ງານບຸນໂນນ ດົງດາ
 |
| ງານບຸນໂນນ ດົງດາ ຈັດຂຶ້ນປະຈຳປີໃນວັນທີ 05 ບຸນເຕັດ ຢູ່ໂນນ ດົງດາ, ຕາແສງ ກວາງຈຸງ, ເມືອງ ດົງດາ, ຮ່າໂນ້ຍ. ນີ້ແມ່ນງານບຸນໄຊຊະນະ, ໄດ້ຈັດຂຶ້ນເພື່ອຈາລຶກວິລະກຳທີ່ອົງອາດຂອງເຂົ້າຊີວິດ ກວາງຈຸງ - ນັກວິລະຊົນໃນປະຫວັດສາດຕ້ານພວກສັດຕູຕາງດ້າວຂອງຊາດ ຫວຽດນາມ. |
 |
| ພາຍຫຼັງພາກພິທີກຳແມ່ນບັນດາການລະຫຼີ້ນ ແລະ ສະແດງສິລະປະພື້ນເມືອງ, ຄື: ຟ້ອນສິງໂຕ, ມວຍປ້ຳ, ຕີໄກ່… ພິເສດ, ເຂົ້າຮ່ວມການຕີມວຍບໍ່ມີພຽງແຕ່ຜູ້ຊາຍເທົ່ານັ້ນ, ຫາກຍັງນັບທັງເພດຍິງອີກດ້ວຍ, ສະນັ້ນ ງານບຸນຍິ່ງດຶງດູດຜູ້ມາຢ້ຽມຊົມ. |
ງານບຸນ ອຽນຕື, ກວາງນິງ
ງານບຸນ ອຽນຕື ແມ່ນໜຶ່ງໃນບັນດາງານບຸນໃຫຍ່, ຢູ່ຕາແສງ ເທື້ອງອຽນກົງ, ເມືອງ ອວງບີ, ແຂວງ ກວາງນິງ. ງານບຸນໄດ້ຈັດຂຶ້ນໃນວັນທີ 10 ເດືອນຈຽງ.
 |
| ນີ້ແມ່ນໜຶ່ງໃນບັນດາງານບຸນໃຫຍ່ ແລະ ແກ່ຍາວທີ່ສຸດຢູ່ເຂດພາກເໜືອ (ຮອດທ້າຍເດືອນ 3 ໄລ່ຕາມຈັນທະປະຕິທິນ), ດຶງດູດພະສົງສຳມະເນນ, ພຸດທະສາສະນິກກະຊົນ, ແຂກທ່ອງທ່ຽວຢູ່ພາຍໃນ ແລະ ຕ່າງປະເທດນັບໝື່ນເທື່ອຄົນໄປນະມັດສະການຢູ່ ອຽນຕື. |
 |
| ງານບຸນຈັດຂຶ້ນດ້ວຍຫຼາຍພິທີກຳທີ່ເປັນມູນເຊື້ອ, ຄື: ຖະຫວາຍທູບທຽນ, ງານບຸນພາວະນາຂໍໃຫ້ປະເທດຊາດມີຄວາມສະຫງົບ, ປະຊາຊົນຢູ່ເຢັນເປັນສຸກ, ພິທີຈ້ຳກາສັກສິດ ອຽນຕື… |
ງານບຸນ ລິມ, ບັກນິງ
ໂດຍແມ່ນງານບຸນໃຫຍ່ຂອງແຂວງ ບັກນິງ, ງານບຸນຫຼັກຈັດຂຶ້ນໃນວັນທີ 13 ເດືອນຈຽງ. ງານບຸນ ລິມ ໄດ້ຮັບຖືວ່າແມ່ນຈຸດທີ່ເປັນເອກະລັກພິເສດຂອງເຂດວັດທະນະທຳພາກເໜືອ, ດ້ວຍການລະຫຼີ້ນພື້ນເມືອງຫຼາຍຢ່າງ, ຄື: ຕີມວຍ, ມວຍປ້ຳ, ແຂ່ງໝາກຮຸກ, ຮຸ່ງເຂົ້າ…
 |
| ສິ່ງພິເສດກວ່າໝູ່ແມ່ນການຂັບຮ້ອງ, ໂດຍການຂັບຮ້ອງເຊີນກິນຄຳໝາກຄຳພູ, ຮ້ອງເພງເອີ້ນເຮືອ… |
 |
| ປະເພນີເຊີນຄຳໝາກຄຳພູ - ຈຸດວັດທະນະທຳຂອງຊາວ ບັກນິງ. |
ງານບຸນແຫ່ກະໂພກ ດົ່ງກິ
 |
| ງານບຸນແຫ່ກະໂພກ ດົ່ງກິ (ຕື່ເຊີນ, ແຂວງ ບັກນິງ), ແມ່ນງານບຸນປະເພນີ, ໄດ້ຈັດຂຶ້ນໃນວັນທີ 4 ບຸນເຕັດປະຈຳປີ ເພື່ອລະລຶກເຖິງວັນທີ່ ອໍລະຫັນ ທຽນເກືອງ - ນາຍພົນທີ່ປະຊາຊົນຖືບູຊາເປັນຜີຫຼັກບ້ານຫຼັກເມືອງ, ບັນຊາທະຫານໄປຕີສັດຕູ. |
 |
| ແຕ່ດົນນານມາແລ້ວ, ງານບຸນແຫ່ກະໂພກ ດົ່ງກິ ມີຊື່ສຽງໃນທົ່ວປະເທດ ແລະ ໄດ້ຮັບການຮັບຮູ້ເປັນມໍລະດົກວັດທະນະທຳບໍ່ເປັນວັດຖຸລະດັບຊາດ. |
ງານບຸນວິຫານ ຊອັກ (ງານບຸນ ຢອງ)
ງານບຸນ ຢອງ ໄດ້ຈັດຂຶ້ນຢູ່ຫຼາຍແຫ່ງຂອງ ຮ່າໂນ້ຍ. ໃນນັ້ນ, 2 ງານບຸນພົ້ນເດັ່ນແມ່ນງານບຸນ ຢອງ ຢູ່ວິຫານ ຟູ່ດົງ, ຕາແສງ ຟູ່ດົງ, ຢາເລິມ - ບ່ອນເກີດຂອງວິລະຊົນແຫ່ງເທບນິຍາຍ ແທັງຢອງ ແລະ ງານບຸນ ຢອງ ຢູ່ວິຫານ ຊອກ, ຕາແສງ ຟູ່ລິງ, ຊອັກເຊີນ.
 |
|
ງານບຸນຈັດຂຶ້ນໃນວັນທີ 06 ເດືອນ ຈຽງ ແລະ ແກ່ຍາວເປັນເວລາ 3 ວັນ, ດ້ວຍພິທີກຳປະເພນີຢ່າງຄົບຖ້ວນ, ຄື: ພິທີແຫ່ວໍ, ພິທີຖະຫວາຍທູບທຽນວິຫານ ເທື້ອງ, ແຫ່ງບູຊາ ແທັງຢອງ.
(ພາບ: TTXVN)
|
 |
| ງານບຸນ ຢອງ ແຫ່ງເກັບຮັກສາບັນດາພິທີກຳທີ່ເປັນມູນເຊື້ອ, ໄດ້ສືບທອດຜ່ານຫຼາຍລຸ້ນຄົນ ແລະ UNESCO ໄດ້ຈົດຊື່ເຂົ້າເປັນມໍລະດົກບໍ່ເປັນວັດຖຸ ຕາງໜ້າໃຫ້ມວນມະນຸດ. |
ງານບຸນພາວະນາຂໍໃຫ້ອາຊີບປະມົງ
ໂດຍໄດ້ເປັນປະເພນີ 3 ປີເທື່ອໜຶ່ງ, ຮອດເດືອນຈຽງ, ປະຊາຊົນໃນບ້ານ ທາຍເຢືອງຮະ, ນະຄອນ ເຫ້ວ ຈະຈັດງານບຸນພາວະນາຂໍໃຫ້ອາຊີບປະມົງ. ນີ້ກໍ່ແມ່ນງານບຸນພາວະນາຂໍໃຫ້ອາຊີບປະມົງທີ່ມີມາແຕ່ດົນນານທີ່ສຸດຢູ່ ເຫ້ວ, ເຊິ່ງມີອາຍຸກວ່າ 500 ປີ.
 |
| ງານບຸນພາວະນາຂໍໃຫ້ອາຊີບປະມົງ ທາຍເຢືອງຮະ ຈັດຂຶ້ນເພື່ອລະລຶກເຖິງ ແທັງຮວ່າງ ຂອງບ້ານແມ່ນ ເຈືອງກຸຍກົງ, ຜູ້ໄດ້ສອນອາຊີບປະມົງ ແລະ ຄ້າຂາຍເຮືອໃຫ້ປະຊາຊົນ. (ພາບ: VTC News) |
 |
| ງານບຸນພາວະນາຂໍໃຫ້ອາຊີບປະມົງ ຍາມຕົ້ນປີໃໝ່ແມ່ນແຫຼ່ງລະດົມກຳລັງໃຈຢ່າງໃຫຍ່ຫຼວງ ຊ່ວຍໃຫ້ປະຊາຊົນຜ່ານຜ່າຄວາມຫຍຸ້ງຍາກໃນອາຊີບປະມົງ, ເພື່ອໃຫ້ເມື່ອອອກໄປທະເລລ້ວນແຕ່ຫາກຸ້ງ, ຫາປາໄດ້ເຕັມ, ເດີນທາງດ້ວຍຄວາມປອດໄພ, ປະຊາຊົນໃນບ້ານຈະເລີນຮຸ່ງເຮືອງ. |