logo

ບັນຍາການອອກແຮງງານຢູ່ບັນດາກິດຈະກຳຈຸດສຸມຍາມຕົ້ນປີໃໝ່ໃນທົ່ວປະເທດດຳເນີນໄປຢ່າງຟົດຟື້ນ

2026/1/2 | 07:38:58
(VOVWORLD) - ມີວິສະວະກອນ, ກຳມະກອນນັບຮ້ອຍຄົນ ຍັງໄດ້ເຮັດວຽກຢູ່ກິດຈະກຳໂຄງການທ່າອາກາດສະຍານສາກົນ ກວາງຈິ ປະຕິບັດການກໍ່ສ້າງນັບທັງໃນໂອກາດປີໃໝ່.
(ມີວິສະວະກອນ, ກຳມະກອນນັບຮ້ອຍຄົນ ຍັງໄດ້ເຮັດວຽກຢູ່ກິດຈະກຳໂຄງການທ່າອາກາດສະຍານສາກົນ ກວາງຈິ)

ໃນໂອກາດປີໃໝ່ 2026, ຢູ່ຫຼາຍໂຄງການຈຸດສຸມໃນທົ່ວປະເທດຍັງຮັກສາລະດັບການດຳເນີນກໍ່ສ້າງຢ່າງຮີບເຮັ່ງ, ສະແດງໃຫ້ເຫັນຄວາມຕັດສິນໃຈຂອງບັນດາເຈົ້າຂອງນັກລົງທຶນ, ນັກປະມູນ ໃນການຮັບປະກັນຄວາມຄືບໜ້າຂອງບັນດາກິດຈະກຳຈຸດສຸມຢູ່ຫຼາຍທ້ອງຖິ່ນ.

ຢູ່ແຂວງ ກວາງຈິ, ມີວິສະວະກອນ, ກຳມະກອນນັບຮ້ອຍຄົນ ຍັງໄດ້ເຮັດວຽກຢູ່ກິດຈະກຳໂຄງການທ່າອາກາດສະຍານສາກົນ ກວາງຈິ ປະຕິບັດການກໍ່ສ້າງນັບທັງໃນໂອກາດປີໃໝ່. ອ້າຍ ເລດຶກກາມ, ຫົວໜ້າກຸ່ມກໍ່ສ້າງ, ຕິດຕັ້ງ - ໂຄງສ້າງ, ບໍລິສັດຫຸ້ນສ່ວນ Central, ໃຫ້ຮູ້ວ່າ:

“ຫົວໜ່ວຍກໍ່ສ້າງຂອງພວກຂ້າພະເຈົ້າເຮັດວຽກນັບທັງໃນຕອນທ່ຽງ, ກິນ, ພັກຜ່ອນຢູ່ກິດຈະກຳ, ຕອນຄ່ຳອາດຈະເຮັດວຽກຮອດເວລາ 11 ໂມງ, ພວກຂ້າພະເຈົ້າຕັດສິນໃຈວ່າປີໃໝ່ກໍ່ບໍ່ພັກ, ມີຄວາມພະຍາຍາມທີ່ສຸດເພື່ອຮັບປະກັນໃຫ້ກິດຈະກຳກໍ່ສ້າງຖືກຕາມລະດັບຄວາມຄືບໜ້າ”.

ພ້ອມກັບການຍູ້ແຮງຄວາມຄືບໜ້າບັນດາກິດຈະກຳຈຸດສຸມ, ແຂວງ ກວາງຈິ ກໍ່ພວມຮີບເຮັ່ງຜັນຂະຫຍາຍໂຄງການກໍ່ສ້າງເສັ້ນທາງບົກ 15D ຕອນຈາກທ່າກຳປັ່ນ ມີ້ຖຸຍ ໄປຮອດເສັ້ນທາງຄວາມໄວສູງ ກາມໂລ້ - ລາເຊີນ; ຂົວ ເຍີດເລ້…

ເນື່ອງໃນໂອກາດນີ້, ຢູ່ກິດຈະກຳກໍ່ສ້າງລານບິນ ເລກ 2 - ທ່າອາກາດສະຍານສາກົນ ຝູ່ກາດ, ແຂວງ ຢາລາຍ, ບັນຍາກາດອອກແຮງງານຍັງຄຶກຄຶ້ນຢູ່.

TAG
VOV/VOVworld/​​ວິ​ສະ​ວະ​ກອນ/ກຳ​ມະ​ກອນ​/​ກິດ​ຈະ​ກຳ​

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ