logo

ບັນດາປະເທດອາຣັບ ບໍ່ຮຽກຮ້ອງໃຫ້ປະທານາທິບໍດີ ຊີຣີ ລາອອກຈາກຕຳແຫນ່ງ.

2012/3/29 | 08:33:59
ລັດຖະມົນຕີການ​ຕ່າງປະ​ເທດ​ບັນດາ​ປະ​ເທດ​ ອາຣັບ ຈະ​ຍື່ນ​ສະ​ເຫ​ນີຮ່າງ​ມະຕິ​ສະບັບ​ຫນຶ່ງ​ເຖິງ​ບັນດາ​ປະມຸກ​ລັດ​ປະ​ເທດ​ອາຣັບ

ກອງປະຊຸມບັນດາປະເທດ ອາຣັບ
ພາບປະກອບ: internet

(vovworld) - ວັນ​ທີ 29/3, ກອງ​ປະຊຸມ​ສຸດ​ຍອດ ອາ​ຣັບ ຖືກ​ໄຂ​ຂຶ້ນ​ຢູ່ Baghdad ​ໂດຍ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ປະມຸກ​ລັດ 10 ທ່ານ. ກ່ອນ​ດຳ​ເນີນ​ກອງ​ປະຊຸມ, ທ່ານ Hoshya Zebari ລັດຖະມົນຕີ​ການ​ຕ່າງປະ​ເທດ ອີ​ຣັກ ​ໃຫ້​ຮູ້​ວ່າ: ລັດຖະມົນຕີການ​ຕ່າງປະ​ເທດ​ບັນດາ​ປະ​ເທດ​ ອາຣັບ ຈະ​ຍື່ນ​ສະ​ເຫ​ນີຮ່າງ​ມະຕິ​ສະບັບ​ຫນຶ່ງ​ເຖິງ​ບັນດາ​ປະມຸກ​ລັດ​ປະ​ເທດ​ອາຣັບ ​ໃນ​ນັ້ນ ບໍ່​ເຕື້ອງ​ເຖິງ 2 ບັນຫາ​ຄື: ​ເລື່ອງ​ລາ​ອອກ​ຈາກ​ຕຳ​ແຫນ່​ງຂອງ​ປະທານາທິບໍດີ ຊີຣີ Bashar al Assad ​ແລະ ການປະກອບ​ອາວຸດ​ໃຫ້​ແກ່​ກຳລັງ​ລຸກ​ຮື​ຂຶ້ນ. ທ່ານ Zebari ​ເນັ້ນ​ຫນັກ​ວ່າ: ປະຊາຊົນ​ຊີ​ຣີ ​ເອງ ຈະ​ຕົກລົງ​ຄັດ​ເລືອກ ​​ເອົາ ແລະ ​ເລືອກ​ຕັ້ງ​ການ​ນຳ​ຂອງ​ເຂົາ​ເຈົ້າ​ຫາກ​ບໍ່​ແມ່ນ AL ຫລື​ບໍ່​ວ່າ​ທ່ານ​ໃດ. ກ່ຽວ​ກັບ​ຄວາມ​ສາມາດ​ປະກອບ​ອາວຸດ​ໃຫ້​ແກ່​ກຳລັງ​ຝ່າຍ​ຄ້ານ​ຢູ່ ຊີຣີ, ທ່ານ Zebari ​ໃຫ້​ຮູ້​ວ່າ: ກອງ​ປະຊຸມ​ສຸດ​ຍອດ ອາຣັບ ກໍ​ເຕື້ອງ​ເຖິງ​ບັນດາ​ບັນຫາ Palextin, Somalia ​ແລະ ອາວຸດ​ນິວ​ເຄຼຍ.

TAG
ອາຣັບ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ