວບັງ, ລາຍເຈົາ ຫຼື ລາວກາຍ ກໍດຶງດູດແຂກທ່ອງທ່ຽວເປັນຈຳນວນຫຼວງຫຼາຍ. ພາບ: VTC News
ພາບ: VTC News
ບໍ່ພຽງແຕ່ນຳເອົາບັນດາຜະລິດຕະພັນທີ່ເປັນເອກະລັກພິເສດມາເທົ່ານັ້ນ, ບັນດາທ້ອງຖິ່ນຍັງວາດພາບຄືນເຂດວັດທະນະທຳທີ່ເປັນເອກະລັກສະເພາະ, ເຮັດໃຫ້ຜູ້ຊົມມີການສຳຜັດຕົວຈິງຢ່າງມີຊີວິດຊີວາ.
ພາບ: VTC News
ຮ້ານວາງສະແດງສິນຄ້າແຂວງ ເຊີນລາ ພາບ: VTC News
ຮ້ານວາງສະແດງສິນຄ້າແຂວງ ກາວບັງ ພາບ: VTC News
ຄາດວ່າ ງານຕະຫຼາດນັດຈະເປີດຕ້ອນຮັບແຂກເຂົ້າຢ້ຽມຊົມຮອດວັນທີ 4 ພະຈິກ ຈຶ່ງຈະອັດລົງ.

TAG
VOV/VOVworld/ມະຫາຕະຫຼາດນັດແຫ່ງຊາດ/ງານ​ຕະຫຼາດ​ນັດລະດູໃບໄມ້ຫຼົ່ນ ຮ່າໂນ້ຍ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ