logo

ບັນ​ດາ​ການ​ນຳ​ເອີ​ລົບ​ຢັ້ງ​ຢືນ​ຄືນ​ໃໝ່ຫຼັກ​ໝັ້ນ​ສະ​ໜັບ​ສະ​ໜູນ​ແດນ​ມາກ ໃນ​ບັນ​ຫາ​ Greenland

2026/1/8 | 09:06:46
(VOVWORLD) - ໃນບົດຄຳເຫັນສ້າງຂີດໝາຍອາຍຸການປະທານໝູນວຽນສະຫະພາບ ເອີລົບ (EU) ຂອງປະເທດ ສາທາລະນະລັດ ໄຊປຣັດ, ທ່ານ Antonio Costa ປະທານສະພາເອີລົບ ໄດ້ເນັ້ນໜັກເຖິງ ການສະໜັບສະໜູນ ແລະ ຄວາມສາມັກຄີຂອງກຸ່ມ 27 ປະເທດສະມາຊິກ ທີ່ມີຕໍ່ແດນມາກ ແລະ Greenland.
ອ່າວແຫ່ງໜຶ່ງຢູ່ ເກາະ Greenland (ພາບ: REUTERS/Guglielmo Mangiapane)

ວັນທີ 7 ມັງກອນ, ບັນດາການນຳ ສະຫະພາບເອີລົບ (EU) ຢັ້ງຢືນຄືນໃໝ່ຫຼັກໝັ້ນຕໍ່ບັນຫາເກາະ Greenland ແລະ ເນັ້ນໜັກວ່າອະນາຄົດຂອງເຂດດິນແດນປົກຄອງດ້ວຍຕົນເອງທີ່ກ້ວາງໃຫຍ່ຢູ່ຂົ້ວໂລກເໜືອໂດຍແດນມາກຄຸ້ມຄອງນີ້  ຈະໄດ້ຮັບການຕັດສິນໂດຍຊາວ Greenland ແລະ ແດນມາກ.

ໃນບົດຄຳເຫັນສ້າງຂີດໝາຍອາຍຸການປະທານໝູນວຽນສະຫະພາບ ເອີລົບ (EU) ຂອງປະເທດ ສາທາລະນະລັດ ໄຊປຣັດ, ທ່ານ Antonio Costa ປະທານສະພາເອີລົບ ໄດ້ເນັ້ນໜັກເຖິງ ການສະໜັບສະໜູນ ແລະ ຄວາມສາມັກຄີຂອງກຸ່ມ 27 ປະເທດສະມາຊິກ ທີ່ມີຕໍ່ແດນມາກ ແລະ Greenland. ແລະ ກໍ່ໃນວັນດຽວກັນ, ທ່ານລັດຖະມົນຕີການຕ່າງປະເທດ ເຢຍລະມັນ ກໍ່ໄດ້ປະກາດວ່າທຸກບັນຫາທີ່ກ່ຽວຂ້ອງເຖິງຄວາມໝັ້ນຄົງຢູ່ ຂົ້ວໂລກເໜືອຕ້ອງໄດ້ປຶກສາຫາລືໃນຂອບເຂດ ອົງການສົນທິສັນຍາ ອັດລັງຕິກເໜືອ (NATO) ແລະ ນັ້ນແມ່ນສິ່ງທີ່ບັນດາປະເທດສຳພັນທະມິດພວມປະຕິບັດ.

TAG
VOV/VOVworld/ການ​ນຳ​/ເອີ​ລົບ/ແດນ​ມາກ/Greenland

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ