logo

ບັນຍາກາດບຸນເຕັດຄຶກຄື້ນມ່ວນຊື່ນໃນທົ່ວຫວຽດນາມ

2026/2/8 | 15:27:49
(VOVWORLD) -  ໃນຊຸມວັນໃກ້ຈະຮອດບຸນປີໃໝ່ປະຈຳຊາດ (ບຸນເຕັດ) ປີມະເມຍ 2026, ທົ່ວປະເທດ ຫວຽດນາມ ຄືໄດ້ປົກຄຸມໄປດ້ວຍສີສັນທີ່ຟົດຟື້ນຂອງລະດູບານໃໝ່. ຈາກເຂດຕົວເມືອງໄປຮອດເຂດຊົນນະບົດ, ລະດູບານໃໝ່ໄດ້ໄປຍັງທຸກແຫ່ງຫົນ ແລະ ປະກົດໃນໃບໜ້າທີ່ໃສແຈ້ງເຕັມໄປດ້ວຍຄວາມຫວັງ.
ພາບ: VOV
ນະຄອນຫຼວງ ຮ່າໂນ້ຍ ສີສັນຟົດຟື້ນໄປດ້ວຍທຸງປະດັບ, ປົກຄຸມໄປດ້ວຍໃບໜ້າທີ່ສະຫງ່າຜ່າເຜີຍ, ກຽມພ້ອມຕ້ອນຮັບກາລະໂອກາດໃໝ່ຂອງປີມະເມຍ (ພາບ: VOV)
ຮູບປັ້ນໂຕມ້າມົງຄຸນຢູ່ຫໍວັດທະນະທຳຊາວໜຸ່ມ (ນະຄອນໂຮ່ຈີມິນ) - ສັນຍາລັກໃຫ້ແກ່ກຳລັງແຮງ ແລະ ຄວາມບຸກທະລຸ. (ພາບ: VOV)
ໃນຊຸມວັນໃກ້ຈະຮອດບຸນເຕັດປີມະເມຍ 2026, ບັນດາໝູ່ບ້ານດອກໄມ້ໃນທົ່ວທຸກແຂວງ, ນະຄອນ ປະກົດຂຶ້ນເໝືອນດັ່ງພາບແຕ້ມທີ່ຫຼາກຫຼາຍສີສັນ (ພາບ: VOV)
ຮູບປັ້ນໂຕມ້າມົງຄຸນຢູ່ຫໍວັດທະນະທຳຊາວໜຸ່ມ (ນະຄອນໂຮ່ຈີມິນ) - ສັນຍາລັກໃຫ້ແກ່ກຳລັງແຮງ ແລະ ຄວາມບຸກທະລຸ.
ຊາວກະສິກອນຂະຫຍັນພຽນບົວລະບັດແຕ່ລະກິ່ງຫງ່າດອກໄມ້ ດ້ວຍຄວາມຫວັງລະດູການຜະລິດຈະໄດ້ຮັບຜົນດີ. (ພາບ: VOV)
ປະຊາຊົນໄປແວ່ຢາມຕະຫຼາດດອກໄມ້ລະດູບານໃໝ່ໃນຊຸມວັນໃກ້ຈະຮອດບຸນເຕັດຢ່າງຄັບຄາໜາແໜ້ນ. (ພາບ: VOV)
ລົດບັນດາຖ້ຽວບັນຈຸໄປດ້ວຍສີສັນລະດູບານໃໝ່, ນຳເອົາກິ່ນອາຍສີສັນບຸນເຕັດໄປຍັງແຕ່ລະແຈມູມຂອງຖະໜົນຫົນທາງ. (ພາບ: VOV)
ຈາກດິນຕໍ່ແຜ່ນຈົນຮອດເຂດໝູ່ເກາະທີ່ຫ່າງໄກ, ບັນດານັກຮົບໜຸ່ມໄດເອົາລະດູບານໃໝ່ ແລະ ນ້ຳໃຈຄວາມຮັກແພງໃນບັນຍາກາດຟົດຟື້ນມ່ວນຊື່ນໃນຊຸມວັນທ້າຍປີໄປນຳ.
ບັນດາຂອງຂວັນທີ່ເຂັ້ມຂຸ້ນໄປດ້ວຍນ້ຳໃຈຄວາມຮັກແພງຂອງເຂດດິນຕໍ່ແຜ່ນໄດ້ມອບໃຫ້ເຖິງມືທະຫານ ແລະ ປະຊາຊົນເຂດພິເສດ ແບັກລອງຫວີ ແລະ ກາດຫາຍ (ນະຄອນ ຫ໋າຍຝ່ອງ).
ຫ້ອງຕ້ອນຮັບລະດູບານໃໝ່ຂອງພະນັກງານ, ນັກຮົບປ້ອມ radar 495 ຢູ່ໝູ່ເກາະ ກາດ ເຕັມໄປດ້ວຍບັນຍາກາດບຸນເຕັດ.
ໃນໂອກາດນີ້ ໄດ້ດຳເນີນຫຼາຍກິດຈະກຳທຳການກຸສົນ ໂດຍນຳບຸນເຕັດທີ່ພຽບພ້ອມຄົບຖ້ວນມາໃຫ້ພໍ່ແມ່ປະຊາຊົນບັນດາເຜົ່າສ່ວນໜ້ອຍ ຢູ່ເຂດຊາຍແດນ.  (ພາບ: VOV)
ລາຍການ “ລະດູບານໃໝ່ເຂດຊາຍແດນ - ນຳຄວາມອຸ່ນໃຈມາໃຫ້ພໍ່ແມ່ປະຊາຊົນໃນບ້ານ” ຢູ່ຕາແສງເຂດພູສູງຊາຍແດນ, ເຊີນເລິມ, ແຂວງ ເງະອານ.  (ພາບ: VOV)
ບຸນເຕັດໃກ້ຈະວຽນມາຮອດແລ້ວ, ບໍ່ພຽງແຕ່ໃນສີສັນຂອງດອກຄາຍ, ດອກເໝີຍ ຫຼື ບັນດາຂອງຂວັນລະດູບານໃໝ່ທີ່ມີຄວາມໝາຍເທົ່ານັ້ນ ຫາກຍັງແມ່ນການພ້ອມຈິດພ້ອມໃຈ, ການແບ່ງປັນຂອງຫົວໃຈຫວຽດນາມ ນັບລ້ານດວງ. ບໍ່ວ່າຈະຢູ່ບ່ອນໃດ, ເຖິງວ່າຈະຢູ່ເທິງຈອມພູສູງ ຫຼື ຢູ່ກາງທະເລກຕາມ, ແຕ່ຈິດໃຈສາມັກຄີ ແລະ ຄວາມເຊື່ອໝັ້ນໃນປີໃໝ່ຈະມີຄວາມບຸກທະລຸນັ້ນ ຍາມໃດກໍ່ຍັງມີຢູ່. ລະດູບານໃໝ່ປີປະເມຍພວມມາເຄາະປະຕູເຮືອນແຕ່ລະຫຼັງ, ນຳມາເຊິ່ງຄວາມຫວັງກ່ຽວກັບວິວັດການເດີນທາງໃໝ່ທີ່ມີຄວາມສະຫງົບສຸກ ແລະ ຈະເລີນຮຸ່ງເຮືອງໃຫ້ແກ່ປະເທດຊາດ.  (ພາບ: VOV)

TAG
VOV/VOVworld/ບຸນເຕັດ/ຄຶກຄື້ນມ່ວນຊື່ນ/ຫວຽດນາມ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ